ປີຜ່ານມາລາວສາມາດຄວບຄຸມລາຄາສີນຄ້າໄດ້ດີສົມຄວນ

- 23517741 867305666754873 5300239670155228909 n - ປີຜ່ານມາລາວສາມາດຄວບຄຸມລາຄາສີນຄ້າໄດ້ດີສົມຄວນ
- kitchen vibe - ປີຜ່ານມາລາວສາມາດຄວບຄຸມລາຄາສີນຄ້າໄດ້ດີສົມຄວນ

ຮອງ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໃຫ້ຮູ້ວ່າ: ປີຜ່ານມາ, ຂະແໜງການກ່ຽວຂ້ອງນັບທັງສູນກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມກວດກາລາຄາສີນຄ້າປະເພດເຄື່ອງອຸປະໂພກ-ບໍລິໂພກຢູ່ໃນທ້ອງຕະຫລາດຢ່າງເປັນປົກກະຕິ ເພື່ອບໍ່ໃຫ້ລາຄາສີນຄ້າໃນໝວດຈໍາເປັນຈໍານວນໜຶ່ງເໜັງຕິງຂຶ້ນແຮງ, ໂດຍສະເພາະໝວດສະບຽງອາຫານເຊັ່ນ: ເຂົ້າ, ຊີ້ນ, ປາ, ນໍ້າມັນ, ພືດຜັກ ແລະ ອື່ນໆ. ແຕ່ກໍຍອມຮັບວ່າຍັງມີສີນຄ້າບາງໝວດ, ບາງປະເພດ ໄດ້ມີການເໜັງຕິງຂຶ້ນລົງເລັກໜ້ອຍ, ຍ້ອນປັດໃຈການຜະລິດ, ການສະໜອງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫລາດໃນໄລຍະໃດໜຶ່ງ ໂດຍສະເພາະໃນຊ່ວງເທດສະການ ແລະ ລະດູການຜະລິດ ແລະ ອີກປັດໃຈໜຶ່ງກໍຍ້ອນພວກເຮົາຍັງມີການນໍາເຂົ້າສີນຄ້າຈາກຕ່າງປະເທດເປັນຈໍານວນຫລາຍ ​ເປັນຕົ້ນ: ນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ຫົວອາຫານສັດ, ​ແນວ​ພັນພືດ-ສັດ, ​ວັກ​ແຊງ ແລະ ສີນຄ້າອື່ນໆ ຈຶ່ງເຮັດໃຫ້ລາຄາສີນຄ້າມີການເໜັງຕິງ, ແຕ່ກໍເຫັນວ່າຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ ແລະ ພິເສດເມື່ອປີຜ່ານມານີ້, ກະຊວງອຸດສະຫະກໍາ ແລະ ການຄ້າ ກໍໄດ້ເປີດໂທລະສັບສາຍດ່ວນໝາຍເລກ 1510 ເພື່ອໃຫ້ສັງຄົມ ກໍຄືຜູ້ບໍລິໂພກສາມາດແຈ້ງຕໍ່ຂະແໜງການກ່ຽວຂ້ອງເມື່ອພົບເຫັນການສວຍໂອກາດຂຶ້ນລາຄາໂດຍລໍາພັງໃຈ, ໂລບຕາຊິງ ຫລື ຖືກເອົາປຽບໃນດ້ານການຄ້າ ແລະ ການບໍລິການອື່ນໆ, ຊຶ່ງເຫັນວ່າມີປະຊາຊົນສະເໜີບັນຫາຕ່າງໆມາຫາຫລາຍສົມຄວນ.

 

- Visit Laos Visit SALANA BOUTIQUE HOTEL - ປີຜ່ານມາລາວສາມາດຄວບຄຸມລາຄາສີນຄ້າໄດ້ດີສົມຄວນ

ທ່ານຮອງຫົວໜ້າກົມດັ່ງກ່າວ ໃຫ້ຮູ້ວ່າ: ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ​ແລະ ຄ່າບໍລິການ​ຢູ່ປະເທດເຮົາໃນໄລຍະຜ່ານມາ, ​ແມ່ນມີຫລາຍນິຕິກໍາເປັນບ່ອນອິງ, ໂດຍສະເພາະ​ດຳລັດ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ 474/ນຍ, ລົງ​ວັນ​ທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສີນຄ້າ, ບົດ​ແນະນຳ​ການຈັດຕັ້ງປະຕິບັດ​ດຳລັດ 474/ນຍ, ຂໍ້​ຕົກລົງ​ວ່າ​ດ້ວຍ​ລາຄາ​ສິນຄ້າ ​ແລະ ຄ່າ​ບໍລິການ​ຂອງ​ຂະ​ແໜງອຸດສະຫະກໍາ ແລະ ການຄ້າ, ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ກຳນົດ​ລາຍການ​ສິນຄ້າ, ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ, ​ແຈ້ງ​ການ​ກ່ຽວ​ກັບ​ການ​ກຳນົດ​ລາຄາ​ຊີ້​ນໝູ ​ແລະ ​ນິຕິກໍາ​ອື່ນໆ​ຈຳນວນ​ໜຶ່ງ ແລະ ໃນປີ 2017 ​ໄດ້​ມີ​ການ​ປັບ​ລາຄານໍ້າມັນເຊື້ອໄຟ​ທັງ​ໝົດ 14 ຄັ້ງ, ໃນນັ້ນປັບ​ຂຶ້ນ 10 ຄັ້ງ, ປັບ​ລົງ 4 ຄັ້ງ ແລະ ສະເລ່ຍການປັບລາຄາຂຶ້ນລົງຢູ່​ລະຫວ່າງ 8-15% ​ເມື່ອ​ທຽບ​ໃສ່​ປີ 2016. ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ທາງດ້ານ​ລາຄາ, ທັງ​ເປັນ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຜູ້​ດຳ​ເນີນ​ທຸລະ​ກິດ, ຜູ້​ຊົມ​ໃຊ້ ​ແລະ ຜົນ​ປະ​ໂຫຍ​ດຂອງ​ລັດ.

- 4 - ປີຜ່ານມາລາວສາມາດຄວບຄຸມລາຄາສີນຄ້າໄດ້ດີສົມຄວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!