ແຂວງສະຫວັນນະເຂດທຳລາຍສິ້ນສ່ວນ ຜະລິດຕະພັນສັດນຳເຂົ້າບໍ່ຖືກຕ້ອງ

- Ng 14 - ແຂວງສະຫວັນນະເຂດທຳລາຍສິ້ນສ່ວນ ຜະລິດຕະພັນສັດນຳເຂົ້າບໍ່ຖືກຕ້ອງ
- kitchen vibe - ແຂວງສະຫວັນນະເຂດທຳລາຍສິ້ນສ່ວນ ຜະລິດຕະພັນສັດນຳເຂົ້າບໍ່ຖືກຕ້ອງ

ວັນທີ 14 ທັນວານີ້, ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະ ເຂດໄດ້ຈັດພິທີທຳລາຍສິ້ນ ສ່ວນຜະລິດຕະພັນທີ່ນຳເຂົ້າ ມາຈຳໜ່າຍບໍ່ຖືກຕ້ອງຂຶ້ນທີ່ ສະໜາມກຳຈັດຂີ້ເຫຍື້ອບ້ານ ຊອກເມືອງໄກສອນ ພົມວິຫານ ພາຍຫລັງເຈົ້າໜ້າທີ່ກວດກາ ການຄ້າ ໄດ້ລົງກວດກາການ ນຳເຂົ້າຂອງຊີ້ນແຊ່ແຂງ ຈາກ ປະເທດໃກ້ຄຽງຢູ່ຕະຫລາດ ສະຫວັນໄຊ, ໄດ້ພົບເຫັນຜະລິດ ຕະພັນສິ້ນສ່ວນສັດແຊ່ແຂງມີ ເຫງືອກງົວ 100 ກິໂລ, ເຄື່ອງ ໃນໄກ່ 65 ກິໂລ, ໄກ່ພັນຄົວ ແລ້ວ 30 ກິໂລ ແລະ ເຄື່ອງໃນ ໝູແຊ່ແຂງ 5 ກິໂລ. ເຊິ່ງຜ່ານ ການກວດກາເຫັນວ່າ: ຊີ້ນຈຳ ນວນດັ່ງກ່າວ ແມ່ນສົ່ງມາຈາກ ຕ່າງປະເທດຜ່ານດ່ານສາກົນ ຂົວມິດຕະພາບ III ແຂວງຄຳ ມ່ວນ, ຜ່ານຈາກການກວດ ກາຂອງຂະແໜງລ້ຽງສັດ ແລະ ການປະມົງ, ຂະແໜງ ອາຫານ ແລະ ຢາເຫັນວ່າ: ບໍ່ມີສານຕົກຄ້າງຈາກ ສິ້ນ ສ່ວນສັດ, ແຕ່ເຄື່ອງໃນໄກ່, ໄກ່ພັນຄົວແລ້ວ ແລະ ເຄື່ອງ ໃນໝູແຊ່ແຂງບໍ່ມີໜັງສື ຢັ້ງຢືນແຫລ່ງທີ່ມາທາງເຈົ້າ ໜ້າທີ່ຈິ່ງໄດ້ເອົາໄປທຳລາຍ ຖິ້ມ. ເພື່ອໃຫ້ການປົກປ້ອງ ການຜະລິດພາຍໃນ ແລະ ຜູ້ ບໍລິໂພກໃຫ້ປອດໄພ.

 

+ ເຈົ້າໜ້າທີ່ສະເພາະກິດເມືອງວັງວຽງທຳລາຍສິນຄ້າໝົດອາຍຸຈຳນວນຫລາຍ

+ ອຸດົມໄຊທຳລາຍສິ້ນສ່ວນສັດປ່າທີ່ຢຶດໄດ້ເປັນຈຳນວນຫລາຍ

- 4 - ແຂວງສະຫວັນນະເຂດທຳລາຍສິ້ນສ່ວນ ຜະລິດຕະພັນສັດນຳເຂົ້າບໍ່ຖືກຕ້ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!