ເປີດໂຕຜະລິດຕະພັນ ສົມພິດ ຢານໍ້າດຳ ພື້ນເມຶອງລາວ


ພິທີສະແຫຼງຂ່າວເປີດໂຕຜະລິດຕະພັນ ສົມພິດຢານ້ຳດຳພື້ນເມືອງລາວ ເພື່ອແກ້ອາການປັນດົງ,ກະເພາະ,ເຈັບເສັ້ນ ຢ່າງເປັນທາງການແລ້ວ ເມື່ອວັນທີ16ທັນວານີ້ ທີ່ບ້ານຫາດຊາຍຂາວ,ເມືອງສີສັດຕະນາກ,ນະຄອນຫຼວງວຽງຈັນ.ໂດຍການເຂົ້າຮ່ວມຂອງທ່ານ ສຸມາລີ ສຸຂະຜົນ ຫົວໜ້າສູນຄົ້ນຄົ້ວຜະລິດຕະພັນ ສະຖາບັນການແພດແລະຢາພື້ນເມືອງ ກະຊວງສາທາລະນະສຸກແລະມີຜູ້ຕາງໜ້າສາທາລະນະສຸກເມືອງ,ນາຍບ້ານຫາດຊາຍຂາວແລະສື່ມວນຊົນເຂົ້າຮ່ວມ.
ທ່ານ ສົມພິດ ດວງດີ ເຈົ້າຂອງຜະລິດຕະພັນຢາພື້ນເມືອງກ່າວມີຄຳເຫັນວ່າ:ໃນຜ່ານມາຕົນເອງເປັນໂລກກະເພາະປິ່ນປົວດ້ວຍຫຼາຍວິທີແຕ່ບໍ່ເຊົາ ພໍມາເຫັນຜະລິດຕະພັນຢາຕົວນີ້ ຈິ່ງນໍາມາກິນ ແລະຮູ້ສຶກວ່າອາການເຈັບກະເພາະດີຫາຍຂາດ,ຈ່ຶງເກີດຄວາມສົນໃຈ ນຳຫາຈຸດກຳເນີດຜະລິດຕະພັນກດັ່ງກ່າວຈາກພໍ່ ບຸນແຕ່ງ ໄພລາວັນ ຢູ່ເມືອງປາກເຊ,ແຂວງຈຳປາສັກເປັນຜູ້ປຸງແຕ່ງ,ຈາກນັ້ນກໍ່ນຳມາຈຳຫນ່າຍຢູ່ນະຄອນຫຼວງວຽງຈັນແລະແຂວງອື່ນໆເປັນເວລາ10ກວ່າປີ ເຈົ້າຂອງຕົວຢາ ຈຶ່ງສິດສອນຂັ້ນຕອນວິທີປຸງແຕ່ງແລ້ວທມອບຕຳລາຢາພື້ນເມືອງນີ້ໃຫ້,ເພື່ອມາສານຕໍ່.ເມື່ອໄດ້ຮັບສິດຂາດຕົວກໍ່ມາພັດທະນາຕໍ່ຍອດໂດຍນຳໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າປະສົມປະສານກັບວິທີທີ່ເຄີຍຜະລິດແບບດັ່ງເດີມ ໃຫ້ຢາຄຸນນະພາບດີກວ່າເກົ່າ.
ປະຈຸບັນຜະລິດຕະພັນ ສົມພິດ ຢານ້ຳດຳ ພື້ນເມືອງລາວໄດ້ຮັບຢັ້ງຢືນຜົນວິໃຈຢາພື້ນເມືອງ,ແລະມີທະບຽນອະນຸຍາດດຳເນີນການປຸງແຕ່ງ,ໃບທະບຽນດຳເນີນທຸລະກິດ,ໃບຢັ້ງຢືນຂື້ນທະບຽນໃນຕຳລາຢາພື້ນເມືອງລາວເເລ້ວ.