ຕຳຫລວດແຂວງຈຳປາສັກສຶກສາອົບຮົມຜູ້ມົ້ວສຸມຢາເສບຕິດ

- 414frd - ຕຳຫລວດແຂວງຈຳປາສັກສຶກສາອົບຮົມຜູ້ມົ້ວສຸມຢາເສບຕິດ
- kitchen vibe - ຕຳຫລວດແຂວງຈຳປາສັກສຶກສາອົບຮົມຜູ້ມົ້ວສຸມຢາເສບຕິດ

ໄວລຸ້ນຊາວໜຸ່ມຫລາຍ ຄົນໃນເມືອງປາກເຊແຂວງຈໍາ ປາສັກ, ຖືກເຈົ້າໜ້າທີ່ ປກສ ແຂວງດັ່ງກ່າວເອົາຕົວມາສຶກ ສາອົບຮົມເມື່ອບໍ່ດົນມານີ້, ພາຍ ຫລັງມີພຶດຕິກໍາພົວພັນມົ້ວສຸມ ສິ່ງເສບຕິດ.
ການສຶກສາອົບຮົມຄັ້ງ ນີ້,ເຈົ້າໜ້າທີ່ໄດ້ນຳເອົາເອກະ ສານລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດມາ ເຜີຍແຜ່, ເພື່ອກ່າວເຕືອນໃຫ້ເຂົາ ເຈົ້າມີແນວຄິດຫັນປ່ຽນບໍ່ໄປ ພົວພັນມົ້ວສຸມຢາເສບຕິດອີກ, ເຊິ່ງເປັນສາເຫດຕົ້ນຕໍພາໃຫ້ ເກີດປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ການປຸ້ນຈີ້-ຊີງຊັບ, ລັກ ຊັບ ແລະ ອາຊະຍາກຳຕ່າງໆ ທີ່ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບ ຮ້ອຍໃຫ້ແກ່ສັງຄົມ. ນອກຈາກ ນີ້, ຍັງເປັນການສ້າງຈິດນຳ ນຶກໃຫ້ເຂົາເຈົ້າມີແນວຄິດຮັກ ຊາດ, ບ້ານເກີດເມືອງນອນ ຂອງຕົນ, ຮູ້ປະກອບອາຊີບ ທີ່ສຸດຈະລິດປອດໃສຂາວ ສະອາດ, ເປັນລູກທີ່ດີຂອງພໍ່ ແມ່ ແລະ ເປັນພົນລະເມືອງດີ ຂອງຊາດ.

+ ປກສ ເມືອງຈັນທະບູລີ ມອບລົດຄືນໃຫ້ເຈົ້າຂອງ

+ ປກສ ແຂວງບໍ່ແກ້ວສຶກສາອົບຮົມຜູ້ມົ້ວສຸມຢາບ້າ

 

- 4 - ຕຳຫລວດແຂວງຈຳປາສັກສຶກສາອົບຮົມຜູ້ມົ້ວສຸມຢາເສບຕິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!