ເມືອງທ່າປາງທອງມີແຜນຜະລິດເຂົ້ານາແຊງ 300 ເຮັກຕາ

- 2541b 1 - ເມືອງທ່າປາງທອງມີແຜນຜະລິດເຂົ້ານາແຊງ 300 ເຮັກຕາ
- kitchen vibe - ເມືອງທ່າປາງທອງມີແຜນຜະລິດເຂົ້ານາແຊງ 300 ເຮັກຕາ

ຕາມການລາຍງານຂອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າປາງທອງ ແຂວງ ສະຫວັນນະເຂດໃຫ້ຮູ້ ວ່າ: ສຳລັບລະດູແລ້ງນີ້ ເມືອງ ຂອງຕົນຈະປູກເຂົ້ານາແຊງໃຫ້ ໄດ້ຢ່າງໜ້ອຍ 300 ເຮັກຕາ ແລະ ເພື່ອບັນລຸຕົວເລກຄາດ ໝາຍດັ່ງກ່າວໃນປັດຈຸບັນທົ່ວ ເມືອງໄດ້ສຸມໃສ່ຫ້າງຫາກະ ກຽມໂດຍສະເພາະຢູ່ເຂດອ່າງ ເກັບນ້ຳໂຄງການຊົນລະປະ ທານເຊສາລະລອງ, ແລະ ຫ້ອງ ການກະສິກຳ-ປ່າໄມ້ເມືອງກໍ ໄດ້ຈັດສົ່ງພະນັກງານວິຊາການ ລົງສົມທົບກັບອຳນາດການ ປົກຄອງບ້ານ ແລະ ຊາວກະສິ ກອນຢູ່ບັນດາບ້ານເປົ້າໝາຍ ຂອງເມືອງຈຳນວນ 6 ບ້ານຄື: ບ້ານທົ່ງໂພຄຳ, ບ້ານໃໝ່ໂພສີ, ບ້ານກຸດຮີ, ບ້ານໜອງກັນ, ບ້ານນາຫົວຄວາຍ ແລະ ບ້ານ ພູແສງຄຳໃຫ້ພ້ອມກັນຫ້າງ ກະກຽມສູ່ການຜະລິດເຂົ້ານາ ແຊງ ໃນປີນີ້ເປັນຂະບວນຟົດ ຟື້ນ, ໄປຄຽງຄູ່ກັບການປູກພືດ ສຳຮອງອື່ນໆ ໃນເຂດດັ່ງກ່າວ ໃຫ້ ໄດ້ 250 ເຮັກຕາ, ມາຮອດ ປັດຈຸບັນແມ່ນສາມາດຕົກກ້າ ໄດ້ ແລ້ວ 65% ຂອງເນື້ອທີ່ ແຜນການ,ໄຖຮູດນາໄດ້ແລ້ວ 80%, ແລະ ໄດ້ນຳໃຊ້ແນວ ພັນເຂົ້າປັບປຸງທີ່ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ສະໜອງໃຫ້ໃນ 3 ກຸ່ມການຜະ ລິດຢູ່ເຂດຊົນລະປະທານເຊ ສາລະລອງ, ລວມມີແນວພັນ ເຂົ້າທ່າສະໂນ 9 ຈຳນວນ 3 ໂຕນ, ທ່າສະໂນ 7 ຈຳນວນ 4,5 ໂຕນ, ແລະ ຈະໄດ້ເລີ່ມ ລົງມືປັກດຳໃນກາງເດືອນມັງ ກອນ 2018 ນີ້, ແລະ ຄາດ ວ່າການສະໜອງນ້ຳຈາກ ຄອງເໝືອງຊົນລະປະທານ ເຊສາລະລອງຈະຮັບປະກັນ ພຽງພໍຕາມຄວາມຕ້ອງການ.

 

- Visit Laos Visit SALANA BOUTIQUE HOTEL - ເມືອງທ່າປາງທອງມີແຜນຜະລິດເຂົ້ານາແຊງ 300 ເຮັກຕາ

+ ແຂວງບໍ່ແກ້ວເກັບກູ້ເຂົ້ານາແຊງສຳເລັດແລ້ວ 100%

+ ຫລວງນ້ຳທາຂຸ້ນຂ້ຽວມ້ຽນມັດເຂົ້ານາແຊງ ແລະ ຕົກກ້ານາປີ

ສຳລັບການເກັບກ່ຽວ ຜົນຜະລິດເຂົ້ານາປີໃນເມືອງ ທ່າປາງທອງມາຮອດປັດຈຸ ບັນສຳເລັດ 100% ເຊິ່ງສາ ມາດຜະລິດເຂົ້າເປືອກໄດ້ 29 ພັນກວ່າໂຕນ, ເທົ່າກັບ 82% ຂອງແຜນການ, ສະເລ່ຍ ສະມັດຕະພາບ 3,5 ໂຕນ/ ເຮັກຕາ.

 

- 4 - ເມືອງທ່າປາງທອງມີແຜນຜະລິດເຂົ້ານາແຊງ 300 ເຮັກຕາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!