ກະຊວງ ຖວທ ຈະຈັດເວທີສົນທະນາການສົ່ງເສີມສີລະປະ-ວັດທະນະທຳລາວ


ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ຮູ້ທ່ອງທ່ຽວ (ຖວທ), ຈະຈັດກິດຈະກໍາ “ເວ ທີສົນທະນາສີລະປະວັດທະ ນາທໍາລາວ ແລະ ລາຍການປະ ກວດການສະແດງຂອງຊາວ ໜຸ່ມກະຊວງ ຖວທ” ຂຶ້ນໃນວັນ ທີ 20 ທັນວານີ້, ທີ່ຫໍວັດ ທະນາທໍາແຫ່ງຊາດ, ເພື່ອສ້າງ ຈິດສໍານຶກໃຫ້ຊາວໜຸ່ມມີຈິດໃຈຮັກ, ປົກປັກຮັກສາ ແລະ ສົ່ງ ເສີມສີລະປະວັດທະນະທໍາອັນ ດີງາມຂອງຊາດໃຫ້ຍືນຍົງຕະຫລອດໄປ.
+ຜົນສຳເລັດການເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ
+ ຈຳປາສັກ-ອັດຕະປືແລກປ່ຽນບົດຮຽນວຽກງານ ຖວທ
ທ່ານເລຂາຄະນະ ບໍລິຫານ ງານຊາວໜຸ່ມກະຊວງ ຖວທ ໃຫ້ຮູ້ໃນວັນທີ 14 ທັນວານີ້ວ່າ: ເວທີສົນທະນານີ້, ຈະມີການ ຖາມ-ຕອບ ແລະ ແລກປ່ຽນ ຄວາມຮູ້ທາງດ້ານສິລະປະ- ວັດທະນາທໍາລາວກັບທ່ານ ບົວເງິນ ຊາພຸວົງ ຮອງລັດ ຖະ ມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ທັງເປັນສີລະປິນແຫ່ງຊາດ ແລະ ນັກສີລະປິນອາວຸໂສຜູ້ ອື່ນໆ, ພ້ອມທັງມີການສົນທະ ນາກ່ຽວກັບການສ້າງຄ່ານິ ຍົມໃຫ້ຊາວໜຸ່ມຫັນມາສົນໃຈ ໃນເພງລາວຫລາຍຂຶ້ນ. ນອກ ນີ້, ຍັງມີການສະແດງ ສີລະປະ ວັນນະຄະດີ ແລະ ການຮ່ວມ ບໍ ລິຈາກເລືອດຂອງຊາວໜຸ່ມ ອີກດ້ວຍ, ເຊິ່ງຄາດວ່າຈະ ມີ ຊາວໜຸ່ມຈາກກະຊວງ, ກົມ ກອງຕ່າງໆ ແລະ ມວນຊົນ ເຂົ້າຮ່ວມ ເປັນຈໍານວນຫລາຍ.
ເວທີສົນທະນານີ້, ນອກ ຈາກເປັນການສຶກສາອົບຮົມ ໃຫ້ໄວໜຸ່ມ-ຊາວໜຸ່ມລາວມີ ຄວາມຮັກ ແລະ ພາກພູມໃຈ ໃນສີລະປະວັດທະນາທໍາ ອັນດີງາມຂອງຊາດແລ້ວ, ຍັງ ເປັນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມກໍາລັງ ແຮງຊາວໜຸ່ມເຂົ້າຮ່ວມໃນຂະບວນການຕ່າງໆຂອງຊາດ, ເປັນການແລກປ່ຽນຄວາມຮູ້, ປະສົບການທາງດ້ານວັດທະນະທໍາ ແລະ ສ້າງຂະບວນ ການຕ້ອນຮັບປີທ່ອງທ່ຽວ ລາວ 2018 ໃຫ້ມີບັນຍາກາດ ຟົດຟື້ນ.