ໂລະລາດ ບຸນປີໃໝ່ລາວຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ທ່າມກາງສາຍຝົນ


ວັນທີ 14 ເມສາ 2025 ນີ້, ກົງກັບມື້ແຮມ 2 ຄໍ່າ ເດືອນ 5 ພສ 2567 ອົງການປົກຄອງນະຄອນ ຫຼວງພະບາງ ສົມທົບກັບອົງການປົກຄອງແຂວງ ໄດ້ຈັດໃຫ້ມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນປີໃໝ່ລາວ ຢູ່ເສັ້ນທາງກາງເມືອງ ໂດຍເລີ່ມແຕ່ 3 ແຍກບ້ານຈູມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງ, ໂດຍພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍ ປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົນສິນຄ້າກະສິກຳ-ຫັດະກຳ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ລວມທັງເຄື່ອງນຸ່ງຮົ່ມ, ອາຫານທີ່ເປັນເອກະລັກຂອງຊາວຫຼວງພະບາງ ແລະເຄື່ອງໃຊ້ສອຍ ປະກອບພິທີກຳໃນບຸນປີໃໝ່ລາວ ມາວາງສະແດງຂາຍ ເປັນຈຳນວນຫຼວງຫຼາຍ. ເຊີ່ງກິດຈະກຳການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແຕ່ລະປີຈະມີຂື້ນ 2 ຄັ້ງ ຄື: ໂອກາດບຸນປີໃໝ່ລາວ ແລະໂອກາດ ບຸນຫໍ່ເຂົ້າປະດັບດີນ ຫຼື ບຸນຊ່ວງເຮືອເດືອນ 9, ເຊີ່ງສີນຄ້າທີ່ນຳມາວາງຂາຍສ່ວນໃຫຍ່ ເປັນເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນ-ດື່ມ-ໝາກໄມ້ ພ້ອມດ້ວຍບັນດາສັດສາວາສິ່ງຫຼາກຫຼາຍຊະນິດ ເພື່ອນຳໄປປ່ອຍ ຫຼື ໂຜດ ແລະເຄື່ອງປະກອບພິທີກຳ ໃນມື້ສັງຂານລ່ວງ ລວມທັງຜະລິດຕະພັນອື່ນໆ.
ເຂົ້າຮ່ວມງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກໃນປີນີ້ ມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຕັມໄປດ້ວຍບັນຍາກາດມ່ວນຊື່ນ, ທ່າມກາງສາຍຝົນທີ່ຕົກລີນໃນລະດັບຄ່ອຍ ຕະຫຼອດໄລຍະການຈັດງານ. ສ່ວນຕອນບ່າຍຂອງວັນດຽວກັນນີ້, ການນຳແຕ່ລະຂັ້ນສູນກາງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຈະໄດ້ພ້ອມກັນລົງຕົບພະທາດຊາຍ ຢູ່ດອນຊາຍມຸງຄຸນ ເມືອງຈອມເພັດ, ນອກຈາກກິດຈະກຳການໂລະລາດ ແລະລົງຕົບພະທາດຊາຍ ຕອນບ່າຍວັນດຽວກັນ ຈະມີກິດຈະກຳການຕັກນ້ຳທ່ຽງ ຂອງປູ່ເຍີຍ່າເຍີ, ສ່ວນຢູ່ບັນດາວັດວາອາຣາມ ໄດ້ມີການອັງເຊີນພະພຸດທະຮູບ ລົງຫົດສົງຕື່ມອີກ.
ທີ່ມາ: ໂທລະພາບ ແຂວງຫລວງພະບາງ