ຫ້ອງນໍ້າສະອາດ ກໍສາມາດ ດຶງດູດນັກທ່ອງທ່ຽວໄດ້

- kitchen vibe - ຫ້ອງນໍ້າສະອາດ ກໍສາມາດ ດຶງດູດນັກທ່ອງທ່ຽວໄດ້

ຫ້ອງນໍ້າບໍ່ໄດ້ແມ່ນວຽກທີ່ເປັນບູລິມະສິດຫຍັງດອກໃນການພັດທະນາການທ່ອງທ່ຽວ ແຕ່ມັນເປັນລາຍລະອຽດຫນຶ່ງທີ່ພວກເຮົາບໍ່ຄວນເບິ່ງຂ້າມເພື່ອທີ່ຈະສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ.

ໃນມື້້ພັກປີໃໝ່ສາກົນທີ່ຜ່ານມາ ຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມແຫຼ່ງທ່ອງທ່ຽວແຫ່ງນຶ່ງທີ່ມີຊື່່ສຽງຢູ່ ພາກໃຕ້ຂອງລາວ ເຊິ່ງເປັນນໍ້າຕົກຕາດທີ່ເປັນຮູ້ຈັກດີພໍສົມຄວນ. ທຳມະຊາດ ຮວມທັງນໍ້າທີ່ໄຫຼລົງຈາກໜ້າຜານັ້ນເຮັດໃຫ້ຄວາມຊຸ່ມຊື່ນຈິດໃຈ, ມີຊີວິດຊີວາ ແຕ່ສິ່ງທີ່ຕິດໃນມະໂນພາບ ຂອງຜູ້ຂຽນພັດບໍ່ແມ່ນເລື່ອງຄວາມງາມເຫຼົ່ານັ້ນ ແຕ່ແມ່ນກິ່່ນແຮງໆ ຂອງຫ້ອງນໍ້າເຊິ່ງຜູ້ຄົນຊົມໃຊ້ຢ່າງ ຄັບຄາໜ້າແໜ້ນ ແຕ່ຫຼຽວໄປທາງໃດກໍບໍ່ມີຜູ້ຮັບຜິດຊອບມາອະນາໄມ, ເມື່ອເປັນດັ່ງນີ້ພວກເຮົາຈະເຮັດ ໃຫ້ຫ້ອງນໍ້າຕາມສະຖານທີ່ທ່ອງທ່ຽວເຮົາສະອາດໄດ້ແນວໃດ ?.

- Visit Laos Visit SALANA BOUTIQUE HOTEL - ຫ້ອງນໍ້າສະອາດ ກໍສາມາດ ດຶງດູດນັກທ່ອງທ່ຽວໄດ້

ແລະແລ້ວ ຜູ້ຂຽນຈຶ່ງຄິດພໍ້ກັບນະໂຍບາຍດີໆ ຂອງ ສປ ຈີນ ທີ່ເພິ່ນຫາກໍອະນຸມັດງົບປະມານຢ່າງມະຫາສານ ເພື່ອດຳເນີນໂຄງການ ການປະຕິວັດຫ້ອງນໍ້າຢູ່ ສປ ຈີນ ເຊິ່ງແມ່ນ ທ່ານ ສີ ຈິ້ນຜິງ ຜູ້ນໍາຂອງ ສປ ຈີນໄດ້ນຳສະເໜີ ເພື່ອແນໃສ່ການປັບປຸງຫ້ອງນໍ້າສາທາລະນະ ໂດຍສະເພາະສະຖານທີ່ທ່ອງທ່ຽວໃນປີ 2015 ເຊິ່ງລັດຖະບານໄດ້ອະນຸມັດເງິນກວ່າ 3 ຕື້ໂດລາ ເພື່ອສ້າງ ແລະປັບປຸງຫ້ອງນໍ້າກວ່າ 67,000 ແຫ່ງທົ່ວປະເທດ ແລະອົງການທ່ອງທ່ຽວແຫ່ງຊາດຈີນ (CNTA) ຍັງມີແຜນການສ້າງ ແລະປັບປຸງຫ້ອງນໍ້າ 47,000 ກວ່າແຫ່ງແຕ່ປີ 2016-2018 ຕຶ່ມອີກ ເຊິ່ງ ທ່ານ ສີ ຈິ້ນຜິງໄດ້ວ່າຕໍ່ສາທາລະນະວ່າ “ບັນຫາຫ້ອງນໍ້າບໍ່ແມ່ນເລື່ອງນ້ອຍ, ການສ້າງ ແລະປັບປຸງຫ້ອງນໍ້າ ແມ່ນຈະສາມາດກະຕຸ້ນການທ່ອງທ່ຽວ ແລະຍົກສູງມາດຖານການດຳລົງຊີວິດຂອງຄົນຈີນໃຫ້ດີກວ່າເກົ່າ”.

ເພາະສະນັ້ນ ຈຶ່ງເປັນຕາອອນຊອນນຳແນວຄິດຂອງຜູ້ນໍາທີ່ຍິ່ງໃຫຍ່ທີ່ໃຫ້ຄວາມສຳຄັນກັບເລື່ອງທີ່ ພວກເຮົາຄິດວ່າ “ເປັນເລື່ອງເລັກນ້ອຍໆ” ນີ້, ຖ້າແຫຼ່ງທ່ອງທ່ຽວອື່ນໆອີກຫຼາຍບ່ອນທົ່ວປະເທດ ມີສະພາບດັ່ງສະຖານທີ່ ທີ່ຜູ້ຂຽນປະສົບພົບພໍ້ມານີ້ ກໍຄົງ ໜ້າຄິດຫງໍາບໍ່ໜ້ອຍວ່າເຮົາຈະສາມາດສ້າງປີ 2018 ໃຫ້ເປັນປີທ່ອງທ່ຽວ ທີ່ສົມສັກສີ ມີນັກທ່ອງທ່ຽວຫຼາຍໄດ້ຫຼືບໍ່?

ຜູ້ຂຽນໄດ້ມີໂອກາດລົມນໍາເຈົ້າຂອງບໍລິສັດນຳທ່ຽວແຫ່ງໜຶ່ງຢູ່ ນະຄອນຫຼວງວຽງຈັນໃນເວລາທີ່ໃຊ້ບໍລິການ ຂອງເພິ່ນໄປທ່ຽວປະເທດໃກ້ຄຽງເມື່ອຕົ້ນເດືອນ ທັນວາ 2017 ທີ່ຜ່ານມາ ເຊິ່ງເພິ່ນກໍປະກອບການດ້ານນີ້ ມາໄດ້ 5 ປີກວ່າແລ້ວ, ນຶ່ງໃນຄຳແນະນຳຕາມປະສົບການຂອງເພິ່ນ ເພື່ອປັບປຸງວຽກງານການທ່ອງທ່ຽວໃນ ສປປລາວເຮົາ ກໍແມ່ນ ບັນຫາຫ້ອງນໍ້ານີ້ລະ, ເພິ່ນກ່າວວ່າ “ມີຫຼາຍເທື່ອແຂກທີ່ໃຊ້ບໍລິການຂອງ ພວກເຮົາ ກໍມັກຈົ່ມເລື້ອຍໆວ່າ ຫ້ອງນໍ້າຢູ່ຕາມສະຖານທີ່ທ່ອງທ່ຽວຢູ່ລາວ ຈັ່ງແມ່ນບໍ່ສະອາດເນາະ” ເຊິ່ງເພິ່ນໄດ້ ກືນນໍ້າລາຍຍອມຮັບແບບອາຍໆວ່າຊັ້ນ.

ເມື່ອເຮົາຮູ້ບັນຫາຄືແນວນີ້ແລ້ວ, ຫ້ອງນໍ້າກໍຄົງຮອດເວລາແລ້ວທີ່ຈະໄດ້ຮັບການບົດລະບັດຄັດສີເປັນປະຈຳ ນຳຄວາມສະອາດ ທີ່ສາມາດສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວນັບແຕ່ ກ້າວຂາເຂົ້າສູ່ສະຖານທີ່ທ່ອງທ່ຽວນັ້ນໂລດ, ໃຫ້ເພິ່ນຮູ້ວ່າ ຄົນລາວກໍມັກຄວາມສະອາດບໍ່ຢອກເດີ!​

- 3 - ຫ້ອງນໍ້າສະອາດ ກໍສາມາດ ດຶງດູດນັກທ່ອງທ່ຽວໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!