ສ້າງຄວາມສຸກໃຫ້ເດັກນ້ອຍໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່


ເພື່ອສົ່ງທ້າຍປີເກົ່າ 2017 ຕ້ອນຮັບປີໃໝ່ 2018, ມອບ ຄວາມສຸກໃຫ້ເດັກນ້ອຍຜູ້ດ້ອຍ ໂອກາດໃນທົ່ວນະຄອນຫລວງວຽງຈັນ, ໄດ້ມີໂອກາດໄດ້ເຂົ້າ ຊົມຮູບເງົາໂດຍບໍ່ເສຍຄ່າໃດໆ, ພ້ອມທັງມີນ້ຳດື່ມ, ເຂົ້າໜົມ, ກະ ແລ້ມເພື່ອຄວາມສຸກແກ່ເຂົາ ເຈົ້າ, ເຊິ່ງໄດ້ເລືອກເອົາຮູບເງົາ ເລື່ອງ “ເຮົາແພງກັນ”, ເຊິ່ງມັນ ເປັນການສ່ອງແສງ ແລະ ເປັນ ບົດຮຽນທີ່ດີຕໍ່ເດັກນ້ອຍໄວ ດັ່ງ ກ່າວ. ກິດຈະກຳໄດ້ຈັດຂຶ້ນໃນ ວັນທີ 27 ທັນວານີ້, ທີ່ໂຮງຮູບ ເງົາເມເຈີ, ສູນການຄ້າວຽງ ຈັນເຊັນເຕີນະຄອນຫລວງ ວຽງຈັນ, ເຊິ່ງເປັນຄັ້ງນີ້ທຳ ອິດທີ່ຫລາຍພາກສ່ວນໄດ້ຮ່ວມ ມືກັນ, ໂດຍສະເພາະໂຮງຮູບ ເງົາເມ ຈີຊີນີເພັກ, ໂທລະພາບ ທີວີລາວ, ບໍລິສັດ ທ່ອງທ່ຽວ ລາວ-ຊິເຊີນ ຈຳກັດຜູ້ດຽວ, ຈິດປະສົງຍອດນິຍົມ, ເດລີ ຄຣີນ ແລະ ອື່ນໆ ເພື່ອເຮັດໃຫ້ ງານດັ່ງກ່າວມີຄວາມສົມບູນ ແບບຕາມທີ່ໄດ້ວາງໄວ້.


+ ຮູບເງົາເລື່ອງດອກຈຳປາບານຈະເປີດສາຍຮອບປະຖົມມະເລີກໃນໄວໆນີ້
+ ເທດສະການຮູບເງົາດີເດັ່ນຂອງຈີນໄຂຂຶ້ນທີ່ນະຄອນຫລວງວຽງຈັນ
ຜູ້ຈັດງານ ໃຫ້ຮູ້ວ່າ: ພາຍ ໃນງານໄດ້ຄັດເລືອກເອົານ້ອງນັກຮຽນທີ່ມີອາຍຸບໍ່ເກີນ 13 ປີ, ກໍຄືນັກຮຽນທີ່ສຶກສາຢູ່ຊັ້ນ ປ3-ປ5, ຂອງເມືອງຫາດ ຊາຍຟອງ ແລະ ສີສັດຕະນາກ ນະຄອນຫລວງວຽງຈັນ, ໂດຍ ມີຜູ້ເຂົ້າຮ່ວມທັງໝົດ 300 ກວ່າຄົນ ແລະ ຄູ-ອາຈານຈຳ ນວນໜຶ່ງ, ເຫັນວ່າທຸກຄົນ ມີຄວາມສຸກ, ຕື່ນເຕັ້ນດີໃຈ ເປັນ ຢ່າງຍິ່ງ ແລະ ຄາດວ່າໃນຕໍ່ໄປ ກໍຈະສືບຕໍ່ຈັດກິດຈະກຳດີໆ ແບບນີ້ອີກ.



