ແຂວງບໍ່ແກ້ວ ພ້ອມເປັນເຈົ້າພາບຈັດການແຂ່ງຂັນກິລາ ເປຕັງທົ່ວປະເທດຊີງຂັນປະທານສະພາແຫ່ງຊາດ


ຮອງເຈົ້າແຂວງບໍ່ແກ້ວ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 10 ມັງກອນນີ້ວ່າ: ແຂວງບໍ່ແກ້ວ ມີຄວາມພ້ອມໃນການເປັນເຈົ້າພາບຈັດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ VIII ຊິງຂັນ ທ່ານປະທານສະພາແຫ່ງຊາດ ປະຈຳ ປີ 2018 ທີ່ຈະມີຂຶ້ນໃນລະຫວ່າງວັນທີ 25-27 ມັງກອນນີ້ ແມ່ນງານແຂ່ງຂັນກິລາລະດັບຊາດ ທີ່ຈະມີຄະນະກິລາເປຕັງຈາກແຂວງ, ນະຄອນຫລວງ, ກະຊວງ ແລະ ບັນດາສະໂມສອນຕ່າງໆໃນທົ່ວປະເທດເຂົ້າຮ່ວມ ເພື່ອເປັນການສົ່ງເສີມ ແລະ ພັດທະນາວຽກງານກິລາແຫ່ງຊາດໃຫ້ນັບມື້ເຂັ້ມແຂງ, ພ້ອມທັງຮັບປະກັນຈຸດປະສົງ ແລະ ລະດັບຄາດໝາຍ, ເປັນການສົ່ງເສີມຂະຫຍາຍວຽກງານກິລາກາຍະກຳເຂົ້າສູ່ມວນຊົນໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງສູນກາງ, ທ້ອງຖິ່ນ ແລະ ຂະແໜງການຕ່າງໆ ໃຫ້ນັບມື້ໜັກແໜ້ນ ແລະ ເລິກເຊິ່ງ, ເປັນການພັດທະນາສີມືນັກກິລາເປຕັງໃຫ້ສາມາດເຂົ້າຮ່ວມໃນລະດັບພາກພື້ນ ແລະ ລະດັບສາກົນໄດ້.
ງານແຂ່ງຂັນກິລາເປຕັງທົ່ວປະເທດໃນຄັ້ງນີ້ ຈະມີການຊິງໄຊເອົາຫລຽນ ແລະ ຂັນກຽດຕິຍົດ ລວມທັງໝົດ 7 ລາຍການຄື: ດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ, ທີມຊຸດຍິງ, ທີມຊຸດຊາຍ ແລະ ທີມຄູ່ກິດຕິມະສັກ ຮຸ່ນອາຍຸ 45 ປີຂຶ້ນໄປ. ຈະມີຄະນະນຳ, ຄູຝຶກ ແລະ ນັກກິລາມາຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.