ທ່ຽວຄຳມ່ວນດິນແດນວິລະຊົນ


ອາທິດຫລັງນີ້, ທິດກ່ຳ ໄດ້ ມີໂອກາດໄປແຂວງຄຳມ່ວນດິນແດນວິລະຊົນ ທີ່ມີພູຜາປ່າໄມ້ ແລະ ທຳມະຊາດອັນສວຍສົດງົດງາມ ມີອາກາດສົດໆນັບຕັ້ງແຕ່ ເມືອງທ່າແຂກ ໄປຫາເມືອງ ມະຫາໄຊ, ຍົມມະລາດ ແລະ ເມືອງ ນາກາຍ ແລະ ຍອມຮັບວ່າທຳ ມະຊາດຢູ່ເຂດນີ້ແມ່ນງາມອີ່ຫລີ. ຕາມເສັ້ນທາງແຕ່ເມືອງທ່າແຂກ ໄປຫາເມືອງມະຫາໄຊ, ຕໍ່ໃສ່ຍົມ ມະລາດຫາເມືອງ ນາກາຍຜ່ານ ໄປຮອດຊາຍແດນຫວຽດນາມ ເບຶ້ອງທາງຈໍຫລໍ່ ຫລື ອາດຈະ ໄປ ຕາມເສັ້ນທາງເມືອງຄຳເກີດທີ່ ມີ ທົ່ງນາກວ້າງສຸດສາຍຕາ, ມີປ່າ ໄມ້ຫ້ວຍນ້ຳລຳເຊ ແລະ ພູຜາຕັ້ງ ເຈີ່ນ ເທີ້ນເບິ່ງທຳມະຊາດເຫລົ່າ ນັ້ນເໝືອນດັ່ງມີສິ່ງໃດສິ່ງໜຶ່ງມາ ປັ້ນແຕ່ງເອົາໄວ້ໃຫ້ເຮົາໄດ້ເບິ່ງ ໄດ້ຊົມເທົ່າທີ່ທິດກ່ຳໄດ້ໄປເຫັນ ຕົວ ຈິງແລ້ວເຫັນວ່າທຳມະຊາດແຖວ ນັ້ນແມ່ນງາມ ເໝືອນດັ່ງເທວາ ມາປັ້ນແຕ່ງເອົາໄວ້ຖ້າໃຜບໍ່ເຊື່ອ ກໍຂໍໃຫ້ໄປສຳຜັດດ້ວຍຕົນເອງ ໃນໂອກາດໄປໃນຄັ້ງນີ້, ພັດພໍດີ ເໝາະກັບການລົງມືຕົກກ້ານາ ແຊງຂອງຊາວເມືອງຍົມ ມະລາດເປັນຕົ້ນແຖວບ້ານ ໜອງປີງ, ບ້ານ ສີວິໄລ, ນາໂພໄຊ, ດອນເປືອຍ, ບຸ່ງເບົາ ແລະ ບ້ານ ອື່ນໆ ໃນເຂດ ເມືອງດັ່ງກ່າວ. ນອກນັ້ນ, ກໍຍັງ ເຫັນໝູ່ງົວຄວາຍພາກັນເລາະກິນ ຫຍ້າຕາມທົ່ງນາອັນແສນກວ້າງ ເຫັນແລ້ວມີຄວາມສຸກທັງຄະ ນິງເຫັນພາບເກົ່າ, ບ້ານເກົ່າຕອນ ຍັງນ້ອຍຢ່າງມີຊີວິດຊີວາ.


ໃນຄວາມເປັນຈິງ ແລ້ວ, ແຂວງຄຳມ່ວນ ເປັນແຂວງໜຶ່ງ ໃນຈຳນວນ 5 ແຂວງທົ່ວປະເທດ ທີ່ໄດ້ຮັບນາມມະຍົດເປັນແຂວງ ວິລະຊົນ ແລະ ແຂວງຄຳມ່ວນ ຍັງເປັນແຂວງ ທີ່ມີສະຖາ ປັດຕະຍະກຳ ແລະ ທຳມະຊາດອັນ ງົດງາມເປັນຕົ້ນສະຖາປັດຕະ ຍະກຳທີ່ມີຊື່ສຽງໃນປັດຈຸບັນກໍ ແມ່ນພະທາດສີໂຄດຕະບອງ. ສ່ວນວ່າແຫລ່ງທ່ອງທ່ຽວທາງ ດ້ານທຳມະຊາດນັ້ນ ກໍມີຖ້ຳ ກອງລໍ, ຖ້ຳພະໜອງປາຝາ, ຖ້ຳແອ່ນ, ຖ້ຳຊ້າງລອດຢູ່ຍອດເຊບັ້ງ ຫຽງ, ເຂື່ອນນ້ຳເທີນສອງ, ເຂດ ພູພຽງນາກາຍ ແລະ ບ່ອນອື່ນໆ. ອີກທີ່ຍັງບໍ່ທັນສາມາດຂຸດຄົ້ນ ເປັນແຫລ່ງ ທ່ອງທ່ຽວ ໄດ້. ຕາມທິດກ່ຳຄິດ, ຖ້າເຮົາຫາກມີຈຸດປະ ສົງໄປທ່ອງທ່ຽວແບບເລາະສຳ ຜັດຊົມພາບວິວທິວທັດກິນອາ ກາດສົດໆນັບຕັ້ງແຕ່ເມືອງທ່າ ແຂກໄປຫາ ເມືອງມະຫາໄຊ, ຍົມມະລາດ, ເມືອງ ນາກາຍລັດໃສ່ ເມືອງຄຳເກີດອອກໃສ່ເມືອງຄູນ ຄຳໄປເຂົ້າຖ້ຳກອງລໍກໍເຫລືອ ເຟືອຂອງກຳໄລຊີວິດ, ຫລື ບໍ່ຖ້າ ຢາກແວ່ແຖວ ເມືອງຄູນຄຳກໍ ເຈີດຂຶ້ນໄປທາງຊຽງຂວາງ, ຊຳ ເໜືອ, ຊອດເປະຫລວງພະບາງ ແລ້ວ ຈຶ່ງໂງມາວັງວຽງຈັກມື້ ສອງມື້ ແລ້ວ ຈຶ່ງກັບມາວຽງຈັນ. ຕາມທິດກ່ຳວ່າ ຖ້າຫາກບໍລິສັດ ທ່ອງທ່ຽວຫາກຈັດທົວຢູ່ເມືອງ ລາວທ່ຽວເມືອງລາວກໍເຕັມອີ່ມ ປານໄດ້ຂຶ້ນສະຫວັນທັງເປັນ ຢູ່ແລ້ວ.


ເຖິງຢ່າງໃດກໍດີ, ຕາມເຮົາ ວ່າແຂວງຄຳມ່ວນໃນຖານະເປັນແຂວງວິລະຊົນກໍຄວນໄດ້ຮັກສາມູນເຊື້ອ ແລະ ກຽດສັກສີຂອງ ຕົນໃຫ້ເປັນຕົ້ນແບບ, ໂດຍສະ ເພາະແມ່ນໂອກາດ ປີທ່ອງທ່ຽວລາວ 2018 ຂໍໃຫ້ມີວິທີການດູດດຶງນັກທ່ອງທ່ຽວໄປສຳຜັດ ແຂວງຄຳມ່ວນໃຫ້ຫລາຍໆ, ເຊິ່ງ ງານຊ້າງທີ່ຈະມາເຖິງອັນໃກ້ໆ ນີ້ກໍແມ່ນບຸນນະມັດສະການພະທາດສີໂຄດ ຕະບອງ. ຕາມທິດກ່ຳ ເຫັນໃນແຫລ່ງຂ່າວນັບທັງເຫັນ ໃນແຜນຂອງແຂວງກໍຈະມີກິດ ຈະກຳຫລາຍຢ່າງຈະດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄປທ່ອງທ່ຽວໃຫ້ຫລາຍໆ ຕາມເພິ່ນວ່າເສດຖະກິດຂອງ ແຂວງປີນີ້ບັນລຸ 8% ໂດຍກຳນົດເອົາ 3 ທ່າແຮງຄື: ກະສິກຳ- ປ່າໄມ້, ດ້ານພະລັງງານ-ບໍ່ແຮ່ ແລະ ດ້ານບໍລິການທ່ອງທ່ຽວ ຄາດວ່າປີທ່ອງທ່ຽວຈະມາເຖິງ ນີ້ຈະເປັນປີຖົງຕຶງຂອງແຂວງຢ່າງແນ່ນອນ.
ໂດຍ: ທິດກ່ຳ

