ລັດຖະບານຍີປຸ່ນໃຫ້ການຊ່ວຍເຫລືອປັບປຸງໂຄງການຊົນລະປະທານທ່າງ່ອນ 837 ລ້ານເຢັນ


ພິທີລົງນາມເອກະສານແລກປ່ຽນໂຄງການປັບປຸງຊົນລະປະທານທ່າງ່ອນມູນຄ່າ 837 ລ້ານເຢັນດ້ວຍການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ, ໄດ້ມີຂຶ້ນໃນວັນທີ 26 ທັນວານີ້ທີ່ນະຄອນຫລວງວຽງຈັນລະຫວ່າງທ່ານນາງ ຄຳເພົາ ເອິນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການຊ່ວຍເຫລືອດັ່ງກ່າວເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລາວ, ຊຶ່ງແມ່ນວຽກບູລະມະສິດໜຶ່ງທີ່ລັດຖະບານລາວເອົາໃຈໃສ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ, ໂດຍສະເພາະຂົງເຂດກະສິກຳ, ຊຶ່ງຈະຊ່ວຍສະໜອງນ້ຳພຽງພໍໃຫ້ແກ່ການຜະລິດຢູ່ບໍລິເວນທ່າງ່ອນເມືອງໄຊທານີນະຄອນຫລວງວຽງຈັນທັງລະດູຝົນແລະ ລະດູແລ້ງ ໃຫ້ໄປຕາມເປົ້າໝາຍຂອງລັດຖະບານ ເພື່ອຄ້ຳປະກັນສະບຽງອາຫານໃຫ້ພຽງພໍ.
ໄລຍະຜ່ານມາ, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານ, ໂດຍສາະເພາການຊ່ວເຫລືອ ເພື່ອພັດທະນາ (ODA) ຊຶ່ງຖືກຈັດຢູ່ໃນອັນດັບ 1 ຂອງປະເທດທີ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ອື່ນໆ.
ທ່ານຮອງລັດຖະມົນຕີ ກ່າວວ່າ: ຂໍຕາງໜ້າລັດຖະບານ ແລະ ປະຊາຊົນລາວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອມາໂດຍຕະຫລອດ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ທ່ານ ທາເຄຊິ ຮິກິຮາຣະ ກ່າວວ່າ: ການຊ່ວຍເຫລືອເທື່ອນີ້, ແມ່ນເພື່ອປັບປຸງຊົນລະປະທານ ຫລື ເຂດພັດທະນາກະສິກຳທ່າງ່ອນໃນເນື້ອທີ່ຫລາຍກວ່າ600 ເຮັກຕາ, ເຊິ່ງໄລຍະຜ່ານມາເຂດນີ້ເປັນເຂດແຫ້ງແລ້ງ, ການຜະລິດໄດ້ພຽງ 1 ໂຕນຕໍ່ເຮັກຕາ ແລະ ຖ້າມີການສະໜອງນໍ້າພຽງພໍກໍຈະບັນລຸໄດ້ແຕ່ 4,5 ຫາ 4,8 ໂຕນຕໍ່ເຮັກຕາ.
+ຍີ່ປຸ່ນເພີ່ມງົບປະມານດ້ານການທະຫານ ໃນປີໜ້າເປັນ 46.000 ລ້ານໂດລາ