ປະທານ ໄກສອນ ພົມວິຫານ ຜູ້ສ້າງປະຫວັດສາດໜ້າໃໝ່

- 15320247 1840670786175902 558076152 n - ປະທານ ໄກສອນ ພົມວິຫານ ຜູ້ສ້າງປະຫວັດສາດໜ້າໃໝ່
- kitchen vibe - ປະທານ ໄກສອນ ພົມວິຫານ ຜູ້ສ້າງປະຫວັດສາດໜ້າໃໝ່

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ວັນທີ 13 ທັນວາ ເປັນວັນ ເກີດຂອງ ທ່ານ ປະທານ ໄກ ສອນ ພົມວິຫານ ຄົບຮອບ 97 ປີ. ປະທານ ໄກສອນ ພົມວິຫານ ເພິ່ນເປັນວິລະບູລຸດຂອງຊາດ ລາວ, ເປັນອາດີດ ເລຂາທິການ ໃຫຍ່ພັກປະຊາຊົນປະຕິວັດລາວ ແລະ ເປັນອາດີດປະທານປະ ເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເພິ່ນມີບຸນຄຸນຕໍ່ປະເທດຊາດ ບ້ານເມືອງຢ່າງໃຫຍ່ຫລວງ, ພາລະກິດຂອງເພິ່ນຍາມໃດກໍ ຍັງຕິດພັນ ແລະ ຍືນຍົງຢູ່ກັບ ພວກເຮົາຕະຫລອດໄປ. ຍ້ອນ ວ່າເພິ່ນເປັນຜູ້ນຳທີ່ຢືນຢູ່ແຖວ ໜ້າພ້ອມຄະນະໄດ້ນຳພາປະຊາ ຊົນລາວລຸກຂຶ້ນຕໍ່ສູ້ກູ້ຊາດ, ລົບ ລ້າງລະບອບລາຊາທິປະໄຕ, ສ້າງຕັ້ງລະບອບໃໝ່ຂຶ້ນແທນ ແລະ ສະຖາປະນາປະເທດ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ.

- 15320247 1840670786175902 558076152 n - ປະທານ ໄກສອນ ພົມວິຫານ ຜູ້ສ້າງປະຫວັດສາດໜ້າໃໝ່
(ພາບປະກອບ)

+ ເມືອງໄຊທານີໄດ້ສຳມະນາມູນເຊື້ອວັນຊາດທີ 2 ທັນວາ ແລະ ລະນຶກວັນເກີດປະທານໄກສອນ ພົມວິຫານ

- Visit Laos Visit SALANA BOUTIQUE HOTEL - ປະທານ ໄກສອນ ພົມວິຫານ ຜູ້ສ້າງປະຫວັດສາດໜ້າໃໝ່

+ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວນຄືນມູນເຊື້ອວັນຊາດ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ

ປະທານ ໄກສອນ ພົມວິ ຫານ ເພິ່ນໄດ້ເຂົ້າຮ່ວມ ແລະ ເລີ່ມເຮັດການປະຕິວັດມາແຕ່ ຕອນຍັງໜຸ່ມເຊັ່ນ: ໄດ້ເຂົ້າຮ່ວມ ຂະບວນການຊາວໜຸ່ມກອມມູ ນິດຢູ່ປະເທດຫວຽດນາມ. ໄດ້ ເຂົ້າເປັນສະມາຊິກພັກກອມມູ ນິດອິນດູຈີນຮ່ວມເຄື່ອນໄຫວ ຕໍ່ສູ້ປະຕິວັດຕ້ານລັດທິລ່າເມືອງຂຶ້ນຂອງຈັກກະພັດຝຣັ່ງ ແລະ ຕ້ານການຮຸກຮານຂອງຈັກກະພັດອາເມລິກາຈົນໄດ້ຮັບໄຊ ຊະນະຕະຫລອດມາ ແລະ ສາ ມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນໃນປີ 1975.

ນັບຕັ້ງແຕ່ພັກກອມມູນິດ ອິນດູຈີນໄດ້ແຍກຕົວອອກເປັນ 3 ພັກຄືພັກກອມມູນິດຫວຽດ ນາມ, ພັກປະຊາຊົນປະຕິວັດ ລາວ ແລະ ພັກປະຊາຊົນກຳ ປູເຈຍ, ປະທານ ໄກສອນ ພົມວິ ຫານ ກໍໄດ້ຮັບກຽດເປັນເລຂາ ທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວນັບຕັ້ງແຕ່ກອງ ປະຊຸມໃຫຍ່ຂອງພັກຄັ້ງທີໜຶ່ງ ເປັນຕົ້ນມາຈົນຕະຫລອດບັ້ນ ທ້າຍຊີວິດຂອງເພິ່ນ ເພາະສະ ນັ້ນ, ຈຶ່ງເວົ້າໄດ້ວ່າພາລະກິດ ຂອງ ປະທານ ໄກສອນ ພົມວິ ຫານ ສຸດທີ່ຍິ່ງໃຫຍ່ໄພສານ ແລະ ຍືນຍົງຢູ່ກັບພວກເຮົາຕະ ຫລອດໄປ ຈາກການນຳພາຂະ ບວນການປະຕິວັດອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິ ຫານ ແມ່ນສະແດງອອກ ໃນ ການ ຊີ້ນຳ-ນຳພາປົດປ່ອຍປະ ເທດຊາດອອກຈາກ ສັກດີນາ ແລະ ລັດທິລ່າເມືອງຂຶ້ນຂອງຈັກ ກະພັດຜູ້ຮຸກຮານ, ພາລະກິດ ສ້າງສາລະບອບໃໝ່, ລະບອບ ປະຊາທິປະໄຕຂອງປະຊາຊົນ, ນຳພາປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເຊິ່ງອັນ ໂດດເດັ່ນໃຫຍ່ຫລວງອີກອັນ ໜຶ່ງກໍຄືພາລະກິດປ່ຽນແປງໃໝ່. ດ້ວຍສາເຫດດັ່ງກ່າວ ປະທານ ໄກສອນ ພົມວິຫານ ຈຶ່ງ ກາຍ ເປັນຜູ້ນຳທີ່ສະຫລາດສ່ອງໃສ ແຫ່ງຍຸກສະໄໝຂອງປະເທດ ລາວລ້ານຊ້າງ, ເປັນວິລະບູ ລຸດຜູ້ຍິ່ງໃຫຍ່ ຂອງປວງຊົນ ລາວທັງຊາດ.

ເມື່ອຫວນຄືນເບິ່ງປະຫວັດ ສາດຂອງຊາດລາວເຮົາມາ ຫລາຍຮ້ອຍ, ຫລາຍພັນປີມັນກໍ ຜ່ານພົ້ນໄປດ້ວຍຫລາຍຍຸກ, ຫລາຍສະໄໝ ແລະ ປ່ຽມລົ້ນໄປ ດ້ວຍຄວາມສຸກຄວາມທຸກ, ມີ ບາງໄລຍະກໍເລື່ອງລືໄປດ້ວຍ ຄວາມຈະເລີນຮຸ່ງເຮືອງ ແຕ່ກໍມີ ບາງໄລຍະປະຫວັດສາດ ທີ່ໂຊກ ຮ້າຍທີ່ສຸດກໍແມ່ນຊ່ວງສະຕະ ວັດທີ 19 ຫາຕົ້ນສະຕະວັດທີ 20 ປະເທດຊາດຂອງພວກ ເຮົາໄດ້ຕົກຢູ່ໃນສະພາບຊຸດ ໂຊມອ່ອນແອຈົນເປັນປະເທດ ອານານິຄົມຂອງຝຣັ່ງ.

ເຖິງຢ່າງໃດກໍຕາມ, ຜ່ານ ຂະບວນການຕໍ່ສູ້ຂອງຜູ້ທີ່ ຮັກຊາດຮັກແຜ່ນດິນໃນແຕ່ລະ ຍຸກແຕ່ລະສະໄໝເຊັ່ນຄູບາສາ ຂຽດໂງ້ງ, ເຈົ້າອານຸວົງ, ພໍ່ກະ ດວດ, ເຈົ້າຟ້າປັດໄຈ ແລະ ຜູ້ຮັກ ຊາດຄົນອື່ນໆ ຈົນຕົກມາຮອດ ຍຸກ ຂອງ ປະທານ ໄກສອນ ພົມ ວິຫານ ໂດຍມີພັກປະຊາຊົນ ປະຕິວັດລາວກໍສາມາດປົດ ປ່ອຍປະເທດຊາດໄດ້ຢ່າງສົມ ບູນປະກາດສ້າງຕັ້ງລະບອບ ໃໝ່ນັບແຕ່ວັນທີ 2 ທັນວາ 1975 ເປັນຕົ້ນມາໃນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກຄັ້ງທີ 3 ໃນຕອນມ້ວນ ທ້າຍ ຂອງການ ກ່າວສູນທອນ ພົດ ປະທານ ໄກສອນ ພົມວິ ຫານ ໄດ້ເວົ້າວ່າ “ໃຜວ່າເມືອງ ລາວເສົ້າເຊົາ ເດີຢ່າຟ້າວວ່າ ມັນຊີໂປບາດຫລ້າໝາກແຕງ ຊ້າງໜ່ວຍປາຍ”.

ໂດຍ: ກ້ອງສ່ອງ ອິດສະຫລະ

 

- 3 - ປະທານ ໄກສອນ ພົມວິຫານ ຜູ້ສ້າງປະຫວັດສາດໜ້າໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!