13 ເຄັດລັບເພື່ອການຮຽນທີ່ມີປະສິດທິພາບຫລາຍຂຶ້ນ

- 021212 2017 - 13 ເຄັດລັບເພື່ອການຮຽນທີ່ມີປະສິດທິພາບຫລາຍຂຶ້ນ
- kitchen vibe - 13 ເຄັດລັບເພື່ອການຮຽນທີ່ມີປະສິດທິພາບຫລາຍຂຶ້ນ
  1. ຮັບຜິດຊອບ : ຮັບຜິດຊອບຕົນເອງ, ບໍ່ຢືມດັງຜູ້ອື່ນຫາຍໃຈ, ເປັນຜູ້ຊະນະຈາກຄວາມສາມາດຂອງຕົນເອງ.
  2. ເລີ່ມຕົ້ນດີ : ໄລຍະເດືອນທຳອິດໃນຮົ້ວມະຫາວິທະຍາໄລ ຖືວ່າເປັນໄລຍະວິກິດຂອງນ້ອງໃໝ່ ຖ້າເລີ່ມຕົ້ນດີຄວາມສຳເລັດຈະບໍ່ຢູ່ໄກເກີນໂຕ.
  3. ກຳນົດເປົ້າໝາຍໃນການຮຽນຢ່າງແນ່ນອນ : ກຳນົດເປົ້າໝາຍໃນການຮຽນໃຫ້ຈະແຈ້ງ ທັງໄລຍະສັ້ນ ແລະ ໄລຍະຍາວ ແລະ ທຸ້ມເທຄວາມພະຍາຍາມໃຫ້ບັນລຸເປົ້າໝາຍນັ້ນ.
  4. ວາງແຜນ ແລະ ຈັດການ : ມີການວາງແຜນຈັດລຽງລຳດັບຄວາມສຳຄັນຂອງກິດຈະກຳທີ່ຈະຕ້ອງເຮັດ ຫາກເຮັດຕາຕະລາງເວລາເປັນລາຍອາທິດໄດ້ຍິ່ງດີ.
  5. ມີວິໄນຕໍ່ຕົນເອງ : ເມື່ອກຳນົດເປົ້າໝາຍ, ວາງແຜນ ແລະ ຈັດການ ຕາມຂໍ້ 4 ແລະ ຂໍ້ 5 ແລ້ວ ຕ້ອງສັນຍາກັບໂຕເອງຢ່າງແນ່ນອນທີ່ຈະມີວິໄນ ແລະ ປະຕິບັດຕາມ.
  6. ຢ່າລ້າສະໄໝ : ວິທະຍາການພັດທະນາໄປຢ່າງໄວວາ, ການຄົ້ນຄ້ວາຫາຄວາມຮູ້ຕ້ອງອີງໃສ່ກັບຂໍ້ມູນທີ່ທັນສະໄໝ ແລະ ທັນເຫດການ.
  7. ຝຶກຝົນຕົນເອງໃຫ້ຮຽນຮູ້ຢ່າງມີປະສິດທິພາບ : ສຶກສາຂໍ້ສະເໜີ ຫລື ແນະນຳໃນຄູ່ມືເຫລັ້ມນັ້ນ ແລະ ຝຶກທັກສະການຮຽນຮູ້ ເຊິ່ງຈະເປັນປະໂຫຍດຕິດໂຕຕະຫລອດໄປ.
  8. ກຽມພ້ອມເພື່ອເຂົ້າສູ່ຫ້ອງຮຽນ : ກຽມໂຕເປັນຜູ້ໄຝ່ຫາ ຄວາມຮູ້ຢ່າງຫ້າວຫັນ ຫາກເປັນໄປໄດ້ກຽມອ່ານເອກະສານທີ່ຈະ ຮຽນມາກ່ອນເຂົ້າຫ້ອງຮຽນ.
  9. ຕັ້ງໃຈ, ຈົດຈໍ່ຕໍ່ບົດຮຽນ : ມີສະມາທິ, ສົນໃຈ, ຕັ້ງໃຈເວລາອາຈານສອນ, ບໍ່ເຂົ້າຮຽນເພື່ອລົມກັນເພື່ອລໍຖ້າເວລາເລີກຮຽນ.
  10. ເປັນໂຕຂອງໂຕເອງ : ຮູ້ຈັກຄິດ ແລະ ເຮັດດ້ວຍຄວາມສາມາດຂອງຕົນເອງ, ຄິດສະເໝີວ່າເຮົາເປັນຜູ້ໜຶ່ງທີ່ມີສັກກະຍະພາບສູງ.
  11. ມີຄວາມຫ້າວຫັນ : ຄວາມສຳເລັດເປັນຂອງຜູ້ທີ່ມີຄວາມລິເລີ່ມ, ເປັນຝ່າຍບຸກທີ່ຈະມຸ່ງໜ້າ ແລະ ຍາດເອົາຄວາມສຳເລັດມາເປັນຂອງຕົນເອງ.
  12. ມີສຸຂະພາບທີ່ດີ : ຢ່າລືມເອົາໃຈໃສ່ສຸຂະພາບຮ່າງກາຍ, ກິດຈະກຳອອກແຮງງານ ແລະ ກິດຈະກຳເພື່ອສັງຄົມ ວາງແຜນຈັດສັນເວລາຕໍ່ສິ່ງເຫລົ່ານີ້ໃຫ້ພໍດີ.

13. ຮຽນຢ່າງມີຄວາມສຸກ : ພະຍາຍາມເກັບກ່ຽວຄວາມໜ້າສົນໃຈໃນບົດຮຽນ, ຄິດສະເໝີວ່າທຸກວິຊາໜ້າຮຽນຮູ້ ແລະ ມ່ວນໆທັງໝົດ ແລ້ວທ່ານຈະພົບວ່າ ເຮົາກໍຮຽນຢ່າງມີຄວາມສຸກໄດ້.

- 5 - 13 ເຄັດລັບເພື່ອການຮຽນທີ່ມີປະສິດທິພາບຫລາຍຂຶ້ນ
- Visit Laos Visit SALANA BOUTIQUE HOTEL - 13 ເຄັດລັບເພື່ອການຮຽນທີ່ມີປະສິດທິພາບຫລາຍຂຶ້ນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!