ຢາດນຳ້ຢ່າງຖືກວິທີ ແລະ ໃຫ້ຜົນສູງສຸດ

- 021512 2017 - ຢາດນຳ້ຢ່າງຖືກວິທີ ແລະ ໃຫ້ຜົນສູງສຸດ
- kitchen vibe - ຢາດນຳ້ຢ່າງຖືກວິທີ ແລະ ໃຫ້ຜົນສູງສຸດ

ການຢາດນຳ້ແມ່ນການຕັ້ງໃຈອຸທິດສ່ວນບຸນກຸສົນທີ່ເຮົາໄດ້ເຮັດໄວ້ແລ້ວໄປໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ ພ້ອມທັງຢາດນຳ້ໃຫ້ໄຫລລົງສູ່ພື້ນດິນ ຫລື ສິ່ງຮອງຮັບ ແລ້ວເອົາໄປເທລົງພື້ນດິນອີກເທື່ອໜຶ່ງ ຫລື ຫົດໃສ່ກົກຕົ້ນໄມ້ກໍໄດ້ ເພ່ືອໃຫ້ຈື່ງ່າຍ ບໍ່ສັບສົນ ຈຶ່ງຂໍແຍກເປັນຂໍ້ໆດັ່ງນີ້ :

  1. ການຢາດນຳ້ມີ 2 ວິທີ ຄື : ການຢາດນຳ້ປຽກແມ່ນການໃຊ້ນຳ້ເປັນສື່, ລິນນຳ້ລົງໄປພ້ອມທັງອຸທິດຜົນບຸນກຸສົນໄປນຳ ແລະ ການຢາດນຳ້ແຫ້ງແມ່ນບໍ່ໃຊ້ນຳ້, ໃຊ້ແຕ່ສິບນິ້ວພະນົມອະທິຖານ ແລ້ວອຸທິດຜົນບຸນກະສົນໄປໃຫ້.
  2. ການອຸທິດຜົນບຸນມີ 2 ວິທີ ຄື : ອຸທິດເຈາະຈົງ ໄດ້ແກ່ ການອອກຊື່ຜູ້ທີ່ເຮົາຈະໃຫ້ເພິ່ນຮັບ ເຊັ່ນ ພໍ່, ແມ່, ລູກ ຫລື ໃຜກໍໄດ້ ແລະ ອຸທິດແບບບໍ່ເຈາະຈົງ ໄດ້ແກ່ ການກ່າວລວມໆກັນໄປ ເຊັ່ນ : ຍາດຕິພີ່ນ້ອງທັງຫລາຍ, ເຈົ້າກຳນາຍເວນ ແລະ ສັບພະສັດທັງຫລາຍ ເປັນຕົ້ນ. ທາງທີ່ຖືກຄວນເຮັດທັງສອງວິທີ ຄືຜູ້ທີ່ມີຄຸນ ຫລື ມີເວນຕໍ່ກັນຫລາຍ ເຮົາກໍຄວນອຸທິດເຈາະຈົງ ສ່ວນທີ່ເຫລືອແມ່ນອຸທິດແບບລວມໆກໍໄດ້.
  3. ນຳ້ຢາດ : ຄວນເປັນນຳ້ທີ່ສະອາດ, ບໍ່ມີສີ ແລະ ກິ່ນ ແລະ ເມື່ອຢາດກໍຄວນລິນລົງໃນບ່ອນສະອາດ ແລະ ໄປເທໃນບ່ອນທີ່ສະອາດ ແລະ ສິ່ງສຳຄັນຢ່າລິນລົງກະໂຖນ ຫລື ບ່ອນເປິເປື້ອນ.
  4. ນຳ້ເປັນສື່ – ດິນເປັນພະຍານ : ການຢາດນຳ້ບໍ່ແມ່ນຈະອຸທິດໄປໃຫ້ຄົນຕາຍດື່ມນຳ້, ແຕ່ໃຊ້ນຳ້ເປັນສື່ ແລະ ໃຊ້ແຜ່ນດິນເປັນພະຍານໃຫ້ຮັບຮູ້ໃນການອຸທິດສ່ວນບຸນ.
  5. ຄວນຢາດນຳ້ຕອນໃດດີ ? ຄວນຢາດນຳ້ທັນທີໃນຂະນະທີ່ພະອະນຸໂມທະນາ ຫລື ຫລັງຈາກໃສ່ບາດແລ້ວ, ແຕ່ຖ້າບໍ່ສະດວກ ຈະເຮັດຕອນຫລັງກໍໄດ້ ແຕ່ເຮັດໃນຂະນະນັ້ນຈະດີກ່ວາ ຍ້ອນເຫດຜົນ 2 ປະການ ຄື : ຖ້າມີຜີເປຣດຍາດມາຮັບສ່ວນບຸນ ເພິ່ນກໍຍ່ອມໄດ້ຮັບໃນທັນທີ ແລະ ການລໍຖ້າໄປ ຢາດນຳ້ຢູ່ເຮືອນ ຫລື ຢາດນຳ້ ພາຍຫລັງບາງເທື່ອກໍອາດລືມໄປຜູ້ທີ່ເຂົາຕັ້ງໃຈຮັບກໍລໍຖ້າດົນ ຫລື ຜູ້ທີ່ເຮົາຕັ້ງໃຈຈະໃຫ້ກໍໄປບ່ອນອື່ນແລ້ວ.
  6. ຄວນເທນຳ້ຕອນໃດ ? ຄວນເລີ່ມເທນຳ້ພ້ອມກັບຕັ້ງໃຈອຸທິດ ໃນຂະນະທີ່ພະຜູ້ນຳເລີ່ມສວດວ່າ : ຍະຢາວາຣິວະຫາປູຣາ… ແລະ ລິນໃຫ້ໝົດເມື່ອພະກ່າວມາເຖິງ ມະໜິໂຊຕິຣະໂສຍະຖາ… ເມື່ອພະທັງໝົດຮັບພ້ອມກັນວ່າ ສັບພີຕິໂຍ ວິວັສຊັນຕຸ… ເຮົາກໍພະນົມມືຮັບພອນເພິ່ນໄປຈົນຈົບ ຈຶ່ງຈະຖືວ່າຖືກຕ້ອງ.

7.​ ຖ້າຍັງວ່າບົດຢາດນຳ້ບໍ່ ແລ້ວ ຈະເຮັດແນວໃດ ? ກໍຄວນໃຊ້ບົດຢາດນຳ້ທີ່ສັ້ນໆ ຫລື ໃຊ້ບົດຢາດນຳ້ຫຍໍ້ກໍໄດ້ ເຊັ່ນ : ອິທັງ ໂນຍາຕິນັງໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ ຂໍອຸທິດສ່ວນບຸນນີ້ຈົ່ງ ສຳເລັດແກ່ …. (ອອກຊື່ຜູ້ລ່ວງລັບ) … ແລະ ຍາດທັງຫລາຍຂອງຂ້າພະເຈົ້າ ຂໍຍາດທັງຫລາຍຈົ່ງເປັນສຸກເຖີ້ນ ຫລື ຈະເວົ້າວ່າ ຂໍອຸທິດສ່ວນບຸນກະສົນທີ່ຂ້າພະເຈົ້າໄດ້ບຳເພັນແລ້ວນີ້ຈົ່ງສຳເລັດແກ່ : ພໍ່, ແມ່, ຍາດພີ່ນ້ອງ, ຄູອາຈານຜູ້ມີພະຄຸນ, ເຈົ້າກຳນາຍເວນ ແລະ ສັບພະສັດທັງຫລາຍ ຂໍຈົ່ງໄດ້ຮັບ  ສ່ວນບຸນກະສົນນີ້ໂດຍໄວ ແລະ ໂດຍທົ່ວເຖິງກັນເຖີ້ນ. ສ່ວນບົດຍາວໆເຮົາຄວນເອົາໄວ້ຢາດສ່ວນໂຕ ຫລື ຢາດໃນຂະນະທີ່ເຮັດບຸນສວດມົນຮ່ວມກັນກໍໄດ້. ຂໍ້ສຳຄັນ ຖ້າເປັນພາສາພະຄວນຈະຮູ້ຄຳແປ ຫລື ຄວາມໝາຍນຳ ຖ້າບໍ່ຮູ້ຄວາມໝາຍກໍໃຊ້ພາສາລາວຢ່າງດຽວດີກ່ວາ.

  1. ຢ່າເຮັດນຳ້ເປິເປື້ອນໂດຍການເອົານິ້ວມືໄປສຳຜັດກັບນຳ້ : ຄວນລິນນຳ້ໃຫ້ໄຫລເປັນສາຍບໍ່ໃຫ້ຂາດ ແລະ ບໍ່ຄວນໃຊ້ວິທີລິນຕໍ່ກັນເປັນກຸ່ມ ຫລື ເປັນທາງແບບງູກິນຫາງ ຖ້າເປັນໃນງານພິທີຕ່າງໆ ໃຫ້ເຈົ້າພາບ ຫລື ປະທານລິນນຳ້ຢາດພຽງຄົນດຽວ ຫລື ຄູ່ດຽວກໍພໍ ຄົນນອກນັ້ນກໍພະນົມມືຕັ້ງໃຈອຸທິດໄປໃຫ້.
  2. ການເຮັດບຸນ ແລະ ອຸທິດສ່ວນບຸນ : ຄວນສຳລວມຈິດໃຈຢ່າໃຫ້ຈິດສັບສົນ, ປູກສັດທາຄວາມເຊື່ອ ແລະ ຄວາມເຫລື້ອມ ໃສໃຫ້ໝັ້ນຄົງໃນຈິດໃຈ ຜົນຂອງບຸນ ແລະ ການອຸທິດສ່ວນບຸນຍ່ອມມີອານິສົງຫລາຍ ຜົນບຸນທີ່ເຮົາອຸທິດໄປໃຫ້ຖ້າບໍ່ມີໃຜມາຮັບກໍຍັງຄົງເປັນຂອງເຮົາຢູ່ຄົບຖ້ວນ ບໍ່ມີຜູ້ໃດຈະມາໂກງ ຫລື ຍາດແຍ່ງໄປໄດ້ເລີຍ.

10. ບຸນເປັນຂອງກາຍະສິດ : ຍິ່ງໃຫ້ຍິ່ງຫລາຍ ຍິ່ງຂີ້ຖີ່ຍິ່ງໜ້ອຍ ຍິ່ງອຸທິດໃຫ້ຄົນອື່ນໝົດເລີຍ ເຮົາກໍຍິ່ງຈະໄດ້ບຸນໝົດເລີຍ.

- 3 - ຢາດນຳ້ຢ່າງຖືກວິທີ ແລະ ໃຫ້ຜົນສູງສຸດ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!