ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ

- 5 1 - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ
- kitchen vibe - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ

ປີນີ້, ຮູ້ສຶກວ່າອາກາດ ໜາວ ເຢັນຫລາຍທົ່ວທຸກຂົງ ເຂດຂອງປະເທດເຮົາ ແລະ ບາງເຂດ ຈົນເປັນນ້ຳກ້າມເປັນ ຕົ້ນແມ່ນ ແຂວງຊຽງຂວາງ ແລະ ຫົວພັນ ເຮັດໃຫ້ຜູ້ຄົນ ຄິດຫາແຕ່ນ້ຳອຸ່ນເພື່ອອາບຂໍ ແນະນຳໄປທ່ຽວບໍ່ນ້ຳຮ້ອນ ບ້ານນາທອງ ແລະ ບໍ່ນ້ຳຮ້ອນ ບ້ານຊ້າງ ຢູ່ແຂວງຊຽງ ຂວາງບໍ່ນ້ຳຮ້ອນທີ່ໃຫ້ຊັບພະ ຄຸນຫລາຍຢ່າງ ເຊິ່ງຈະຊ່ວຍ ໃຫ້ຮ່າງກາຍມີພູມຖານ ແລະ ຮັກສາພະຍາດຕ່າງໆໄດ້.

 

- Visit Laos Visit SALANA BOUTIQUE HOTEL - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ
- 254fd - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ
(ບໍ່ນ້ຳຮ້ອນບ້ານນາທອງ)

+ ແຫລ່ງທ່ອງທ່ຽວບໍ່ນ້ຳອຸ່ນນາເມືອງ ແລະ ບໍ່ນ້ຳຮ້ອນວຽງທອງພວມໄດ້ຮັບການພັດທະນາ

+ ປີທ່ອງທ່ຽວລາວແຂວງວຽງຈັນຈະດຶງດູດ ນັກທ່ອງທ່ຽວເຂົ້າມາທ່ຽວຢ່າງໜ້ອຍ 8 ແສນຄົນ

ບໍ່ນ້ຳຮ້ອນບ້ານນາທອງ ເປັນບໍ່ນ້ຳຮ້ອນໂດດເດັ່ນຢູ່ໃນ ເມືອງຄຳ ຕັ້ງຢູ່ຫ່າງຈາກ ເທ ສະບານເມືອງຄຳພຽງ 800 ແມັດ, ເປັນບໍ່ນ້ຳຮ້ອນທີ່ເກີດ ຈາກ ຫລືບຫີນ, ມີນ້ຳໃສສະ ອາດ ແລະ ໄຫລຕະຫລອດປີ. ບໍ່ນ້ຳຮ້ອນແຫ່ງນີ້ມີອຸນນະພູມ ປະມານ 45-50 ອົງສາ ແລະ ໃນປັດຈຸບັນ, ປະຊາຊົນ ໄດ້ສ້າງ ເປັນອ່າງ ເພື່ອເປັນບ່ອນອາບ ນ້ຳໃນລະດູໜາວ ແລະ ເໝາະ ທີ່ສຸດໃນໄລຍະນີ້ທີ່ຈະໄປທ່ຽວ ເພື່ອເປັນການພັກຜ່ອນຢ່ອນ ໃຈໂດຍການລົງແຊ່ນ້ຳຮ້ອນ ໃຫ້ເຊົາເມື່ອຍ, ສ້າງຄວາມສົດ ຊື່ນໃຫ້ຮ່າງກາຍ ແລະ ຈິດໃຈ.

- 15170801 157479484724792 6398208078331964175 n - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ
(ບໍນ້ຳຮ້ອນບ້ານຊາງ)

ຫລັງຈາກນັ້ນກໍມາທ່ຽວບໍ່ນ້ຳຮ້ອນບ້ານຊາງເປັນບໍ່ນ້ຳຮ້ອນທີ່ມີຊື່ສຽງອີກແຫ່ງໜຶ່ງ ເຊິ່ງຕັ້ງຢູ່ຫ່າງຈາກເທສະບານ ເມືອງຄຳປະມານ 4 ກິໂລ ແມັດ, ບໍ່ນ້ຳຮ້ອນແຫ່ງນີ້ເປັນ ບໍ່ນ້ຳຮ້ອນທີ່ໄຫລລອດອອກ ມາຈາກຝັ່ງແມ່ນ້ຳມັດ, ມີອຸນ ຫະພູມປະມານ 60 ອົງສາ ແລະ ມີແຮ່ທາດທຳມະຊາດ ປະສົມຢູ່ ເຊິ່ງມີສັບພະຄຸນໃນ ການປົວພະຍາດຜິວໜັງ. ປັດ ຈຸບັນ, ບໍ່ ນ້ຳຮ້ອນບ້ານຊາງໄດ້ ຮັບການພັດທະນາໃຫ້ເປັນ ແຫລ່ງທ່ອງທ່ຽວແບບປະຊາ ຊົນມີສ່ວນຮ່ວມ ເຊິ່ງປະກອບ ມີສະຖານທີ່ຮົມຢາພື້ນເມືອງ, ບ່ອນອົບນວດ ແຜນບູຮານ, ບ່ອນອາບນ້ຳແຮ່ ແລະ ເຮືອນ ພັກແຮມ. ນອກນັ້ນ, ນັກທ່ອງ ທ່ຽວຍັງສາມາດຍ່າງເລາະ ປ່າ ແລະ ຮັບປະທານອາຫານ ພ້ອມທັງຊົມທິວທັດທຳມະ ຊາດອັນງົດງາມຂອງເຂດພູ ດອຍອີກດ້ວຍ.

- 15095681 157479508058123 7679433014159453717 n - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ

- 15193561 1812496102371858 3438970299232767530 n - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ

- 5 1 - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ

 

 

- 4 - ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ແລະ ບ້ານຊາງແຂວງຊຽງຂວາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!