ປີຜ່ານມາກາແດງແຂວງວຽງຈັນຮັບບໍລິຈາກເລືອດໄດ້ເກືອບ 3.000 ຖົງ

- 84774 - ປີຜ່ານມາກາແດງແຂວງວຽງຈັນຮັບບໍລິຈາກເລືອດໄດ້ເກືອບ 3.000 ຖົງ
- kitchen vibe - ປີຜ່ານມາກາແດງແຂວງວຽງຈັນຮັບບໍລິຈາກເລືອດໄດ້ເກືອບ 3.000 ຖົງ

ໃນປີ 2017 ຜ່ານມາອົງ ການກາແດງແຂວງວຽງຈັນ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດ ໄດ້ເກືອບ 3.000 ຖົງ, ແຕ່ກໍຍັງ ບໍ່ທັນພຽງພໍກັບຄວາມຮຽກ ຮ້ອງຕ້ອງການຕົວຈິງໄດ້.
ຫົວໜ້າອົງການກາແດງແຂວງວຽງຈັນ ໃຫ້ຮູ້ວ່າ: ໃນປີ ຜ່ານມາ ການຮັບບໍລິຈາກ ເລືອດໃນແຂວງວຽງຈັນຖືກ ຈັດຕັ້ງປະຕິບັດຢ່າງມີຜົນ ສຳເລັດ ລື່ນແຜນການທີ່ວາງ ໄວ້ເກັບ 600 ຖົງ. ຈາກການ ລົງຮັບບໍລິຈາກທັງໝົດ 109 ຄັ້ງ, ເຊິ່ງເລືອດທີ່ໄດ້ຈາກ ການ ຮັບບໍລິຈາກ ແມ່ນໄດ້ສະໜອງ ໃຫ້ໂຮງໝໍແຂວງວຽງຈັນ, ໂຮງໝໍເມືອງວັງວຽງ, ໂຮງ ໝໍເມືອງຊະນະຄາມ, ໂຮງໝໍ ມິຕະພາບ, ໂຮງໝໍເສດຖາ, ໂຮງໝໍມະໂຫສົດ, ໂຮງໝໍໄຊ ມັງກອນ ແລະໂຮງໝໍແຂວງ ຕ່າງໆ ເມື່ອທຽບຕົວເລກ ຄວາມຕ້ອງການແມ່ນຍັງບໍ່ ພຽງພໍ ຄົນເຈັບທີ່ຕ້ອງການ ເລືອດຫລາຍກວ່າໝູ່ແມ່ນ ປະເພດຂາດເລືອດຊຳເຮື້ອ, ເລືອດຈາງ, ຜ່າຕັດ, ຟອກ ໝາກໄຂ່ຫລັງ ແລະ ອຸບັດ ເຫດຕ່າງໆ.

+ ສິ່ງທີ່ທ່ານຄວນຮູ້ກ່ອນຈະໄປບໍລິຈາກເລືອດ

+ 63 ປີແຫ່ງການສ້າງຕັ້ງອົງການກາແດງລາວ

- 4 - ປີຜ່ານມາກາແດງແຂວງວຽງຈັນຮັບບໍລິຈາກເລືອດໄດ້ເກືອບ 3.000 ຖົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!