ລາວ-ຈີນ ລົງນາມສັນຍາຮ່ວມມືຫລາຍສະບັບໃນໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ


ພິທີລົງນາມສັນຍາການຮ່ວມມືໃນໂຄງການກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານລະຫວ່າງລັດຖະບານລາວຕາງໜ້າໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດນາງ ຄຳເພົາ ເອີນທະວັນ ແລະ ຝ່າຍຈີນແມ່ນທ່ານ ຫວາງ ເວີນທຽນ (Wang Wentian) ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈຳລາວ, ໄດ້ມີຂຶ້ນໃນວັນທີ 2 ມັງກອນນີ້, ຢູ່ນະຄອນຫລວງວຽງຈັນເພື່ອຜັນຂະຫຍາຍຜົນກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 1.
ການຮ່ວມມືພິເສດດັ່ງກ່າວ, ລວມມີ 13 ໂຄງການນອນໃນ 5 ກະຊວງ ແລະ ຂະແໜງການ, ລວມມີມູນຄ່າ 3.494.400 ໂດລາສະຫະລັດຄື: ໂຄງການຮັບມືການຮົ່ວໄຫລຂອງນ້ຳມັນໃນເຂດທ່າເຮືອຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ໂຄງການສ້າງຄວາມເຂັ້ມແຂງໃນການແຂ່ງຂັນສຳລັບອຸດສາຫະ ກຳແປຮູບຂອງລາວຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂຄງການກວດສອບຄຸນນະພາບນ້ຳແຫ່ງຊາດຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂຄງການເວທີການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເພື່ອການພັດທະນາແບບຍືນຍົງສຳລັບວຽກງານ ໄອຊີທີ (ICT) ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໂຄງການຝຶກອົບຮົມກ່ຽວກັບການລົງທະບຽນພົນລະເຮືອນ ແລະ ລະບົບສະຖິຕິຈາກ 6 ປະເທດໃນພາກພື້ນແມ່ນ້ຳຂອງຂອງກະຊວງພາຍໃນ ແລະ ໂຄງການອື່ນໆອີກຈຳນວນໜຶ່ງ.