ສານປະຊາຊົນສູງສຸດ ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່

- 489811803 1230198325776090 8605773318204270967 n - ສານປະຊາຊົນສູງສຸດ ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່
- kitchen vibe - ສານປະຊາຊົນສູງສຸດ ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່

ວັນທີ 10 ເມສາ 2025 ສານປະຊາຊົນສູງສຸດ ໄດ້ປະກາດການແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່, ໂດຍມີ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີບັນດາຫົວໜ້າກົມ, ຄະນະສານ ແລະ ສະຖາບັນຄົ້ນຄວ້າ-ຝຶກອົບຮົມ, ພະນັກງານສານປະຊາຊົນ ເຂົ້າຮ່ວມ.

ທ່ານ ຂຸນສຸວັນ ສຸທຳມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາຊັ້ນສີ່ ໂດຍເຫັນດີແຕ່ງຕັ້ງ ທ່ານ ໄລລາທອງ ຂັນຕິຍະລາດ, ທ່ານ ສະໝອນ ສີບູລະ ແລະ ທ່ານນາງ ຈອມພັນ ຈັນທະວີ ເປັນຜູ້ພິພາກສາຊັ້ນສີ່ ຂອງສານປະຊາຊົນສູງສຸດ.

- Visit Laos Visit SALANA BOUTIQUE HOTEL - ສານປະຊາຊົນສູງສຸດ ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່

ໃນໂອກາດດັ່ງກ່າວ, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກໍໄດ້ມອບມະຕິແຕ່ງຕັ້ງ ແລະ ປະດັບຊັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງ; ພ້ອມເນັ້ນໜັກໃຫ້ເອົາໃຈໃສ່ກຳແໜ້ນພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດໜ້າທີ່ໃນການຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນໍາເອົາຄວາມຍຸຕິທຳມາສູ່ສັງຄົມ.

ທີ່ມາ: ໜັງສືພິມ ຄວາມສະຫງົບ

- 4 - ສານປະຊາຊົນສູງສຸດ ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!