ຢາກໃຫ້ລູກໃນທ້ອງເກີດມາສະຫຼາດ ຫົວໄວ ແລະ ສະໝອງດີ ເຮັດແນວໃດ?
January 10, 2018 - 12:57 PM


ຢາກໃຫ້ລູກໃນທ້ອງເກີດມາສະຫຼາດ, ຢາກກະຕຸ້ນໃຫ້ລູກສະຫຼາດຕັ້ງແຕ່ຢູ່ໃນທ້ອງ, ເສີມສ້າງສະໝອງຕັ້ງແຕ່ຍັງບໍ່ເກີດ ລອງເຮັດຕາມວິທີງ່າຍໆເຫຼົ່ານີ້.
- ລູບໜ້າທ້ອງ: ຈະຊ່ວຍໃນການກະຕຸ້ນລະບົບປະສາດ ແລະ ສະໝອງສ່ວນຮັບຮູ້ຄວາມຮູ້ສຶກຂອງລູກນ້ອຍ ໃຫ້ພັດທະນາທີ່ດີຂຶ້ນ ໃນເວລາທີ່ແມ່ ຫຼື ພໍ່ລູບ ຫຼື ສໍາຜັດລູກໃນທ້ອງຈະມີການເຄື່ອນໄວໂຕ້ຕອບເຊັ່ນ: ຮູ້ສຶກວ່າລູກນ້ອຍຂະຫຍັບຕົວໄປຕາມມືພໍ່ ຫຼື ມືແມ່ທີ່ລູບທ້ອງ ແລະ ການລູບທ້ອງເປັນການສົ່ງຜ່ານຄວາມຮູ້ສຶກໄປຍັງລູກໃນທ້ອງ ໂດຍພໍ່ ຫຼື ແມ່ອາດຈະລູບເປັນວົງມົນ ຈາກເທິງລົງລຸ່ມ ຫຼື ຈາກລຸ່ມຂຶ້ນເທິງ ບໍລິເວນໃດກ່ອນກໍໄດ້ ທີ່ສໍາຄັນຢ່າລືມໃຊ້ຫົວໃຈ ແລະ ຄວາມຮູ້ສຶກສົ່ງຜ່ານມືຕອນທີ່ລູບທ້ອງ.
- ຊ່ອງໄຟທີ່ໜ້າທ້ອງ: ເພື່ອກະຕຸ້ນສະໝອງ ແລະ ການເບິ່ງເຫັນຂອງລູກໃນທ້ອງໄດ້ຕັ້ງແຕ່ອາຍຸຖືພາປະມານ 7 ເດືອນ ເພາະໃນຊ່ວງນີ້ ເປັນຊ່ວງທີ່ເດັກນ້ອຍໃນທ້ອງສາມາດກະພິບຕາ ເພື່ອຕອບສະໜອງຕໍ່ແສງໄຟໄດ້ແລ້ວ ແລະ ການຊ່ອງໄຟທີ່ໜ້າທ້ອງຈະເຮັດໃຫ້ເຊວສະໝອງ ແລະ ປະສາດສ່ວນຮັບພາບ ແລະ ການເບິ່ງເຫັນມີພັດທະນາການທີ່ດີຂຶ້ນ ອີງທັງຍັງເປັນການກຽມຄວາມພ້ອມສໍາລັບການເບິ່ງເຫັນຫຼັງຈາກທີ່ເກີດອອກມາແລ້ວ ແຕ່ການຊ່ອງໄຟສາຍທີ່ທ້ອງ ບໍ່ຈໍາເປັນຕ້ອງເລັ່ງໃຫ້ແສງເຂົ້າກົງກັບຕາຂອງລູກ ພຽງແຕ່ໃຫ້ລູກຮູ້ວ່າມີແສງຊ່ອງເຂົ້າມາກໍໄດ້ແລ້ວ. ສໍາລັບໄຟສາຍທີ່ຄວນໃຊ້ນັ້ນ ຄວນເປັນໄຟສາຍທີ່ມີແສງອ່ອນ ຫ້າມໃຊ້ໄຟສາຍທີ່ມີແສງເຈີດຈ້າເກີນໄປ. ເມື່ອໃຊ້ໄຟສາຍຊ່ອງໜ້າທ້ອງແລ້ວລູກໃນທ້ອງມີການຕອບສະໜອງເຊັ່ນ: ເຕະ, ຖີບໜ້າທ້ອງ ຫຼື ລູກດິ້ນ ນັ້ນກໍໝາຍຄວາມວ່າລູກນ້ອຍສາມາດຮັບຮູ້ໄດ້ ແລະ ເກີດການຕອບສະໜອງນັ້ນເອງ.
- ລົມກັບລູກໃນທ້ອງ (ດ້ວຍນໍ້າສຽງນຸ້ມນວນ): ຮູ້ ຫຼື ບໍ່ວ່າລູກໃນທ້ອງສາມາດໄດ້ຍິນສຽງຂອງເຮົາໄດ້ ເພາະສະນັ້ນ ການລົມກັບລູກຈຶ່ງເປັນວິທີການດີທີ່ສຸດ ໃນການເລີ່ມຕົ້ນຄວາມສໍາພັນລະຫວ່າງແມ່ກັບລູກນ້ອຍ ການລົມກັບລູກໃນທ້ອງຕະຫຼອດ ຈະຊ່ວຍໃຫ້ລະບົບປະສາດ ແລະ ສະໝອງສ່ວນທີ່ຄວບຄຸມການໄດ້ຍິນ ມີພັດທະນາການທີ່ດີ ອີກທັງຍັງຊ່ວຍກະຕຸ້ນພັດທະນາການທາງສະໝອງໄດ້.
- ຟັງເພງ: ລະບົບປະສາດການຮັບຟັງເພງຂອງລູກໃນທ້ອງ ຈະເລີ່ມເຮັດວຽກນັບແຕ່ອາຍຸການຖືພາປະມານ 5 ເດືອນ ການໃຊ້ສຽງກະຕຸ້ນຈະເຮັດໃຫ້ເຄືອຂ່າຍໄຍປະສາດທີ່ເຮັດວຽກກ່ຽວກັບການໄດ້ຍິນຂອງລູກ ມີພັດທະນາການທີ່ດີຂຶ້ນ. ເວລາຟັງເພງ ຄວນຈະເປີດສຽງໃຫ້ດັງພໍປະມານ ແລະ ໃຫ້ຫ່າງຈາກໜ້າທ້ອງປະມານ 1 ແມັດ ການເປີດເພງໃຫ້ລູກຟັງຈະເຮັດໃຫ້ຄື້ນສຽງໄປກະຕຸ້ນລະບົບປະສາດທີ່ກ່ຽວຂ້ອງກັບການໄດ້ຍິນ ມີພັດທະນາການລະບົບການເຮັດວຽກໄດ້ໄວຂຶ້ນ ເມື່ອລູກເກີດມາ ຈະເຮັດໃຫ້ເຂົາມີຄວາມສາມາດໃນການຈັດລໍາດັບຄວາມຄິດໃນສະໝອງ, ຮູ້ສຶກຜ່ອນຄາຍ ແລະ ຈື່ຈໍາສິ່ງຕ່າງໆໄດ້ດີ ນອກຈາກນີ້ ແມ່ຍັງສາມາດຮ້ອງເພງໃຫ້ລູກຟັງ ເພື່ອໃຫ້ລູກຄຸ້ນເຄີຍກັບສຽງແມ່ໄດ້ເຊັ່ນກັນ.
- ແມ່ຕ້ອງອາລົມດີຢູ່ສະເໝີ: ຄົນອາລົມດີ ຍ່ອມມີຄວາມສຸກກວ່າຄົນອາລົມບໍ່ດີຢູ່ແລ້ວ ຈາກການສຶກສາທາງການແພດພົບວ່າ ແມ່ທີ່ອາລົມດີຢູ່ສະເໝີ ຈະເຮັດໃຫ້ຮ່າງກາຍມີການລັ່ງສານແຫ່ງຄວາມສຸກທີ່ເອີ້ນວ່າ ເອັນດໍຣຟິນ ( Endorphin )ອອກມາ ແລະ ສົ່ງຜ່ານທາງສາຍບື ໄປຍັງລູກໃນທ້ອງ ເຮັດໃຫ້ລູກມີພັດທະນາການທີ່ດີ ທາງດ້ານສະໝອງ ( IQ ) ແລະ ທາງດ້ານອາລົມ ( EQ ). ໃນທາງກົງກັັນຂ້າມ ແມ່ຖືພາຫາກມັກມີອາລົມຫງຸດຫງິດ, ໂມໂຫງ່າຍ ຮ່າງກາຍກໍຈະລັ່ງສານແຫ່ງຄວາມຄຽດ ທີ່ເອີ້ນວ່າ ອະຄຣີນາລີນ ອອກມາ ແລະ ສົ່ງຜ່ານໄປຍັງລູກໃນທ້ອງ ຊຶ່ງຈະເຮັດໃຫ້ລູກເກີດອອກມາເປັນເດັກນ້ອຍຂີ້ໄຫ້, ລ້ຽງຍາກ, ພັດທະນາການຊ້າ ດັ່ງນັ້ນ ຖ້າຍາກໃຫ້ລູກສະຫຼາດ, ພັດທະນາການດີ ແມ່ຖືພາຕ້ອງບໍ່ຄຽດ.
- ເລືອກກິນອາຫານທີ່ເໝາະສົມ: ຮູ້ ຫຼືບໍ່ວ່າ ເນື້ອສະໝອງຂອງລູກນ້ອຍໃນທ້ອງນັ້ນ ມີອົງປະກອບເປັນໄຂມັນ ໂດຍສະເພາະໄຂມັນທີ່ມີກົດໄຂມັນບໍ່ອຶ່ມຕົວເປັນອົງປະກອບເຖິງ 60% ຊຶ່ງກົດໄຂມັນອຶ່ມຕົວ ທີ່ສໍາຄັນຕໍ່ການພັດທະນາການສະໝອງຂອງລູກນ້ອຍໃນທ້ອງກໍຄື: ກົດໄຂມັນທີ່ມີຊື່ວ່າ DHA ຊຶ່ງມີຫຼາຍໃນຊີ້ນສັດປະເພດປາ ໂດຍສະເພາະປາທະເລ ແລະ ສາລ່າຍທະເລ ແຕ່ຄວນເລືອກກິນປາທີ່ມີສານປຣອທເຈືອປົນນ້ອຍເຊັ່ນ: ປາແຊລມອນ, ປາດຸກ ສ່ວນປາທີ່ມີສານປຣອທເຈືອປົນຫຼາຍ ແລະ ຄວນຫຼີກລ່ຽງນັ້ນ ມີປາທູນ່າ, ປາກະປ໋ອງ, ປາກະໂທງ ແລະ ປາອິນເດຍ ເປັນຕົ້ນ.
ກົດໄຂມັນບໍ່ອຶ່ມຕົວອີກຊະນິດໜຶ່ງ ມີຊື່ວ່າ ( ARA ) ຊຶ່ງມີຫຼາຍໃນອາຫານຈໍາພວກນໍ້າມັນພືດເຊັ່ນ: ນໍ້າມັນດອກຄໍາຝອຍ, ນໍ້າມັນດອກຕາເວັນ ແລະ ນໍ້າມັນສາລີ ແລະ ນອກຈາກອາຫານທີ່ກ່າວມາຂ້າງເທິງ ແມ່ມານຄວນກິນອາຫານໃຫ້ຄົບ 5 ໝູ່ ໃຫ້ພຽງພໍຕໍ່ຄວາມຕ້ອງການໃນແຕ່ລະວັນ ເພື່ອສຸຂະພາບທີ່ດີ ແລະ ພັດທະນາການຮອບດ້ານ ຂອງລູກນ້ອຍໃນທ້ອງ.
ນໍ້າມັນດອກຄໍາຝອຍ


ນໍ້າມັນດອກຕາເວັນ


ນໍ້າມັນສາລີ

