ເບິ່ງຄືນໂຮງອົບນວດແອບແຝງຫລາຍຢ່າງ


ສະບາຍດີເພື່ອນຜູ້ອ່ານທີ່ຮັກ ແພງ ຫລາຍຄົນກໍອາດຈະໄດ້ ເຫັນ, ບັນດາຮ້ານອົບນວດຕ່າງໆ ໄດ້ເກີດຂຶ້ນຫລາຍໃນຂອບເຂດ ນະຄອນຫລວງວຽງຈັນ ໂດຍສະ ເພາະໃນເຂດຊານເມືອງ ດັ່ງເສັ້ນ ທາງດົງນາໂຊກ ກໍມີຫລາຍຮ້ານ ທັງໃຫຍ່ ແລະ ນ້ອຍ ໂດຍສະ ເພາະແມ່ນການລົງທຶນຂອງຄົນ ຕ່າງປະເທດ, ແສງໄຟແສງສີ ຍິບໆຍັບໆເຫລື້ອມຈົນເສຍຕາ, ແລງໆມາກໍຈະເຫັນ ຜູ້ເຂົ້າໃຊ້ ບໍລິການດ້ວຍຫລາຍຮູບແບບ ບາງຄົນກໍນວດແຕ່ບາງຄົນພັດ ໄປນວດເຂົາ, ເບິ່ງແລ້ວຢ່າງ ອຶກ ກະທຶກ, ສຽງຫົວສຽງຮ້ອງນັນ ແຊວໆ ໄປຈົນເດີກດື່ນທ່ຽງຄືນ ໂດຍບໍ່ເກງກົວ ຕໍ່ລະບຽບການ ແລະ ອຳນາດການປົກຄອງ ແຕ່ຢ່າງໃດ, ບາງບ່ອນຈົນກາຍ ເປັນຮ້ານໂສເພນີໄປກໍມີ, ຈຸດນີ້ ເບິ່ງຢ່າງໜຶ່ງຄືເບື້ອງອຳນາດ ການປົກຄອງເຮົາ ກໍຮັບຮູ້ແຕ່ ເຮັດແບບຫູນວກກິນຟານໄປ ກໍມີ ແລະ ບໍ່ຮູ້ວ່າຍ້ອນຫຍັງ.
+ ປີທ່ອງທ່ຽວຢ່າໃຫ້ມີສິ່ງອຸດຕັນ
ທັ້ງໆ ທີ່ການເຄື່ອນໄຫວຂອງບັນດາ ຮ້ານອົບນວດເຫລົ່ານັ້ນບໍ່ຖືກຕ້ອງ ລະບຽບການ ແລະ ເປັນຈຸດກໍ ໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆຕາມມາ ຖ້າປະປ່ອຍໃຫ້ມີການປະພືດແບບ ນີ້ແກ່ຍາວໄປບໍ່ຮູ້ວ່າສັງຄົມບ້ານ ເມືອງເຮົາຈະເປັນໄປແນວໃດ. ດັ່ງນັ້ນຈິ່ງຂໍສະເໜີໃຫ້ຂະແໜງ ມະຫາພາກກ່ຽວຂ້ອງເອົາໃຈໃສ່ ກວດກາຄຸ້ມຄອງ ແລະ ມີມາດ ຕະການສະກັດກັ້ນສິ່ງບໍ່ຈົບງາມ ດັ່ງກ່າວຈະບໍ່ບານປາຍດັ່ງສຸພາ ສິດເພີ່ນວ່າ: ຕ້ອງຕັດໄຟແຕ່ຕົ້ນ ລົມຈິ່ງຈະມີຜົນ.