ກາກ້າ ອະດີດກອງໜ້າທີມຊາດບຣາຊິນ ປະກາດອຳລານັກເຕະອາຊີບທາງການ

- h6k6sp5a - ກາກ້າ ອະດີດກອງໜ້າທີມຊາດບຣາຊິນ ປະກາດອຳລານັກເຕະອາຊີບທາງການ
- kitchen vibe - ກາກ້າ ອະດີດກອງໜ້າທີມຊາດບຣາຊິນ ປະກາດອຳລານັກເຕະອາຊີບທາງການ

ຣິຄາ​ໂດ ກາ​ກ້າ ອະດີດ​ກອງ​ໜ້າ​ທີ​ມຊາດ​ບຣາຊິນ ​ແລະ ​ເຈົ້າຂອງລາງວັນ​ໝາກບານ​ຄຳ (ບັນ​ລົງ​ດໍ) ປະຈຳ​ປີ 2007 ປະກາດ​ຜ່ານ​ສື່​ສັງຄົມ​ອອນ​ລາຍ​ຂອງ​ຕົນ​ເອງ​ວ່າ: ຕັດສິນ​ໃຈ​ອຳ​ລາ​ການ​ເປັນ​ນັກ​ເຕະ​ອາຊີບ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ກາ​ກ້າ ​ເກີດ​ວັນ​ທີ 22 ​ເມສາ 1982 ຕັດສິນ​ໃຈ​ບໍ່​ຕໍ່​ສັນຍາ​ທີ່​ຈະ​ໝົດ​ລົງ​ໃນ​ທ້າຍ​ປີ​ນີ້​ກັບຕົ້ນສັງກັດ​ປັດຈຸບັນ ອໍ​ລັນ​ໂດ ຊິ​ຕີ້ ທີ​ມ​ໃນ​ເມ​​ເຈີ​ລີກ ຊອກ​ເກີ ຈົນກະທັ້ງສຸດ​ທ້າຍ​ລາວ​ຈະ​ເລືອກ​ຢຸດ​ອາຊີບ​ການ​ເປັນ​ນັກ​​ເຕະ​​ໄວ້​ພຽງ​ເທົ່າ​ນີ້ ​ໂດຍ​ກ່າວ​ວ່າ: ມັນ​ຫລາຍ​ກວ່າ​ທີ່​ຂ້ອຍ​ຈະ​ຈິນຕະນາການ​ໄດ້ ຂອບ​ໃຈ, ຕອນ​ນີ້​ຂ້ອຍ​ພ້ອມ​ແລ້ວ​ສຳລັບ​ການ​ເດີນທາງ​ຄັ້ງຕໍ່​ໄປ.

ສຳລັບ ກາ​ກ້າ ຜ່ານ​ປະສົບ​ການ​ໃນ​ການ​ເປັນ​ນັກ​ເຕະ​ກັບ​ທີ​ມ​ໃຫຍ່​ຄື ​ເອຊີ ມິ​ລານ, ຣີລ ມາດຣິດ ​ແລະ ປະສົບ​ຜົນສຳ​ເລັດ​ຄວ້າ​ແຊ້ມ ກັລ​ໂຊ ​ເຊ​ເຣຍ ອາ, ຢູຟາ ​ແຊ້ມປ້ຽນລີກ, ລາ​ລີ​ກາ ສະ​ເປ​ນ ລວມ​ເຖິງ​ແຊ້ມບານ​ເຕະ​ໂລກ 2002 ກັບ​ທີ​ມຊາດ​ບຣາຊິນ ​ແລະ ຍັງ​ເປັນ​ນັກ​ເຕະ​ຄົນ​ສຸດ​ທ້າຍ​ທີ່​ບໍ່​ແມ່ນ ຄຣິສ​ເຕຍ​ໂນ ​ໂຣນັລ​ໂດ ກັບ ລິ​ໂອ​ເນລ ​ເມສຊີ ທີ່​ຄວ້າ​ລາງວັນ​ໝາກບານ​ຄຳ​ໄດ້​ໃນ​ປີ 2007.

- 4 - ກາກ້າ ອະດີດກອງໜ້າທີມຊາດບຣາຊິນ ປະກາດອຳລານັກເຕະອາຊີບທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!