ປີເກົ່າຜ່ານໄປ ປີໃໝ່ມາເຖິງ ທົບທວນຄືນອະດີດ ເພື່ອເບິ່ງອະນາຄົດທີ່ດີ


ໂດຍ: ທິດດີ
ປີໃໝ່ລາວໄດ້ບບັນຈົບຄົບວາລະອີກຮອບໜຶ່ງ ການສະເຫລີມສະຫລອງ ໄດ້ຜ່ານໄປດ້ວຍດີ ບັນຍາກາດແຕ່ເໜືອຕະຫລອດໃຕ້ ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ຫລາຍຄົນໄດ້ເຮັດກິດຈະກຳກັບຄອບຄົວ, ໄດ້ສົມມາພໍ່ແມ່ ຂໍອະໂຫສິກຳໃນໜຶ່ງປີຜ່ານມາ ແລະ ໄດ້ເຮັດບຸນຮັກສາສິນ ຕາມກຳລັງສັດທາຂອງຕົນເອງ ນັບວ່າເປັນເລື່ອງທີ່ດີງາມ.
ຢ່າງໃດກໍຕາມ ປີໃໝ່ ບໍ່ໄດ້ມີແຕ່ປີດຽວ ອີກບໍ່ດົນ ກໍກາຍເປັນປີເກົ່າ ແລະ ທຸກຢ່າງກໍຜ່ານໄປ ເບິ່ງເໝືອນຈະດົນ ແຕ່ໃນຄວາມຈິງແລ້ວ ວັນເວລາທີ່ລ່ວງໄປນັ້ນໄວ ແລະ ເປັນສິ່ງທີ່ບໍ່ອາດໄຫລວຽກຢ້ອນມາໃຫ້ເຮົາໄດ້ແກ້ໄຂ ມີແຕ່ປັບປຸງໃນປັດຈຸບັນໃຫ້ດີ.
ດັ່ງນັ້ນ, ທິດດີຈຶ່ງຍົກຫົວຂໍ້ຂຶ້ນມາເວົ້າສົນທານານຳຜູ້ອ່ານວ່າ ພວກເຮົາຈະທົບທວນເຖິງຊີວິດໃນໜຶ່ງປີ ແລະ ຈະເຮັດແນວໃດໃຫ້ຊີວິດໄດ້ຮັບການພັດທະນາຕາມສົມຄວນແກ່ວັນເວລາ ເພື່ອບໍ່ໃຫ້ຊີວິດຢຸດຢູ່ບ່ອນເກົ່າ ຫລື ຖອຍຫລັງ ໂດຍໄດ້ຕັ້ງຫລາຍໆຢ່າງຄື:
ອັນທີ 1: ບັນຫາເລື່ອງສຸຂະພາບ ເປັນສິ່ງສຳຄັນກວ່າສິ່ງອື່ນໝົດ ຜູ້ຮູ້ທັງຫລາຍກ່າວວ່າ “ການມີຊີວິດຢູ່ນັ້ນຄືໄຊຊະນະ ແລະ ການມີສຸຂະພາບພາບດີຄືໄຊຊະນະທີ່ເໜືອກວ່າ” ວ່າເຮົາມີຄວາມສຸກ, ມີຊີວິດແບບໃດ, ການມີສຸຂະພາບທີ່ດີ ຍ່ອມດີກວ່າມີເງິນໃຊ້ແຕ່ສຸຂະພາບບໍ່ເປັນໃຈ ແລະ ຍິ່ງສຸຂະພາບບໍ່ດີ ເປັນບໍ່ເກີດຂອງຄວາມເສື່ອມ ບໍ່ສາມາດຮັກສາເງິນໄວ້ໄດ້, ບໍ່ສາມາດຫາເງິນໄດ້ ດັ່ງນັ້ນ ຈຶ່ງຝາກໄວ້ວ່າໃນໜຶ່ງປີເຮົາເຮັດຫຍັງແດ່ເພື່ອສຸຂະພາບທີ່ດີຂອງເຮົາ ສິ່ງທຳລາຍສຸຂະພາບຄວນງົດ ຫລື ຕັດຖິ້ມຢ່າງເດັດຂາດ.
ອັນທີ 2: ແມ່ນບັນຫາລາຍຮັບລາຍຈ່າຍ ຄວນປະເມີນເບິ່ງວ່າປີຜ່ານມາ ເຮົາໄດ້ເງິນຫລາຍສໍ່າໃດ, ຈາກສິ່ງໃດ ແລະ ເສຍຫລາຍສໍ່າໃດ ເສຍໄປກັບສິ່ງໃດຫລາຍກວ່າກັນ ໄດ້ມີການເກັບອອມສໍ່າໃດ ແລະ ປີຕໍ່ໆໄປ ເຮົາຈະຫາເງິນແບບໃດ ຮັກສາເງິນ ແລະ ໃຊ້ເງິນແນວໃດບໍ່ໃຫ້ເກີດໂຕ.
ອັນທີ 3: ບັນຫາເລື່ອງໜີ້ສິນ ວ່າປີຜ່ານມາ ເຮົາໄດ້ສ້າງໜີສິນແນວໃດ ເຊິ່ງບັນຫານີ້ອາດຈະບໍ່ມີທຸກຄົນ ແຕ່ສຳລັບຄົນທີ່ມີໜີ້ ຕ້ອງຄຳນຶງວ່າເຮົາໄດ້ໄຊ້ໜີ້ແນວໃດ ແລະ ວາງແຜນບໍ່ສ້າງໜີ້ເພີ່ມແນວໃດ ເພື່ອຈະປົດປ່ອຍຊີວິດອອກຈາກບັນຫາໜີ້ສິນ.
ອັນທີ 4: ບັນຫາການຂັດແຍ້ງໃນຄອບຄົວ ເຮົາເຄີຍຜິດຂ້ອງຕ້ອງຖຽງ ຜິດອົກຜິດໃຈກັບຄອບຄົວຈາກບັນຫາແນວໃດ ຈາກເຮົາ ຫລື ຄົນອື່ນ, ແກ້ໄຂກັນແນວໃດ ແລະ ຈະເຮັດແນວໃດໃຫ້ກາຍເປັນຄອບຄົວສະຫງົບສຸກ ເປັນລະບຽບຮຽບຮ້ອຍ.
ອັນທີ 5: ໜ້າທີ່ການງານ ການພັດທະນາຕົນເອງ ຄວນປັບປຸງນິດໄສແນວໃດ ຄວນຮູ້ຫຍັງເພີ່ມຕື່ມໃນຍຸກປັດຈຸບັນ ເພາະການຮຽນຮູ້ເປັນສິ່ງສຳຄັນ ການຢຸດຄິດ ຢຸດພັດທະນາໜຶ່ງວັນ ທ່ານອາດນຳຫລັງຄົນອື່ນໄປແລ້ວຫລາຍປີກໍເປັນໄດ້.
ສະຫລຸບແລ້ວ ສິ່ງທີ່ເວົ້າມາທັງໝົດນັ້ນ ກໍເພື່ອຕົວເຮົາເອງ ເຮັດໃຫ້ເປັນຈຸດເລີ່ມຕົ້ນຂອງຄວາມຈະເລີນງອກງາມ ແລ້ວນຳຜົນໄປສູ່ຄອບຄົວ, ສັງຄົມ ແລະ ປະເທດຊາດ ເຖິງແມ່ນວ່າ ປີເກົ່າທີ່ຜ່ານໄປເຕັມດ້ວຍບັນຫານານາປະການ ເຂົ້າຍາກໝາກແພງ ຄ່າຄອງຊີບສູງ ກໍຂໍໃຫ້ມີຈິດໃຈໝັ້ນທ່ຽງ ມຸ່ງໝັ້ນຕໍ່ເປົ້າໝາຍ ມອງເຫັນແສງສະຫວ່າງທາງເດີນຂອງຊີວິດ ເຊື່ອແດ່ວ່າທຸກຢ່າງຈະດີຂຶ້ນຕາມລຳດັບ ຂໍໃຫ້ທຸກທ່ານທຸກຄົນທີ່ພວມເດີນທາງກັບຈາກຖິ່ນຖານບ້ານເກີດ ດ້ວຍຄວາມສະຫວັດດີພາບ ເດີນຕາມຫາຄວາມຝັນຂອງຄົນເອງໃຫ້ພົບ ປະສົບແຕ່ສິ່ງດີໆຕະຫລອດປີຕະຫລອດໄປ.