ປີຜ່ານມາມີຜູ້ເສຍຊີວິດຈາກລະເບີດບໍ່ທັນແຕກ 4 ຄົນ


ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ປີ 2017 ຜ່ານມານີ້, ໄດ້ມີຜູ້ເສຍຊີວິດຈາກລະເບີດບໍ່ທັນແຕກ 4 ຄົນ, ຊຶ່ງຜູ້ເຄາະຮ້າຍດັ່ງກ່າວ ເປັນເດັກນ້ອຍນັກຮຽນທັງໝົດ, ເກີດຂຶ້ນເມື່ອກາງປີ 2017 ໃນຂະນະນັກຮຽນເຄາະຮ້າຍເຫລົ່ານັ້ນພວມເຮັດກິດຈະກໍາປູກພືດຜັກຢູ່ສວນຜັກໂຮງຮຽນປະຖົມບ້ານທ່າກົກໄຮເມືອງຄໍາເກີດແຂວງບໍລິຄໍາໄຊ ແລະ ພາຍຫລັງເກີດເຫດດັ່ງກ່າວໂຄງການເກັບກູ້ລະເບີດ ແຫ່ງຊາດ, ຈຶ່ງໄດ້ກໍານົດພື້ນທີ່ບໍລິເວນອ້ອມຮອບໂຮງຮຽນເປັນເຂດອັນຕະລາຍ, ພ້ອມທັງແຕ່ງຕັ້ງທີມງານລົງປະຈໍາການເພື່ອດໍາເນີນການກວດກູ້ລະເບີດທີ່ຍັງຕົກຄ້າງເພື່ອຄວາມປອດໄພ ແລະ ເຫດການນີ້ແມ່ນ 1 ໃນ 14 ຄັ້ງທີ່ເກີດຂຶ້ນໃນທົ່ວປະເທດ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 27 ຄົນ, ນອກນີ້ຍັງໄດ້ເອົາໃຈໃສ່ຊ່ວຍເຫລືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຫລາຍກວ່າ 280 ຄົນ ແລະ ໄດ້ລົງເຄື່ອນໄຫວໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກຫລາຍກວ່າ 400 ຄັ້ງໃນ 587 ບ້ານໃນ 10 ແຂວງທີ່ມີລະເບີດຕົກຄ້າງ. ສໍາລັບວຽກງານສໍາຫລວດສາມາດປະຕິບັດໄດ້ຈໍານວນ 172 ບ້ານ, ມີເນື້ອທີ່ຫລາຍກວ່າ 16 ພັນເຮັກຕາ ແລະ ສາມາດກວດກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ໄດ້ກວ່າ 4.300 ເຮັກຕາເທົ່າກັບ 91% ຂອງແຜນການປີ, ທໍາລາຍລະເບີດ 93.000 ກວ່າໜ່ວຍ, ໃນນັ້ນມີລະເບີດລູກຫວ່ານຫລາຍກວ່າ 69.000 ໜ່ວຍ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ອີກວ່າ: ປີຜ່ານມາ, ໂຄງການເກັບກູ້ລະເບີດແຫ່ງຊາດ, ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງ ແລະ ແກ້ໄຂລະເບີດບໍ່ທັນແຕກໃຫ້ພະນັກງານ ແລະ ວິຊາການໃນທົ່ວປະເທດຢ່າງເປັນປົກກະຕິ ແລະ ພິເສດແມ່ນລັດຖະບານໄດ້ຮັບຮອງບົດບັນທຶກຄວາມເຂົ້າໃຈກັບສາກົນຈໍານວນ 5 ສະບັບຄື: ອົງການສະຫະປະຊາຊາດມີມູນຄ່າຫລາຍກວ່າ 84 ລ້ານໂດລາສະຫະລັດ, ອົງການແມັກ 2 ສະບັບ ລວມມີມູນຄ່າ 3,1 ລ້ານກວ່າໂດລາສະຫະລັດ, ອົງການສະເຕີລິ້ງມີມູນຄ່າ 4,2 ລ້ານໂດລາສະຫະລັດ ແລະ ອົງການເຮໂລທຣາດ ມີມູນຄ່າ 4,5 ລ້ານໂດລາສະຫະລັດ, ເຊິ່ງທຶນຊ່ວຍເຫລືອດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ມີຄວາມປອດໄພຈາກລະເບີດບໍ່ທັນແຕກຫລາຍຂຶ້ນ.