ເລົ່າຂານ ຕາມຕຳນານ ປີໃໝ່ລາວ ກຳນົດເອົາຈຸນລະສັກກະລາດເປັນການປ່ຽນແປງປີໃໝ່


ໂດຍ: ຜາຕຸງ 10.4.24
ຕາມປະເພນີເລົ່າຂານຕໍ່ກັນມາ ໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ບຸນຕຸດສົງການ ຫຼື ປີໃໝ່ລາວ ແມ່ນການປະສົມປະສານແບບປະຍຸກ ລະຫວ່າງພາມ ແລະ ພຸດ, ຖືເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ບູຮານນະການ ຈົນມາຮອດປັດຈຸບັນ ໂດຍກຳນົດ 3 ມື້ ຄື ວັນທີ 14-15-16 ເມສາ ຂອງທຸກໆປີ, ວັນທີ 14 ມື້ເລີ່ມຕົ້ນຂອງບຸນ ເອີ້ນວ່າ ວັນສັງຂານລ່ວງ ໝາຍເຖິງວັນສົ່ງທ້າຍປີເກົ່າ, ວັນທີ 15 ວັນສັງຂານເນົາ ໝາຍເຖິງວັນລະຫວ່າງກາງ ຂອງປີເກົ່າ ກັບປີໃໝ່, ວັນທີ 16 ວັນສັງຂານຂຶ້ນ ໝາຍເຖິງວັນເລີ່ມຕົ້ນຂອງວັນປີໃໝ່ ຫຼື ວັນປ່ຽນ ຈຸນລະສັກກະຣາດ ສຳລັບປີນີ້ ແມ່ນປ່ຽນຈາກ ຈສ 1386 ເປັນ ຈສ 1387.
ສຳລັບມູນເຫດຂອງບຸນປີໃໝ່ ຫຼື ບຸນຫົດນ້ຳ ມີເຄົ້າໂຄງມາຈາກ ເລື່ອງເລົ່າໃນເທບນິຍາຍກ່ຽວກັບພະຍາກະບິນລະພົມ ທີ່ຢູ່ສວງສະຫວັນ ຜູ້ທີ່ມີລິດເດດ ເໜືອຄົນໃນໂລກມະນຸດ ຖືກຕັດພະສຽນ ຫຼື ຫົວ ເພາະດ້ວຍຄວາມຮັກສາສັນຍາແຂ່ງຂັນຄວາມຮູ້ ເລື່ອງ ສີລິ ຂອງ ຄົນ ກັບ ທ້າວທໍາມະບານກຸມມານ ຜູ້ທີ່ມີຄວາມຮູ້ ຮຽນຈົບວິຊາໄຕເພດ ມີຄວາມຮູ້ຂັ້ນສູງ 3 ຢ່າງຄື: ໂຫລາສາດ, ຄຸລຸສາດ ແລະ ພາສາສາດ. ເປັນນັກປາດທີ່ມີປັນຍາ, ສະຫຼາດຫຼັກແຫຼມ ເໜືອກວ່າເພື່ອນມະນຸດ ສາມາດຮັບຮູ້ເຖິງພາສາຂອງສັດ. ຍ້ອນຊື່ສຽງຂອງ ທ້າວທຳມະບານກຸມມານ ໂດ່ງດັງໄປຮອດພະພົມຢູ່ສວງສະຫວັນ, ພະຍາກະບິນລະພົມ ມີແນວຄິດຢາກທົດສອບຄວາມຮູ້ຂອງ ທ້າວທຳມະບານກຸມມານ ຈຶ່ງໄດ້ລົງມາຍັງໂລກມະນຸດ ເພື່ອຕັ້ງຄຳຖາມ ຕໍ່ທ້າວທຳມະບານກຸມານວ່າ: ສີລິຂອງຄົນຢູ່ໃສ ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ ໂດຍໃຫ້ຫາຄໍາຕອບພາຍໃນ 7 ວັນ, ໂດຍວາງເງື່ອນໄຂວ່າ: ຄັນຕອບໄດ້ຕົນຈະຍອມໃຫ້ຕັດຄໍ ກົງກັນຂ້າມຖ້າຕອບບໍ່ໄດ້ ທຳມະບານກຸມມານກໍ່ຕ້ອງຖືກຕັດຄໍເຊັ່ນກັນ.
ຍ້ອນທ້າວທຳມະບານກຸມມານ ຮັບຮູ້ພາສາສັດ ໂດຍໄດ້ຍິນແຮ້ງສອງຜົວເມຍ ສົນທະນາກັນ ກ່ຽວກັບ ສິລິ ຂອງຄົນ ແລະ ໄດ້ຕອບຄຳຖາມຂອງ ພະຍາກະບິນລະພົມວ່າ: ສີລິຂອງຄົນ ຕອນເຊົ້າຢູ່ໃບໜ້າ, ຕອນສວາຍຢູ່ໜ້າເອິກ ແລະ ຕອນແລງຢູ່ຕີນ, ພາຍຫຼັງພະຍາກະບີນລະພົມໄດ້ຍິນຄຳຕອບຈຶ່ງຍອມໃຫ້ຕັດຄໍຕາມຄຳສັນຍາ, ໂດຍມີຄໍາສັ່ງຕໍ່ລູກສາວທັງ 7 ຄົນວ່າ: ຕອນພໍ່ຖືກຕັດຄໍ ໃຫ້ພວກລູກເອົາພາຖາດຄຳ ມາຮອງບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນເດັດຂາດ, ຖ້າຕົກລົງໃສ່ດິນຈະເຮັດໃຫ້ບ້ານເມືອງເກີດໄພພິບັດ, ພາຍຫຼັງຕັດແລ້ວໃຫ້ເອົາໄປເກັບຮັກສາໄວ້ຖ້ຳເຂົາສຸເມນໂນລາດ, ເມື່ອເຖິງເດືອນ 5 ຟ້າລ່ວງ ຫຼື ຕຸດສົງການປີໃດ ມື້ສັງຂານລ່ວງກົງກັບວັນໃດ ໃຫ້ລູກສາວປະຈຳວັນນັ້ນຂີ່ສັດທີ່ເປັນພາຫະນະຂອງຕົນໄປແຫ່ເອົາພະສຽນ ຫຼື ຫົວຂອງພໍ່ອອກມາຫົດສົງ, ລ້າງສ່ວຍດ້ວຍນ້ຳອົບ, ນ້ຳຫອມແລ້ວຈຶ່ງເອົາໄປໄວ້ບ່ອນເກົ່າ. ເຊິ່ງລູກສາວຂອງພະຍາກະບີນລະພົມແມ່ນມີ 7 ຄົນ ເປັນຕົວແທນໃຫ້ແກ່ 7 ວັນໃນໜຶ່ງອາທິດ ແລະ ແຕ່ລະຄົນລ້ວນແລ້ວແຕ່ມີສັດເປັນພາຫະນະເປັນຂອງໂຕເອງ ຄື: ວັນອາທິດ ນາງທຸງສະເທວີ ມີຄຸດເປັນພາຫະນະ; ວັນຈັນ ນາງໂຄຣາຄະເທວີ ມີເສືອໂຄ່ງເປັນພາຫະນະ; ວັນອັງຄານ ນາງຮາກສະເທວີ ມີໝູເປັນພາຫະນະ; ວັນພຸດ ນາງມົນທາເທວີ ມີມ້າ ຫຼື ລໍ ເປັນພາຫະນະ; ວັນພະຫັດ ນາງກິລີນີເທວີ ມີຊ້າງເປັນພາຫະນະ; ວັນສຸກ ນາງກິມິທາເທວີ ມີຄວາຍເປັນພາຫະນະ ແລະ ວັນເສົາ ນາງມະໂຫທອນເທວີ ມີນົກຍຸງເປັນພາຫະນະ.
ສໍາລັບປີ2025ນີ້ ວັນສັງຂານລ່ວງ ແມ່ນວັນຈັນ ແຮມ 2 ຄໍ່າ ເດືອນ 5, ພສ 2567 ກົງກັບວັນທີ 14 ເມສາ, ນາມມະຫາສົງການແມ່ນ ນາງເທພພະທິດາທີ່ 2 ຊົງພະນາມວ່າ “ໂຄຣາຄະເທວີ” ຊົງພະຫຸລັດທັດກາງຂອງ)ອາພອນປະດັບໄປດ້ວຍແກ້ວມຸກດາຫານ (ສີໝອກ ຫລື ສີໄຂ່ມຸກ), ສະເຫວີຍນໍ້ານົມ ເປັນພັກສາຫານ, ພະຫັດຂວາຊົງພະຂັນ (ງ້າວ ຫລື ດາບ), ພະຫັດຊ້າຍຊົງຖືໄມ້ເທົ້າ, ສະເດັດໄສຍາດ (ນອນ) ມືນຕາ ມາເທິງຫລັງເສືອໂຄ່ງ ເປັນພາຫະນະ.
ເພື່ອເຮັດໃຫ້ບຸນປະເພນີອັນດີງາມນີ້ ໄດ້ຮັບການປົກປັກຮັກສາ ແລະເສີມຂະຫຍາຍຕໍ່ໄປໃຫ້ເລິກເຊິ່ງ ກວ້າງຂວາງ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ເວົ້າລວມ ເວົ້າສະເພາະ ຊາວນະຄອນຫລວງວຽງຈັນ ທຸກຄົນ ຕ້ອງພ້ອມກັນຮຽນຮູ້ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດຂອງເຜົ່າໃຫ້ເລິກເຊິ່ງ ທັງປະຕິບັດຕົນໃຫ້ຖືກຕ້ອງສອດຄ່ອງກັບປະເພນີອັນດີງາມ ຕີຖອຍປະກົດການຫຍໍ້ທໍ້ທຸກຮູບແບບທີ່ບໍ່ສອດຄ່ອງເໝາະສົມກັບສັງຄົມລາວໃຫ້ໝົດໄປ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຂອງສັງຄົມ ເພື່ອໃຫ້ແຂກທັງພາຍໃນ ແລະຕ່າງປະເທດ ມີຄວາມປະທັບໃຈໃນເວລາເຂົ້າມາທ່ອງທ່ຽວ ແລະ ສຳພັດເຖິງບັນຍາດກາດທີ່ດີ ບັນຫາໜິ່ງອີກ ຕ້ອງພ້ອມກັນສະເຫຼີມສະຫຼອງໃຫ້ເບີກບານມ່ວນຊື່ນ ສອດຄ່ອງກັບລະບຽບການທີ່ກຳນົດໄວ້.