ເມືອງເກົ່າສຸວັນນະໂຄມຄຳທີ່ປະທັບໃຈ


ແຂວງບໍ່ແກ້ວມີຄຳຂວັນ ປະຈຳໃຈໄວ້ວ່າ: “ບໍ່ແກ້ວມະນີ ລ້ຳຄ່າ ຊົມປ່າດອກງິ້ວບານ ເທດສະການບັນດາເຜົ່າຖິ່ນ ເມືອງເກົ່າສຸວັນນະໂຄມຄຳ ຊົມ ຖ້ຳນ້ຳຍູ້ ອູ້ສາວລາວຢວນ ຊວນ ຊົມວັດຈອມເຂົາມະນີຣັດໄຫ້ວ ພະທາດສຸວັນນະຜ້າຄຳ” ເຊິ່ງ ໝາຍເຖິງດິນແດນແຫ່ງແກ້ວ ແຫວນເງິນຄຳ.


+ ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ
ເມືອງເກົ່າສຸວັນນະໂຄມ ຄຳ ເປັນແຫລ່ງທ່ອງທ່ຽວອັນ ເກົ່າແກ່ທີ່ປະຊາຊົນແຂວງບໍ່ ແກ້ວໃຫ້ຄວາມເຄົາລົບສັດທາຫລາຍມີເນື້ອທີ່ກວ້າງປະມານ 10.000 ເຮັກຕາ, ຢູ່ລະຫວ່າງ ເຂດບ້ານດອນທາດ ແລະ ບ້ານ ຮົ່ມເຢັນຫ່າງຈາກຕົວເມືອງຕົ້ນ ເຜິ້ງປະມານ 5 ກິໂລແມັດ. ອີງ ຕາມຫລັກຖານຢັ້ງຢືນທາງປະ ຫວັດສາດໄດ້ໃຫ້ຮູ້ວ່າ: ບັນດາ ພະພຸດທະຮູບ ແລະ ອົງພະທາດ ຕ່າງໆທີ່ຢູ່ໃນຂົງເຂດດັ່ງກ່າວ ໄດ້ຖືກສ້າງຂຶ້ນໃນສະຕະວັດ ທີ 5 ແລະ ໄດ້ຮັບການບູລະນະ ຫລາຍຄັ້ງ. ບັນດາຊາກຫັກພັງ ທັງຫລາຍທີ່ເຫັນໃນປັດຈຸບັນ, ເຊິ່ງລວມມີປະມານ 40 ຈຸດ ຢູ່ກະແຈກກະຈາຍໄປທົ່ວບໍລິ ເວນນີ້ແມ່ນເກີດຂຶ້ນໃນ ສະໄໝ ອານາຈັກລ້ານຊ້າງໄລຍະສະ ຕະວັດທີ 14 ຫາ 16. ພິເສດ ຢູ່ແຫ່ງນີ້ຍັງມີພະພຸດທະຮູບ ອົງໃຫຍ່ທີ່ສຸດໃນປະເທດລາວ ເຊິ່ງມີຄວາມສູງປະມານ 7 ແມັດ ນັ້ນຍັງມີສິ່ງເລິກລັບ ແລະ ກາລະບູຊາຂອງຊາວເມືອງ ແຫ່ງນີ້.


ຈາກນັ້ນກໍມາຊົມບ້ານ ນ້ຳຈ້າງທີ່ມີຫລາຍຊົນເຜົາ ອາໄສຢູ່ ເຊິ່ງບ້ານນ້ຳຈ້າງນີ້, ຕັ້ງຢູ່ຫ່າງຈາກເທດສະບານ ເມືອງ ຫ້ວຍຊາຍໄປທາງທິດ ຕາເວັນອອກ(ຕາມເສັ້ນທາງແຕ່ ແຂວງບໍ່ແກ້ວຫາແຂວງ ຫລວງນ້ຳທາ) ປະມານ 17 ກິ ໂລແມັດ. ບ້ານແຫ່ງນີ້ເປັນໝູ່ ບ້ານຂອງຊົນເຜົ່າແລນແຕນ ຫລື ເຜົ່າຢ້າວມູນ ເຊິ່ງເປັນຊົນ ເຜົ່າທີ່ມີຊື່ສຽງໃນວົງກວ້າງ ຍ້ອນຮູບແບບການດຳລົງຊີ ວິດທີ່ໂດດເດັ່ນ, ເປັນເອກະລັກ ແລະ ຍັງຄົງຮັກສາໄວ້ຕາມ ປະເພນີດັ່ງເດີມຂອງເຂົາເຈົ້າ ຊົນເຜົ່າແລນແຕນມີການນຸ່ງ ຖືແບບລຽບງ່າຍ, ແມ່ຍິງນຸ່ງ ໂສ້ງຂາ 3 ສ່ວນ ແລະ ນຸ່ງເສື້ອ ຄຸມແຂນຍາວ ເຮັດດ້ວຍຜ້າ ຝ້າຍ, ຍ້ອມດ້ວຍສີດຳ ຫລື ສີ ຄາມ, ສ່ວນຜູ້ຊາຍກໍ່ນຸ່ງໂສ້ງ ຂາຍາວສີຄາມ ແລະ ເສື້ອແຂນ ຍາວສີດຳ, ເຊິ່ງເປັນຊຸດປະຈຳ ຊົນເຜົ່າຂອງຕົນ. ນອກນັ້ນ ຊົນເຜົ່າແລນແຕນຍັງຄົງສືບ ທອດການຜະລິດເຈ້ຍດ້ວຍ ໜໍ່ໄມ້ເພື່ອໃຊ້ເຂົ້າໃນພິທີກຳ ຕ່າງໆ ແລະ ສິ່ງທີ່ໜ້າສົນ ໃຈອີກຢ່າງໜຶ່ງຢູ່ໃນບ້ານນ້ຳ ຈ້າງນີ້ກໍຄື ໃນໄລຍະຕົ້ນປີຂອງ ທຸກໆປີ ເຜົ່າແລນແຕນຈະມີ ການຈັດງານບຸນປະຈຳປີທີ່ ສຳຄັນຄ້າຍຄືກັບຊາວຈີນນັ້ນກໍຄືບຸນກິນຈຽງ.





