ຊົມເຊີຍນະຄອນຫລວງຈະເລັ່ງຈັດສັນຕົວເມືອງໃຫ້ເປັນລະບຽບຮຽບຮ້ອຍ ແລະ ຈົບງາມ


ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານທີ່ ຮັກແພງ, ຖ້າໃຜໄດ້ຍິນຂ່າວນີ້ ກໍຄົງຈະດີໃຈ, ເມື່ອເຈົ້າຄອງນະ ຄອນຫລວງໄດ້ອອກມາຊີ້ແຈງ ວ່າ: ນັບແຕ່ປີໃໝ່ນີ້ເປັນຕົ້ນໄປ ນະຄອນຫລວງ ວຽງຈັນຈະເລັ່ງ ຈັດສັນຕົວເມືອງ ແລະ ແກ້ໄຂສະພາບການສັນຈອນແອອັດໃຫ້ ຫລຸດຜ່ອນລົງ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍຈົບງາມ ດີຂຶ້ນກວ່າເກົ່າ, ໂດຍກຳລັງເຈົ້າ ໜ້າທີ່ຈະລາຈອນ, ພະແນກໂຍ ທາທິການ ແລະ ຂົນສົ່ງ, ອົງການອະນາໄມ ແລະ ບໍລິຫານ ຕົວເມືອງ, ສົມທົບກັບອຳນາດການປົກຄອງບ້ານ ແລະ ເມືອງ ຕ່າງໆ, ເພື່ອເລັ່ງຈັດສັນສະພາບ ຈອດລົດຊະຊາຍ, ການນຳໃຊ້ ທາງຍ່າງເປັນບ່ອນຂາຍເຄື່ອງ ແລະ ດຳເນີນທຸລະກິດຕ່າງໆ, ເລີກຮື້ການຕັ້ງເທີບ-ຕັ້ງເງີບ ທີ່ ກວມເອົາເຂດທາງຍ່າງ. ປະຕິ ບັດມາດຕະການສະກັດກັ້ນບໍ່ ໃຫ້ ການວາງຫີນ, ວາງຊາຍໃນ ເຂດກໍ່ສ້າງເປັນສິ່ງອຸປະສັກ ໃຫ້ແກ່ການສັນຈອນໄປມາໃນ ຕົວເມືອງ, ພ້ອມນັ້ນກໍຈະໄດ້ ແກ້ໄຂສະພາບລໍ້ຂາຍເຄື່ອງ ຕ່າງໆຕາມແຄມທາງ ໃຫ້ໝົດ ໄປ, ເຊິ່ງເບື້ອງຕົ້ນຈະເຮັດທົດ ລອງຢູ່ຖະໜົນສຸພານຸວົງແລ້ວ ຂະຫຍາຍອອກໄປສູ່ຖະໜົນອື່ນໆ ທີ່ມີຄວາມແອອັດໃຫ້ ກ້າວສູ່ຄວາມເປັນລະບຽບຮຽບຮ້ອຍແນໃສ່ສ້າງນະຄອນ ຫລວງວຽງຈັນສະອາດງົດງາມ ແລະ ເປັນຕາໜ້າຢູ່, ກ້ຽມຕ້ອນຮັບແຂກບ້ານ ແຂກເມືອງ ຜູ້ມາທ່ອງທ່ຽວຢ້ຽມຢາມໃຫ້ ມີຄວາມປະທັບໃຈ.
+ ນະຄອນຫລວງຈະສຸມໃສ່ຈັດສັນການສັນຈອນໃນຕົວເມືອງ
+ ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ

