ມີສະຕິກຽມຮັບມືກັບພາຍຸລະດູຮ້ອນ 12-16 ເມສານີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ເນື່ອງຈາກບໍລິເວນຕ່ຳຂອງອາກາດຮ້ອນ ໄດ້ເຂົ້າມາປົກຄຸມທົ່ວທຸກພາກຂອງລາວໃນໄລຍະຫລາຍວັນຜ່ານມາ ແລະ ຈະສືບຕໍ່ປົກຄຸມໄປຈົນຮອດໄລຍະຕອນເຊົ້າຂອງວັນທີ 12 ເມສານີ້ ແລະ ຫລັງຈາກນັ້ນ ມວນອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມອີກເທື່ອໃໝ່ ແລະ ຈະເຮັດໃຫ້ເກີດມີແລວປະທະຂອງມວນອາກາດຮ້ອນ ແລະ ເຢັນ ພ້ອມດຽວກັນນັ້ນ ກະແສລົມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີລົມພາຍຸລະດູຮ້ອນເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 12-16 ເມສານີ້.
ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນປະຊາຊົນຜູ້ທີ່ອາໃສຢູ່ແຂວງຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບລົມແຮງ, ຝົນຕົກຟ້າຄະນອງ, ໝາກເຫັບຕົກ ແລະ ຕ້ອງຫລີກລ້ຽງຢູ່ໃກ້ກັບສິ່ງກໍ່ສ້າງທີ່ບໍ່ແຂງແຮງ, ຕົ້ນໄມ້ໃຫຍ່, ຊຶ່ງອາດຈະລົ້ມທັບກໍເປັນໄດ້, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດເປັນປົກກະຕິ.