ເລັ່ງນຳຈັບຄາດຕະກອນຂ້າຄົນອະນາໄມສວນເຈົ້າອານຸວົງມາດຳເນີນຄະດີ

ເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍອາທິດຜ່ານມານີ້, ໄດ້ເກີດເຫດຄາດຕະກຳຍິງອາຍຸ 55 ປີ, ແລ້ວເອົາໄປຖີ້ມລົງນ້ຳຂອງເຂດທ່າວັດຈັນ, ໂດຍຜູ້ເສຍຊີວິດແມ່ນນາງ ອິນປົງ ຢູ່ບ້ານ ດອນດູ່ເມືອງຫາດຊາຍຟອງນະຄອນຫລວງວຽງຈັນ, ຊຶ່ງເປັນພະນັກງານອານາໄມສວນເຈົ້າອານຸວົງ, ພາບຈາກກ້ອງວົງຈອນປິດສະຖານທີ່ໃກ້ຄຽງພົບເຫັນວ່າ: ໃນມື້ເກີດເຫດພາຍຫລັງທີ່ຕະຫລາດແຄມຂອງໄດ້ປິດລົງ, ຜູ້ກ່ຽວກໍໄດ້ໄປອານາໄມສະຖານທີ່ດັ່ງກ່າວ, ຈາກນັ້ນ, ໄດ້ມີຊາຍໜຸ່ມຕ້ອງສົງໃສເຂົ້າໄປທຳຮ້າຍຮ່າງກາຍ ແລະ ຊີງຊັບຂອງຜູ້ກ່ຽວ, ຊຶ່ງໄດ້ມີການຕໍ່ສູ້, ຈາກນັ້ນ ຜູ້ກ່ຽວໄດ້ຖືກຂອງມີຄົມປາດຄໍເຮັດໃຫ້ເສຍຊີວິດ, ກ່ອນທີ່ຄົນຮ້າຍຈະນຳເອົາຮ່າງມາຖີ້ມລົງນ້ຳຂອງ, ປັດຈຸບັນກຳລັງເຈົ້າໜ້າທີ່ພວມເລັ່ງຕິດຕາມຕົວຜູ້ກໍ່ເຫດມາດຳເນີນຄະດີໃຫ້ໄດ້ໂດຍໄວ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນປີ 2017 ນີ້ຢູ່ນະຄອນຫລວງວຽງຈັນມີປາກົດການຫຍໍ້ໍ້ທໍ້ເກີດຂຶ້ນກ່ວາ 5 ພັນເລື່ອງ, ແກ້ໄຂໄດ້ 4.316 ເລື່ອງ, ກັກຕົວຜູ້ກະທຳຜິດມາດຳເນີນຄະດີໄດ້ 4.058 ຄົນ ບັນຫາພົ້ນເດັ່ນເກີດຂຶ້ນຫລາຍ, ເປັນໄພຂົ່ມຂູ່ເຖິງສັງຄົມຄື: ແມ່ນເຫດຄາດຕະກຳມີ 16 ເລື່ອງ, ລັກຊັບ 1.183 ເລື່ອງ, ມົ້ວສຸມ ແລະ ຄ້າຂາຍຢາເສບຕິດ 900 ກວ່າເລື່ອງ, ອຸປະຕິເຫດ 1.547 ຄັ້ງ, ມີຜູ້ເສຍຊີວິດ 251 ຄົນ, ອັກຄີໄພເກີດຂຶ້ນ 50 ກວ່າຄັ້ງ ແລະ ຄະດີອື່ນໆ, ຊຶ່ງໄດ້ສ້າງຄວາມເສຍຫາຍມີລົດຈັກ 913 ຄັນ, ລົດໃຫຍ່ 13 ຄັນ ແລະ ຊັບສິນອື່ນໆ ລວມມູນຄ່າຫລາຍຕື້ກີບ.