ມາເລເຊຍຍຶດໜໍ່ແຮດ 18 ໜໍ່ ລັກລອບນຳມາຈາກໂມຊຳບິກ


ເຈົ້າໜ້າທີ່ເຊິ່ງໄດ້ຮັບແຈ້ງກວດພົບໜໍ່ແຮດເຊື່ອງຢູ່ໃນກ່ອງໄມ້ພາຍໃນອາຄານເກັບສິນຄ້າຂອງສະໜາມບິນໃນວັນທີ 7 ເມສາ ຂຶ້ນທະບຽນວ່າເປັນສິລະປະວັດຖຸ ນຳເຂົ້າມາຈາກໂມຊຳບິກ ດ້ວຍຖ້ຽວບິນຂອງສາຍການບິນກາຕາແອເວ ເຊິ່ງແວ່ນະຄອນຫລວງໂດຮາຂອງກາຕາກ່ອນເດີນທາງມານະຄອນຫລວງກົວລາລຳເປີ ມີຈຸດໝາຍຢູ່ເມືອງນິໄລ ລັດເນກຣີເຊມບີລັນ ທາງຕອນໃຕ້ຂອງປະເທດ ແຕ່ໃສ່ບ່ອນຢູ່ປອມ.
ການຍຶດໄດ້ໜໍ່ແຮດເທື່ອຫລັງສຸດນີ້ບົ່ງບອກວ່າ: ມາເລເຊຍຍັງເປັນຈຸດລຳລຽງໜໍ່ແຮດຜິດກົດໝາຍຂອງອາຊີ. ກົດໝາຍມາເລເຊຍກຳນົດໃຫ້ການນຳເຂົ້າໜໍ່ແຮດໂດຍບໍ່ມີໃບອະນຸຍາດເປັນສິ່ງຜິດກົດໝາຍ. ໜໍ່ແຮດຖືກໃຊ້ເປັນສ່ວນປະສົມໃນຢາແຜນບູຮານຂອງຈີນມາຍາວນານ ແລະ ຖືກແກະສະຫລັກເປັນຈອກເຫລົ້າລາຄາແພງ. ນອກຈາກໜໍ່ແຮດແລ້ວ ມາເລເຊຍຍັງເປັນຈຸດລຳລຽງງາຊ້າງຜິດກົດໝາຍ ໂດຍໃນເດືອນເມສາປີກ່ອນໄດ້ທຳລາຍງາຊ້າງທີ່ຍຶດໄດ້ໃນໄລຍະຫລາຍປີ ນ້ຳໜັກລວມ 9,5 ໂຕນ ທາງການເຄີຍຖະແຫລງຕໍ່ລັດຖະສະພາວ່າ: ຍຶດໄດ້ງາຊ້າງ 4.624 ອັນ ລະຫວ່າງປີ 2011-2014.