ສະຫລອງປີໃໝ່ບົນຈິດໃຈປະຢັດ, ສະຫງົບປອດໄພ ໄດ້ຮີດຄອງປະເພນີ

- IMG 20250415 WA0000 - ສະຫລອງປີໃໝ່ບົນຈິດໃຈປະຢັດ, ສະຫງົບປອດໄພ ໄດ້ຮີດຄອງປະເພນີ
- kitchen vibe - ສະຫລອງປີໃໝ່ບົນຈິດໃຈປະຢັດ, ສະຫງົບປອດໄພ ໄດ້ຮີດຄອງປະເພນີ

ໂດຍ: ທິດກໍ່າ

ບຸນປີໃໝ່ລາວປີນີ້ ພໍດີກົງກັບວັນທີ 14, 15 ແລະ 16 ເມສາ 2025 ໂດຍນັບແຕ່ມື້ວັນຈັນຫາວັນພຸດເປັນມື້ແຮມ 2 ຄໍ່າ 3 ຄໍ່າ ແລະ 4 ຄໍ່າເດືອນ 5 ລາວ ວັນທີ 14 ເມສາ ເປັນມື້ສັງຂານລ່ວງ, ວັນທີ 15 ເມສາ ສັງຂານເນົາ ແລະ ວັນທີ 16 ເມສາ 2025 ເປັນມື້ສັງຂານຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ສະຫລອງປີໃໝ່ບົນຈິດໃຈປະຢັດ, ສະຫງົບປອດໄພ ໄດ້ຮີດຄອງປະເພນີ

ສະນັ້ນ ເຫັນວ່າການສະຫລອງປີໃໝ່ລາວປີນີ້ອາດແກ່ຍາວ ເພາະວັນພະຫັດກັບວັນສຸກໃນທ້າຍອາທິດ ການເລີ່ມເຂົ້າວຽກເຂົ້າງານອາດບໍ່ປົກກະຕິ ເພາະມັນພໍດີກະເທີນ. ສ່ວນຕົ້ນອາທິດກ່ອນຮອດປີໃໝ່ກໍແມ່ນຖືກວັນເສົາກັບວັນອາທິດ ວັນທີ 12 ແລະ 13 ເປັນມື້ພັກລັດຖະການ. ສະຫລຸບແລ້ວ ການສະຫລອງສົ່ງທ້າຍປີເກົ່າ​ ຈສ 1386​ ພສ 2567 ຕ້ອນຮັບປີໃໝ່ ຈສ​ 1387​ພສ 2568 ອາດດໍາເນີນໄປຮອດ 10 ວັນ ເພາະນອກຈາກ 3 ວັນທາງການແລ້ວ ພັດຍັງສືບຕໍ່ມີກິດຈະກໍາຕ່າງໆຈົນກວ່າໝົດເດືອນເມສາເຊັ່ນ: ການເຮັດບຸນສິນກິນທານ, ງານຜູກແຂກປີໃໝ່, ງານຂຶ້ນເຮືອນໃໝ່ ເພາະປະຊາຊົນລາວສ່ວນຫລາຍໃຜກໍຖືເອົາໂອກາດປີໃໝ່ເປັນງານສິລິມຸງຄຸນ.

ຢ່າງໃດກໍດີ, ຫາກຕັ້ງໂຈດກັນວ່າ ເມື່ອກ້າວສູ່ປີໃໝ່ ຈສ​ 1387​ພສ 2568 ສັງຄົມບ້ານເມືອງເຮົາຈະຢູ່ເຢັນເປັນສຸກ ຫລື ບໍ່. ຈາກຄໍາທໍານາຍໃນປະຕິທິນຂອງອາຈານວັດປ່າໂພນເພົາວະນາຣາມ ນະຄອນຫລວງພະບາງ ໄດ້ບອກວ່າ: ນໍ້າຈະມາກ, ຝົນຕົກຕະຫລອດປີ, ນາດອນ, ນາລຸ່ມຈະດີທັງສອງຢ່າງ, ຈະມີລົມພັດບາງຄັ້ງຄາວມາຈາກ 4 ທິດຕາມລະດູການ, ຜົນຜະລິດເຂົ້າໄຮ່ເຂົ້ານາຈະໄດ້ຜົນ 10 ສ່ວນເສຍ 1 ສ່ວນ, ປະຊາຊົນຈະມີຄວາມສຸກສະບາຍດີ, ໝາກໄມ້ ແລະ ເຂົ້າປາອາຫານຈະອຸດົມສົມບູນດີ, ແຕ່ຈະເປັນໄປຕາມຄໍາທໍານາຍ ຫລື ບໍ່ນັ້ນ ໃຫ້ພວກເຮົາຕ້ອງໄດ້ຕິດຕາມນໍາກັນໃນຂັ້ນຕໍ່ໄປ.

ແນວໃດກໍຕາມ, ການສະຫລອງສົ່ງທ້າຍປີເກົ່າ​1386 ພສ 2567 ຕ້ອນຮັບປີໃໝ່​ ຈສ​1387 ພສ 2568 ປີນີ້ໃຜຈະມ່ວນຈະຊື່ນ, ໄປຫລິ້ນໄປທ່ຽວ, ຈະກິນຈະດື່ມຢູ່ໃສ, ໝ້ອງໃດແຈໃດ, ເຂດແຂວງໃດກໍຕາມ ຂໍໃຫ້ບົນພື້ນຖານປະຢັດມັດທະຍັດ, ໃຫ້ພ້ອມກັນຮັກສາຄວາມສະຫງົບປອດໄພຊີວິດ ແລະ ຊັບສິນ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ເພື່ອເອກອ້າງແຂກຕ່າງດ້າວທ້າວຕ່າງແດນທີ່ເຂົ້າມາຫລິ້ນມາທ່ຽວປະເທດລາວເຮົາ ແລະ ສິ່ງສໍາຄັນທີ່ຂາດບໍ່ໄດ້ ຄືພ້ອມກັນປະຕິບັດລະບຽບການຕ່າງໆທີ່ທາງການໄດ້ເກືອດຫ້າມເຊັ່ນ: ເອົານໍ້າເປື້ອນຫົດກັນ, ເອົານໍ້າກ້ອນຫໍ່ໃສ່ຖຢງຢາງດຶກ ຫລື ແກວ່ງໃສ່ກັນ ເພາະອາດເຖິງຂັ້ນເຈັບປວດ, ຫ້າມເປີດເຄື່ອງສຽງດັງເກີນຂອບເຂດ ອັນເປັນການສ້າງຄວາມລໍາຄານໃຫ້ເຮືອນຂ້າງຄຽງໃນການຜັກຜ່ອນນອນຫລັບໃນຍາມຄໍ່າຄືນ ແລະ ຂໍໃຫ້ຖືເອົາກິດຈະກໍາສະຫລອງປີໃໝ່ລາວເຮົາເປັນການທ່ອງທ່ຽວສ້າງລາຍໄດ້ໃຫ້ຜູ້ປະກອບການ ແລະ ປະເທດຊາດບ້ານເມືອງເຮົາມີລາຍຮັບນັບມື້ຫລາຍຂຶ້ນ.

ຂໍໃຫ້ປີໃໝ່ລາວ ຈສ 1387 ພສ 2568 ເປັນປີເງິນປີຄໍາ, ເປັນປີທີ່ສະຫງົບປອດໄພໄຮ້ອຸບາດນາໆປະການ, ເປັນປີສຸກສົມຫວັງຂອງປວງຊົນລາວທັງຊາດ.

- 5 - ສະຫລອງປີໃໝ່ບົນຈິດໃຈປະຢັດ, ສະຫງົບປອດໄພ ໄດ້ຮີດຄອງປະເພນີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!