ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ແລະ ກອງປະຊຸມເວທີປຶກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ແລະ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈັດ​ຂຶ້ນ​ທີ່ອິນເດຍ

- kitchen vibe - ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ແລະ ກອງປະຊຸມເວທີປຶກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ແລະ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈັດ​ຂຶ້ນ​ທີ່ອິນເດຍ

- SOM Mekong Ganga 300x200 - ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ແລະ ກອງປະຊຸມເວທີປຶກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ແລະ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈັດ​ຂຶ້ນ​ທີ່ອິນເດຍ
ໃນວັນທີ 7 ເມສານີ້, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົງການ ຫລວງມຸນິນທອນ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຂອງ ສປປ ລາວ, ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ທີ່ ນິວເດັນລີ, ອິນເດຍ, ຊຶ່ງໄດ້ມີເຈົ້າໜ້າທີ່ອາວຸໂສ ຈາກ ກະຊວງການຕ່າງປະເທດ ຂອງ 6 ປະເທດ: ກໍາປູ​ເຈຍ, ອິນເດຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ນ. Preeti Saran, ຫົວຫນ້າເຈົ້າຫນ້າທີ່ອາວຸໂສ ອິນເດຍ ແລະ ທ່ານ Kyaw Moe Tun, ຫົວຫນ້າເຈົ້າຫນ້າທີ່ອາວຸໂສ ມຽນມາ.

​ ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອ ທົບທວນຄືນການຈັດຕັ້ງປະຕິບັດ ແຜນປະຕິບັດງານຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ສົກ (2016-2018) ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມລັດຖະມົນຕີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 7, ໃນປີ 2016, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ພ້ອມດຽວກັນນັ້ນ, ກອງປະຊຸມດັ່ງກ່າວກໍ່ໄດ້ປຶກສາຫາລືກັນ ເພື່ອກະກຽມໃຫ້ແກ່ກອງປະຊຸມ ລັດຖະມົນຕີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ທີ່ມີແຜນຈະຈັດຂຶ້ນໃນຕົ້ນເດືອນ ສິງຫາ 2017, ທີ່ ຟິລິບປິນ.

- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ແລະ ກອງປະຊຸມເວທີປຶກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ແລະ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈັດ​ຂຶ້ນ​ທີ່ອິນເດຍ

ໃນເດືອນ ກັນຍາ 2015, ໃນໂອກາດທີ່ຮອງປະທານາທິບໍດີ ຂອງ ອິນເດຍ ໄດ້ມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ, ກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ອິນເດຍ ໄດ້ຮ່ວມກັນລົງນາມໃນສັນຍາການຮ່ວມມື ທີ່ ອິນເດຍ ໃຫ້ການຊ່ວຍເຫລືອ ສປປ ລາວ ໃນໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ແລະ ປະຈຸບັນ ມີ 3 ໂຄງການຂອງ ສປປ ລາວ ທີ່ມີແຜນຈະລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ຂອງ ລາວ ແລະ ສະຖານເອກອັກຄະລັດຖະທູດ ອິນເດຍ ທີ່ ນະຄອນຫລວງວຽງຈັນ ເຊິ່ງມີມູນຄ່າ ຫນຶ່ງແສນ ຫ້າສິບພັນ ໂດລາສະຫະລັດ.  ພ້ອມກັນນັ້ນ, ລັດຖະບານອິນເດຍ ໄດ້ປະກາດຈະໃຫ້ທຶນການສຶກສາ ທັງໝົດ ຫລາຍກວ່າ 900 ທຶນ ແກ່ ບັນດາປະເທດສະມາຊິກແມ່ນ້ຳຂອງ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍກໍ່ຄືຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ.

ຄຽງຄູ່ກັບກອງປະຊຸມເຈົ້າຫນ້າທີ່ອາວຸໂສ ຄັ້ງນີ້, ໃນວັນທີ 8 ເມສາ 2017, ເຈົ້າພາບອິນເດຍ ກໍ່ໄດ້ຈັດ ກອງປະຊຸມເວທີປຶກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ແລະ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ (Mekong-Ganga Cooperation Policy Dialogue on “Stronger Connectivity, Enhancing Ties”) ໂດຍມີຄະນະຜູ້ແທນ ຈາກ 6 ປະເທດສະມາຊິກເຂົ້າຮ່ວມ ລວມທັງ ສປປ ລາວ ຊຶ່ງມີຄະນະຜູ້ແທນ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງການຕ່າງປະເທດ ເຂົ້າຮ່ວມ ແລະ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດການເຊື່ອມຈອດ, ວິໄສທັດ ແລະ ແຜນການຈັດຕັ້ງປະຕິບັດການເຊື່ອມຈອດ ດ້ານໂຄງລ່າງ ແລະ ໂຄງບົນ ໃນພາກພື້ນ ກໍ່ຄືການເຊື່ອມຈອດກັບສາກົນ ຕາມທິດຂອງ ລັດຖະບານແຫ່ງ ສປປ ລາວ ໃນການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນສູນກາງ ແຫ່ງ ການເຊື່ອມຈອດໃນອະນຸພາກພື້ນ.

- 3 - ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ແລະ ກອງປະຊຸມເວທີປຶກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ແລະ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈັດ​ຂຶ້ນ​ທີ່ອິນເດຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!