ລົດບັນທຸກຕຳໃສ່ຝູງຊົນນກາງເມືອງ Stockholm ເສຍຊີວິດໄປແລ້ວ 3
April 7, 2017 - 9:31 PM
ສື່ມວນຊົນທ້ອງຖີ່ນລາຍງານວ່າ ມີຄົນຂັບລົດບັນທຸກຄັນຫນຶ່ງຂັບລົດເຂົ້າໄປຕຳຫ້າງຊັບພະສິນຄ້າກາງເມືອງ Stockholm ປະເທດ Sweden ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 3 ຄົນ ນອກຈາກນັ້ນຍັງມີ ລາຍງານວ່າມີສຽງປືນດັງຂຶ້ນ ຫລາຍນັດ
ຕຳຫລວດໄດ້ລະບຸວ່າ ມີຜູ້ບາດເຈັບຫລາຍຄົນ ແລະ ກຳລັງສືບສວນເຫດການທີ່ເກີດຂຶ້ນວ່າອາດຈະເປັນການກໍ່ການຮ້າຍ ເຫດເກີດຂຶ້ນທີ່ຖະຫນົນ Drottnington ຊຶ່ງເປັນຖະຫນົນຄົນຢ່າງສຳຄັນຂອງ Stockholm ໃນເວລາ 15:00 ມື້ນີ້ຕາມເວລາທ້ອງຖີ່ນ.
ແຫລ່ງຂ່າວຈາກ: BBC