ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້

- 020901 2018 - ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້
- kitchen vibe - ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້

ຜົນການສຶກສາໃໝ່ຫລ້າສຸດ ລະບຸວ່າ : ການດື່ມນຳ້ບໍ່ພຽງພໍ ອາດເຮັດໃຫ້ອາລົມໝຸດໝັດໄດ້ງ່າຍກ່ວາປົກກະຕິ ລວມເຖິງມີຜົນຕໍ່ລະບົບປະມວນຜົນໃນສະໝອງ.

ວາລະສານ The Journal of Nutrition ໄດ້ຕີພິມຜົນການສຶກສາຫລ້າສຸດ ເຊິ່ງນັກວິໄຈພົບວ່າ: ອາການຂາດນຳ້ໃນຄົນເປັນປັດ ໄຈຕົ້ນຕໍໃນການເກີດອາການເຈັບຫົວ, ອິດເມື່ອຍອ່ອນເພຍ, ຂາດແຮງຈູງໃຈໃນການເຮັດວຽກໄປ ແລະ ອາລົມໝຸດໝັດງ່າຍ.

- Visit Laos Visit SALANA BOUTIQUE HOTEL - ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້
- Visit Laos Visit SALANA BOUTIQUE HOTEL - ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້

ການສຶກສາລະບຸວ່າ : ແມ່ຍິງທີ່ຂາດນຳ້ໜ້ອຍກ່ວາປົກກະຕິພຽງແຕ່ 1% ເທົ່ານັ້ນກໍຈະໄດ້ຮັບຜົນກະທົບ ໄດ້ແກ່ : ອາລົມໝຸດໝັດ ແລະ ເຈັບຫົວ. ນອກຈາກນີ້, ໜັງສືພິມ  The Huffington Post ໄດ້ອ້າງອີງເຖິງຜົນການສຶກສາໃນປີ 2009 ໂດຍນັກວິໄຈຈາກ  Tufts University ວ່າ : ການຂາດນຳ້ໃນຮ່າງກາຍຈະສາມາດນຳໄປສູ່ອາການອິດເມື່ອຍອ່ອນເພຍ, ສັບສົນ, ອາລົມໝົ່ນໝອງ, ຈິດໃຈບໍ່ດີ ເຊິ່ງການສຶກສານີ້ໄດ້ສຶກສາກັບນັກກິລາເພດຍິງທີ່ຢູ່ໃນໄລຍະເປັນໄວໜຸ່ມ.

ເຖິງວ່າການສຶກສາກ່ຽວກັບອາການຮ່າງກາຍຂາດນຳ້ກັບຜົນກະທົບທາງອາລົມຈະເຮັດຂຶ້ນກັບແມ່ຍິງ, ແຕ່ຜົນການສຶກສາກໍສາມາດນຳມາໃຊ້ກັບຜູ້ຊາຍໄດ້ຄືກັນ ແລະ ວາລະສານ TIME ໄດ້ລະບຸຕື່ມວ່າ : ການຮັກສາໃຫ້ຮ່າງກາຍໄດ້ຮັບນຳ້ພຽງພໍນັ້ນ ເຮັດໄດ້ໂດຍການດື່ມນຳ້ບໍລິສຸດ ແລະ ຫລີກເວັ້ນເຄື່ອງດື່ມທີ່ປະສົມສານກາເຟອີນ ຫລື ອານກໍຮໍ. ສຳລັບປະລິມານນຳ້ທີ່ຄວນດື່ມໃນແຕ່ລະມື້ນັ້ນສາມາດກວດເບິ່ງໄດ້ງ່າຍໆຈາກສີຂອງນຳ້ຍ່ຽວ ເຊິ່ງເມື່ອໃດທີ່ນຳ້ຍ່ຽວເປັນສີເຂັ້ມ ຫລື ເຫລືອງກ່ວາ ປົກກະຕິສະແດງວ່າຮ່າງກາຍກຳລັງຕ້ອງການນຳ້ຫລາຍຂຶ້ນ.

 

- 5 - ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້
- 3 - ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້
- 4 - ອາການໝຸດໝັດທີ່ເກີດຈາກຮ່າງກາຍຂາດນຳ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!