ໄປຕີກ໊ອບໃນໂມງການ

- 26696289 10154559860059649 1188937030 n - ໄປຕີກ໊ອບໃນໂມງການ
- kitchen vibe - ໄປຕີກ໊ອບໃນໂມງການ

ກ່ອນອື່ນທິດກ່ຳຕ້ອງຂໍ ໂທດທີ່ໄດ້ຍົກເອົາເລື່ອງການໄປຕີກ໊ອບໃນໂມງການ. ເປັນຫຍັງ ຈຶ່ງຍົກເອົາບັນຫານີ້ມາເວົ້າ ? ຍ້ອນວ່າໃນຜ່ານມາຕົນເອງ ເຄີຍເຫັນເຈົ້ານາຍ ຫລື ໝູ່ເພື່ອນ, ສະຫາຍຫລາຍຄົນໄດ້ພາກັນໄປ ຕີກ໊ອບໃນໂມງລັດຖະການອາດ ເວົ້າໄດ້ວ່າມີຈຳນວນບໍ່ໜ້ອຍ. ບາງຄັ້ງໝູ່ເພື່ອນເຂົາກໍຊວນ, ແຕ່ຕົນເອງພັດຍັງມີຫລາຍປັດ ໄຈບໍ່ທັນມີຄວາມພ້ອມກັບການນັດດັ່ງກ່າວ, ໂດຍສະເພາະແມ່ນ ໃນໂມງລັດຖະການ, ທິດກ່ຳກໍ ຍັງໜັກໃຈຢູ່ບ່ອນວ່າມັນຜິດມັນຖືກສ່ຳໃດ, ແຕ່ບາງມື້ໃນໂມງ ລັດຖະການກໍເຫັນເຈົ້ານາຍນັດກັນໄປຕີກ໊ອບ ທິດກ່ຳມານັ່ງຄິດ ຄັນວ່າເປັນນັກທຸລະກິດຍັງພໍສະຖານໜຶ່ງ, ແຕ່ອັນນີ້ເປັນພະນັກ ງານທີ່ສັງກັດລັດ, ເປັນເຖິງຂັ້ນ ແກນນຳໃນກົມກອງກໍມີມາກໜ້າຫລາຍຕາ. ໃນກໍລະນີຫາກ ມີການແຂ່ງຂັນເພື່ອການກຸສົນ ຫລື ໃນຂະບວນການອັນສຳ ຄັນໃດໜຶ່ງກໍຍັງພໍມີເງື່ອນໄຂ, ແຕ່ອັນນີ້ມັນເປັນວັນລັດຖະ ການແທ້ໆໜີປະວຽກປະງານ ໄປຕີກ໊ອບເບິ່ງຢ່າງໜຶ່ງຈັກວ່າ ແມ່ນຕີກ໊ອບ ຫລື ວ່າຖືກລູກ ກ໊ອບຕີແລ້ວກິນໃຈ, ເພາະສະ ໜາມກ໊ອບບາງບ່ອນກໍມີຮອດ ໂຮງແຮມ ແລະ ບ້ານພັກສຳ ລັບໄວ້ພັກຜ່ອນ, ເວລາຕີກ໊ອບ ຕາກແດດມາເມື່ອຍໆກໍເຂົ້າໄປນອນພັກຜ່ອນຢູ່ຫ້ອງແອ.

ທິດ ກ່ຳຄິດຕັ້ງຄຳຖາມກັບຕົນເອງຢູ່ວ່າການໄປຕີກ໊ອບໃນໂມງ ການນັ້ນຜິດຫລືບໍ່ ? ຜິດສ່ຳ ໃດ? ຖ້າຈະໃຫ້ຕອບຕາມທັດສະນະສ່ວນຕົວແລ້ວກໍຖືວ່າມີສ່ວນຜິດ. ໂດຍສະເພາະຜູ້ເປັນພະນັກງານທີ່ສັງກັດໃນອົງກອນຂອງລັດ. ແຕ່ຜິດຫລາຍຜິດໜ້ອຍສ່ຳໃດ ນັ້ນກໍຍັງບໍ່ທັນມີດຳລັດ ຫລື ກົດ ໝາຍສະບັບໃດມາຢັ້ງຢືນຢ່າງຈະແຈ້ງເທື່ອ. ສ່ວນວ່າໃນຂົງ ເຂດທຸລະກິດນັ້ນຍັງພໍໄຄແດ່ ເພາະຈຸດພິເສດຂອງວຽກທຸລະກິດ ໜ້າວຽກມັນມາເປັນຍາມ, ທຸກສິ່ງທຸກຢ່າງຂອງບັນຫາມັນເປັນລັກສະນະເອກະລາດຂອງໃຜຂອງມັນ, ການຊອກຢູ່ຫາກິນ ລ້ຽງປາກລ້ຽງທ້ອງມັນຂຶ້ນກັບກາລະໂອກາດ. ເວົ້າບ່ອນ ຫລ້ອນໆແລ້ວວຽກທຸລະກິດ ຊິທຸກຊິຍາກ ຫລື ຊິຮັ່ງຊິມີມັນ ຂຶ້ນກັບຕົນເອງເປັນຜູ້ຮັບຜິດ ຊອບ. ນັກທຸລະກິດທີ່ໄປຕີກ໊ອບ ນັ້ນບໍ່ມີໃຜອຶດຢູ່, ອຶດກິນ ແລະ ທຸກຍາກຂາດເຂີນ, ແຕ່ເມື່ອ ອ່ວາຍໜ້າມາເວົ້າເຖິງຜູ້ເປັນ ເຈົ້ານາຍ, ເປັນພະນັກງານຂັ້ນ ແກນນຳ ຫລື ເປັນພະນັກ ງານຫລັກແຫລ່ງເຖິງວ່າຮັ່ງມີ, ບໍ່ອຶດ, ບໍ່ຢາກ, ບໍ່ຫິວ, ບໍ່ຫອດ ແຕ່ມັນກໍພົວພັນເຖິງຫລາຍບັນຫາເປັນຕົ້ນຄວາມເປັນແບບ ຢ່າງນຳໜ້າໃນອົງກອນມັນບໍ່ ໄດ້ເຕັມຮ້ອຍ ດັ່ງສຸພາສິດເຂົາ ເວົ້າວ່າ “ແມວບໍ່ຢູ່ໜູເຕັ້ນ” ໝາຍວ່າພະນັກງານບາງຄົນ ເຫັນນາຍບໍ່ຢູ່ກໍພາກັນເຮັດວຽກອື່ນ ຫລື ບໍ່ເອົາໃຈໃສ່ຕໍ່ວຽກ ລວມ, ເຮັດວຽກພໍມ້າມແປະພຸງ, ພາກັນສວຍໂອກາດຫລິ້ນເກມ, ຫລິ້ນເຟສບຸກ ຫລື ບໍ່ກໍສວຍໂອ ກາດໜີໄປທາງອື່ນ.

- Visit Laos Visit SALANA BOUTIQUE HOTEL - ໄປຕີກ໊ອບໃນໂມງການ

ສະຫລຸບ ແລ້ວກໍຄືອ້າຍນ້ອງບໍ່ຢາກຫົວ ຊານຳໜ້າວຽກ, ອັນສອງມາ ມັນພົວພັນເຖິງການບໍ່ປະຢັດ, ການຟຸມເຟືອເວລາ ແລະ ຝຶນ ກັບນະໂຍບາຍປະຢັດທີ່ລັດຖະບານວາງອອກຄຳວ່າບໍ່ປະຢັດກໍ ຄືວຽກພໍແລ້ວໃນຊົ່ວໂມງນີ້, ມື້ນີ້ກໍແກ່ຍາວເປັນອາທິດເປັນ ເດືອນບໍ່ເຄັ່ງຮ້ອນເລັ່ງລັດພັດທະນາ ປະປ່ອຍໄປຕາມຂະເຍີມ. ອັນ ສາມມັນເປັນການສໍ້ລາດບັງ ຫລວງ, ອາດຈະເປັນທາງກົງ ຫລື ທາງອ້ອມ. ຍ້ອນວ່າເງິນທຸກ ກີບທຸກອັດທີ່ເປັນອັດຕາເງິນປະຈຳເດືອນເອີ້ນວ່າ “ເງິນເດືອນ” ທີ່ໄດ້ຮັບນັ້ນຕ້ອງເຮັດວຽກເຕັມໂມງ, ເຕັມເວລາ, ເຕັມເດືອນທີ່ ກົດໝາຍໄດ້ກຳນົດ. ກົງກັນຂ້າມ ຖ້າເຮັດວຽກບໍ່ເຕັມອັດຕາກໍສະແດງວ່າເຮົາສໍ້ລາດບັງຫລວງ.  ສ່ວນວ່າອັນສຸດທ້າຍລະຫວ່າງພະນັກງານຂັ້ນນຳກັບນັກທຸລະກິດເຂົ້າກັນເປັນເປົາໝາກແປດ ເມື່ອໃດແລ້ວ, ຜົນປະໂຫຍດມັນ ກໍຕ້ອງຕາມມາ. ຜົນປະໂຫຍດ ທີ່ນີ້ບາງກໍລະນີມັນກໍມີອັນໄດ້ ແລະ ມີບາງຢ່າງມັນກໍມີອັນເສຍ ເຊິ່ງໃນບາງປະເທດຈົນໄດ້ອອກ ກົດຫ້າມ. ທິດກ່ຳຂໍໂທດອີກເທື່ອ ໜຶ່ງທີ່ຍົກເອົາເລື່ອງຕີກ໊ອບຂຶ້ນ ມາເວົ້າເພາະຕົນເອງກໍບໍ່ຮູ້ວ່າ ມັນຜິດ ຫລື ຖືກສ່ຳໃດ, ຍ້ອນວ່າ ຕ່າງຝ່າຍກໍຕ່າງມີເຫດຜົນ. ເບຶ້ອງຜູ້ຕີກ໊ອບບໍ່ວ່າຈະເປັນໂມງການ ຫລື ນອກໂມງການກໍສຸດ ແລ້ວແຕ່, ເພາະເງື່ອນໄຂຂອງ ແຕ່ລະຄົນບໍ່ຄືກັນ, ຂໍພຽງແຕ່ ວ່າເຮົາມີໂອກາດ ຫລື ມີເວລາພໍ ຍາມໃດກໍໄປໄດ້. ເລື່ອງວຽກ ເລື່ອງງານນັ້ນກໍເປັນວຽກໃຜ ວຽກມັນ, ວຽກສາວຈັນຕ່າງ ຫາກ. ການໄປຕີກ໊ອບກໍຖືວ່າ ເປັນການອອກກຳລັງກາຍ, ເປັນການຮັກສາສຸຂະພາບ, ແຕ່ ລະມື້ຕ້ອງອາໄສການຍ່າງເພື່ອໃຫ້ພຸງລົງ ແລະ ທັງໄດ້ລະບາຍ ຕໍ່ຄວາມຕຶງຄຽດ.

ແນວໃດກໍຕາມ, ເວົ້າເລື່ອງ ການຫລິ້ນກິລາປະເພດຕ່າງໆ ມັນກໍຂຶ້ນກັບຜູ້ມັກເພາະກິລາມັນໃຫ້ປະໂຫຍດຫລາຍຢ່າງຂໍ ພຽງແຕ່ວ່າຖ້າຕ້ອງການເຊັນ ເອກະສານດ່ວນກໍຂໍໃຫ້ນາຍມາເຊັນໃຫ້ແດ່ບາງມື້ບໍ່ເຫັນໜ້າມາການໂທຫາພັດຕອບວ່າກຳລັງຕີ “ກ໊ອບກ໊ອບ” ຢູ່ມັນໂລດປຸກ ປານຢາບ້ານຫ້ອມ.

 

+ ສະພາເຜີຍແຜ່ວິທີແຈ້ງຊັບສິນ-ລາຍຮັບຂອງພະນັກງານລັດຖະກອນ

+ ສະມາຊິກພັກຕ້ອງເປັນແບບຢ່າງນຳໜ້າ

ໂດຍ: ທິດກ່ຳ

- 4 - ໄປຕີກ໊ອບໃນໂມງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!