ບໍ່ຕິດສະຫລາກສີນຄ້າເປັນພາສາລາວແມ່ນຜິດລະບຽບ


ເຈົ້າໜ້າທີ່ພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສີນຄ້າທີ່ຜະລິດພາຍໃນ ຫລື ນໍາເຂົ້າຈາກຕ່າງປະເທດເພື່ອຈໍາໜ່າຍໂດຍຜູ້ສະໜອງຕ້ອງໃຫ້ມີສະຫລາກເປັນພາສາລາວຕິດມາພ້ອມ, ຖ້າສີນຄ້າໃດບໍ່ຕິດສະຫລາກເປັນພາສາລາວຖືວ່າແຫລ່ງທີ່ມາຂອງສີນຄ້ານັ້ນບໍ່ຖືກຕ້ອງຕາມລະບຽບກົດໝາຍ, (ແຕ່ຍົກເວັ້ນສໍາລັບສີນຄ້າທີ່ຖືກຍົກເວັ້ນການຕິດສະ ຫລາກຕາມທີ່ກໍານົດໄວ້ໃນມາດຕາ 4 ຕາມຄໍາສັ່ງຂອງລັດຖະມົນຕີກະຊວງອຸດສະຫະກໍາກະຊວງການຄ້າສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015).
ໃນເດືອນມີຖຸນາ 2016 ຜ່ານມາ, ພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ, ໄດ້ອອກແຈ້ງການເຖິງສະພາການຄ້າ ແລະ ອຸດສະຫະກໍານະຄອນຫລວງ, ສະມາຄົມ ແລະ ກຸ່ມທຸລະກິດ, ຜູ້ປະກອບການຜະລິດ, ນໍາເຂົ້າ, ຈໍາໜ່າຍຂາຍຍົກ-ຂາຍຍ່ອຍສີນຄ້າ, ຕະ ຫລາດທົ່ວນະຄອນຫລວງວຽງຈັນໃນການຕິດສະຫລາກສີນຄ້າເປັນພາສາລາວ, ໂດຍກໍານົດໃຫ້ຜູ້ປະກອບການຜະລິດ, ນໍາເຂົ້າ, ຈໍາໜ່າຍ ກະກຽມຈັດພີມ ແລະ ຕິດສະຫລາກສີນຄ້າເປັນພາສາລາວໃຫ້ຖືກຕ້ອງສໍາເລັດພາຍໃນກໍານົດ 2 ເດືອນນັບແຕ່ມື້ອອກແຈ້ງ ການ, ໂດຍມອບໃຫ້ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ແລະ ເຈົ້າໜ້າທີ່ກວດກາການຄ້າສົມທົບກັບຂະແໜງການກ່ຽວຂ້ອງລົງກວດ ກາການຈັດຕັ້ງປະຕິບັດ, ຖ້າພົບເຫັນການລະເມີດໃຫ້ປະຕິບັດມາດຕະການເຂັ້ມງວດຕາມລະບຽບການ. ນອກຈາກນີ້, ຍັງໄດ້ຂໍຄວາມຮ່ວມມືນໍາຜູ້ຊື້ໃນການຊຸກຍູ້ສົ່ງເສີມ ແລະ ເລືອກຊື້ສີນຄ້າທີ່ຕິດສະຫລາກເປັນພາສາລາວຢ່າງຖືກຕ້ອງເພື່ອຮັບປະກັຍຄວາມປອດໄພທາງດ້ານສຸຂະພາບ, ຊັບສີນ, ສິດຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ, ແຕ່ມາຮອດປັດຈຸບັນພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ກໍຍອມຮັບວ່າຍັງມີສີນຄ້າຈໍານວນຫລວງຫລາຍທີ່ບໍ່ຕິດສະຫລາກເປັນພາສາລາວໄດ້ວາງຈໍາໜ່າຍທົ່ວໄປໃນທ້ອງຕະຫລາດ, ສູນການຄ້າ, ຮ້ານສະດວກຊື້ຢ່າງແຜ່ຫລາຍນັບທັງໃນນະຄອນຫລວງວຽງຈັນ ແລະ ທ້ອງຖິ່ນຕ່າງໆ.
ແນວໃດກໍຕາມ, ຄໍາສັ່ງຂອງລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ໄດ້ລະບຸແຈ້ງວ່າ: ຜູ້ຜະລິດພາຍໃນ ແລະ ນໍາເຂົ້າຜະລິດຕະພັນຈາກຕ່າງປະເທດຕ້ອງຕິດສະຫລາກເປັນພາສາລາວກ່ອນຈະຈໍາໜ່າຍ ເພື່ອໃຫ້ຜູ້ຊົມໃຊ້ເຂົ້າໃຈກ່ຽວກັບສັບພະຄຸນ ແລະ ຄຸນນະພາບຂອງສີນຄ້າກ່ອນຈະເລືອກຊື້ ແລະ ເພື່ອຫລີກລ້ຽງການຊົມໃຊ້ສີນຄ້າທີ່ບໍ່ມີຄຸນະພາບ, ເສຍຄຸນ ແລະ ໝົດອາຍຸການນໍາໃຊ້ ທີ່ສົ່ງຜົນກະທົບອັນບໍ່ດີຕໍ່ສຸຂະພາບຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ.
ຜູ້ຜະລິດ, ຜູ້ປະກອບ, ປຸງແຕ່ງ, ຫຸ້ມຫໍ່ສິນຄ້າຢູ່ ສປປ ລາວ, ຜູ້ນຳເຂົ້າ ແລະ ຈຳໜ່າຍສິນຄ້າທີ່ຂຶ້ນທະບຽນວິສາຫະກິດການຄ້າຂາຍຍົກ ຫລື ເປັນຕົວແທນຈຳໜ່າຍສິນຄ້າໃດໜຶ່ງຕ້ອງຕິດສະ ຫລາກສິນຄ້າເປັນພາສາລາວກ່ອນຈະຈຳໜ່າຍໃຫ້ຜູ້ຊົມໃຊ້ ຫລື ສະໜອງໃຫ້ຜູ້ຂາຍຍ່ອຍ, ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນສິນຄ້າທີ່ສະໜອງນັ້ນບໍ່ໄດ້ຕິດສະຫລາກເປັນພາສາລາວຈະຖືກກ່າວເຕືອນ, ປັບໄໝ, ໃຫ້ໂຈະ ຫລື ຖອນໃບທະບຽນວິສາຫະກິດ.
ສໍາລັບຜູ້ດຳເນີນທຸລະກິດການຄ້າຂາຍຍ່ອຍ, ການຮັບເອົາສິນຄ້າມາຈໍາໜ່າຍໃຫ້ຮັບເອົາສິນຄ້າທີ່ຕິດສະຫລາກເປັນພາສາລາວເທົ່ານັ້ນ, ພ້ອມນີ້ກໍຕ້ອງວາງຂາຍສິນຄ້າທີ່ໄດ້ຕິດສະຫລາກເປັນພາສາລາວ, ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນສິນຄ້າທີ່ວາງຂາຍບໍ່ໄດ້ຕິດສະຫລາກເປັນພາສາລາວຈະຖືກກ່າວເຕືອນ, ປັບໄໝ, ຍຶດ ຫລື ອາຍັດສິນຄ້າດັ່ງກ່າວ.
ສ່ວນສິນຄ້າທີ່ໄດ້ຜະລິດ ຫລື ນຳເຂົ້າມາຈຳໜ່າຍກ່ອນປະກາດໃຊ້ຄຳສັ່ງສະບັບນີ້ຜູ້ຂາຍຍ່ອຍຕ້ອງປະສານເອົາສະຫລາກທີ່ເປັນພາສາລາວນຳຜູ້ທີ່ສະໜອງສິນຄ້າໃຫ້ຕົນ, ຖ້າຜູ້ສະໜອງສິນຄ້າບໍ່ສາມາດຈັດພິມໃຫ້ໄດ້ແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ ຫລວງວຽງຈັນສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງລົງໄປກວດກາ ແລະ ບັນທຶກສິນຄ້າດັ່ງກ່າວ, ຈາກນັ້ນຈະຕິດຕາມການຈຳໜ່າຍເປັນແຕ່ລະໄລຍະຈົນກວ່າຈະຈຳໜ່າຍສິນຄ້າເຫລົ່ານັ້ນໝົດໄປ. ສໍາລັບເນື້ອໃນສະຫລາກຕ້ອງປະກອບມີເນື້ອໃນດັ່ງນີ້: ປະເພດ ຫລື ຊະນິດສິນຄ້າ, ເຄື່ອງໝາຍການຄ້າທີ່ໄດ້ຈົດທະບຽນຂອງຜູ້ຜະລິດ ແລະ ຜູ້ນຳເຂົ້າເພື່ອຈຳໜ່າຍ, ສະຖານທີ່ຜະລິດ ແລະ ຜູ້ນຳເຂົ້າເພື່ອຈຳໜ່າຍ, ຊື່ປະເທດຜະລິດສິນຄ້າ, ລາຄາ, ຈຳນວນ, ປະລິມານ, ຄຸນນະພາບ, ບໍລິມາດ, ສ່ວນປະກອບທີ່ກຳນົດແຈ້ງອັດຕາສ່ວນປະກອບ, ຂໍ້ແນະນຳວິທີນຳໃຊ້, ຄຳເຕືອນ, ວັນ, ເດືອນ, ປີຜະລິດ ແລະ ວັນໝົດອາຍຸນຳໃຊ້, ສະຫລາກຕ້ອງຕິດໃຫ້ແໜ້ນ, ຕິດຢູ່ບ່ອນເຫັນໄດ້ງ່າຍ ແລະ ຕ້ອງຕິດໃສ່ທັງສິນຄ້າ ແລະ ຫີບຫໍ່ ຫລື ສິ່ງບັນຈຸຕ່າງໆ, ສ່ວນສິນຄ້ານຳເຂົ້າຈາກຕ່າງປະເທດນັ້ນເນື້ອໃນຂອງສະຫລາກທີ່ເປັນພາສາລາວຕ້ອງຖືກກັບເນື້ອໃນຂອງສະຫລາກທີ່ເປັນພາສາຕ່າງປະເທດ, ສໍາລັບສິນຄ້າທີ່ຖືກຍົກເວັ້ນການຕິດສະຫລາກມີຄື: ສິນຄ້າທີ່ນຳເຂົ້າຊົ່ວຄາວເພື່ອສົ່ງອອກຕໍ່, ເພື່ອວາງສະແດງໃນງານຕະຫລາດນັດ ຫລັງຈາກນັ້ນສົ່ງອອກຄືນ, ສິນຄ້າຜ່ານແດນ, ຂອງຂວັນ ແລະ ຂອງຕ້ອນ, ສິນຄ້າທີ່ເປັນສະບຽງອາຫານສົດ, ສະບຽງອາຫານທີ່ປຸງແຕ່ງແຕ່ບໍ່ມີການຫຸ້ມຫໍ່ ແລະ ຂາຍໂດຍກົງໃຫ້ຜູ້ຊົມໃຊ້, ສິນຄ້າທີ່ເປັນວັດຖຸດິບບໍ່ມີການຫຸ້ມຫໍ່ນຳເຂົ້າເພື່ອສະໜອງໃຫ້ການຜະລິດໃນໂຮງງານ ຫລື ການກໍ່ສ້າງ.
ສໍາລັບມາດຕະການຕໍ່ຜູ້ລະເມີດມີດັ່ງນີ້: ສໍາລັບຮ້ານຄ້າຂາຍຍ່ອຍລະເມີດ ຄັ້ງທີໜຶ່ງແມ່ນຕັກ ເຕືອນ ແລະ ເຮັດບົດບັນທຶກຮັບຮູ້ການລະເມີດ, ລະເມີດຄັ້ງທີສອງໃຫ້ດຳເນີນການປັບໄໝແຕ່ 5 ແສນຫາ 1 ລ້ານກີບ ແລະ ລະເມີດຄັ້ງທີສາມແມ່ນປັບໃໝແຕ່ 1-2 ລ້ານກີບ, ສ່ວນຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ຂາຍຍົກ ແລະ ຜູ້ເປັນຕົວແທນຈຳໜ່າຍລະເມີດຄັ້ງທີສອງແມ່ນປັບໄໝ 5-7 ລ້ານກີບ ແລະ ລະເມີດຄັ້ງທີສາມແມ່ນປັບໄໝແຕ່ 7-9 ລ້ານກີບ ແລະ ໃຫ້ໂຈະ ຫລື ຖອນໃບທະບຽນວິສາຫະກິດຕາມລະບຽບກົດໝາຍ.