ຣັດເຊຍຕິດຕັ້ງ ເອສ-400 ຮຸ່ນໃໝ່ໃນໄຄຣເມຍ

- 9327540 3x2 700x467 - ຣັດເຊຍຕິດຕັ້ງ ເອສ-400 ຮຸ່ນໃໝ່ໃນໄຄຣເມຍ
- kitchen vibe - ຣັດເຊຍຕິດຕັ້ງ ເອສ-400 ຮຸ່ນໃໝ່ໃນໄຄຣເມຍ

ກອງທັບຣັດເຊຍນຳລະບົບລູກສອນໄຟປ້ອງກັນໄພທາງອາກາດ ເອສ-400 ຮຸ່ນຫລ້າສຸດ ໄປຕິດຕັ້ງຢູ່ແຫລມໄຄເມຍ, ພາຍຫລັງອາເມລິກາປະກາດເພີ່ມການສະໜັບສະໜູນທາງທະຫານໃຫ້ແກ່ກອງທັບອູແກຣນ.

https://twitter.com/PressTV/status/952222809404661761

- Visit Laos Visit SALANA BOUTIQUE HOTEL - ຣັດເຊຍຕິດຕັ້ງ ເອສ-400 ຮຸ່ນໃໝ່ໃນໄຄຣເມຍ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມົດສະກູ ປະເທດຣັດເຊຍ ໃນວັນທີ 14 ມັງກອນນີ້ ໂດຍອ້າງຈາກລາຍງານຂອງສຳນັກຂ່າວອາຣໄອເອ ແລະ ອິນເຕີແຟັກ ຂອງລັດຖະບານມົດສະກູວ່າ: ກອງທັບຣັດເຊຍນຳລະບົບລູກສອນໄຟປ້ອງກັນໄພທາງອາກາດ ເອສ-400 ຮຸ່ນຫລ້າສຸດຊື່ ໄທຣອຳ ເຊິ່ງສາມາດສະກັດເປົ້າໝາຍທາງອາກາດພາຍໃນລັດສະໝີ 400 ກິໂລແມັດ ໄປຕິດຕັ້ງຢູ່ສາທາລະນະລັດໄຄເມຍ ເຊິ່ງເປັນດິນແດນທີ່ຕັ້ງຢູ່ແຫລມໄຄເມຍ ທາງຕອນເໜືອຂອງທະເລດຳ ແລະ ປະກາດລວມເປັນສ່ວນໜຶ່ງຂອງຣັດເຊຍ ໃນເດືອນມີນາ 2014.

ທັງນີ້, ບໍລິເວນໄຄເມຍທີ່ຣັດເຊຍນຳລະບົບ ເອສ-400 ຮຸ່ນຫລ້າສຸດໄປຕິດຕັ້ງ ຄືເມືອງເຊວາສໂຕໂພລ ເຊິ່ງເປັນເມືອງສຳຄັນຂອງໄຄເມຍ ຕັ້ງຢູ່ແຄມຝັ່ງ ແລະ ເປັນສະຖານທີ່ຕັ້ງຂອງຖານທັບເຮືອແຫ່ງສຳຄັນຂອງຣັດເຊຍ ໂດຍການຕິດຕັ້ງລະບົບ ເອສ-400 ໃນໄຄຣເມຍເຄື່ອງນີ້ຖືເປັນເຄື່ອງທີ 2 ຕໍ່ຈາກການຕິດຕັ້ງຢູ່ເມືອງເຟໂອໂດເມຍ ເຊິ່ງເປັນເມືອງທ່າອີກແຫ່ງໜຶ່ງຕັ້ງຢູ່ທາງຕາເວັນອອກສຽງເໜືອຂອງແຫລມໄຄເມຍ ໃນປີຜ່ານມາ.

ການເຄື່ອນໄຫວດັ່ງກ່າວຂອງຣັດເຊຍເກີດຂຶ້ນປະມານ 1 ເດືອນ ຫລັງລັດຖະບານອາເມລິກາປະກາດແຜນການສົ່ງເສີມປະສິດທິພາບທາງທະຫານຂອງລັດຖະບານກຽບໃນໄລຍະຍາວ ດ້ວຍການປັບປຸງຂີດຄວາມສາມາດດ້ານການປ້ອງກັນຕົນເອງໃຫ້ແກ່ກອງທັບອູແກຣນ ເພື່ອການປົກປ້ອງອະທິປະໄຕ ແລະ ບູລະນະພາບແຫ່ງດິນແດນໃຫ້ຫລຸດພົ້ນຈາກໄພຄຸກຄາມ ແລະ ການຮຸກຮານຈາກພາຍນອກ.

- 4 - ຣັດເຊຍຕິດຕັ້ງ ເອສ-400 ຮຸ່ນໃໝ່ໃນໄຄຣເມຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!