ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025

- 490014312 122147788358388511 5870551269166227523 n scaled - ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025
- kitchen vibe - ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025

ວັນທີ 10 ເມສາ 2025 ທີ່ນະຄອນຫລວງວຽງຈັນ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ສະຫລຸບການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ປະຈຳສົກຮຽນ 2024-2025, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ອະທິການບໍດີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ນວມຄໍາ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ລາຍງານວ່າ: ການສອບເສັງນັກຮຽນເກັ່ງໃນສົກຮຽນ 2024-2025 ເລີ່ມມາແຕ່ວັນທີ 8 ເມສາ 2024, ຊຶ່ງໄດ້ຄັດເລືອກເອົານັກຮຽນມັດທະຍົມສຶກສາ ຜູ້ທີ່ສອບເສັງໄດ້ ອັນດັບທີ 1-2 ລະດັບແຂວງ ຈໍານວນ 288 ຄົນ, ຍິງ 162 ຄົນ ໃນນັ້ນ, ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈໍານວນ 144 ຄົນ, ຍິງ 92 ຄົນ ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈໍານວນ 144 ຄົນ, ຍິງ 52 ຄົນ ໃນນີ້ມີ ສາມະເນນ 5 ອົງ, ພຣະສົງ 1 ອົງ ກວມເອົາ 22 ເຜົ່າ, 4 ກຸ່ມພາສາ ສອບເສັງ 4 ວິຊາ ຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ.

- Visit Laos Visit SALANA BOUTIQUE HOTEL - ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025

ຜົນການສອບເສັງ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4)

- 490389067 122147788106388511 8498692166099007610 n 1024x507 - ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025


1.ວິຊາພາສາລາວ-ວັນນະຄະດີ

  • ອັນດັບທີ 1 ນາງ ສຸວັນຄໍາ ພິມມະສອນ ຈາກໂຮງຮຽນ ມສ ຊະນະພົນ ນະຄອນຫຼວງວຽງຈັນ.
  • ອັນດັບທີ 2 ນາງ ສຸລິຍາ ປານມະນີ ຈາກ ມສ ພອນສະຫວັນ ແຂວງຊຽງຂວາງ.
  • ອັນດັບທີ 3 ນາງ ທິບເກສອນ ໄຊຍະປັນຍາ ຈາກ ມສ ສາທິດ ແຂວງສະຫວັນນະເຂດ;
  1. ວິຊາຄະນິດສາດ
  • ອັນດັບທີ 1 ທ້າວ ເອກກະສັນ ໝື່ນດວງ ຈາກ ມສ ພອນສະຫວັນ ແຫ່ງຊາດ ນະຄອນຫຼວງວຽງຈັນ.
  • ອັນດັບທີ 2 ນາງ ສີປະໄພ ໂອໄຊ ຈາກ ມ.ຕົ້ນ ປາກຊັນໃໝ່ ແຂວງບໍລິຄໍາໄຊ.
  • ອັນດັບທີ 3 ທ້າວໄຊປະເສີດ ນຸກສາ ຈາກ ມສ ປາດຖະໜາ ນະຄອນຫຼວງວຽງຈັນ.
  1. ວິຊາຟີຊິກສາດ
  • ອັນດັບທີ 1 ນາງ ລິນດາ ພົງສະຫວັນ ຈາກ ມສ ພອນສະຫວັນ ແຫ່ງຊາດ ນະຄອນຫຼວງວຽງຈັນ.
  • ອັນດັບທີ 2 ນາງ ມິນີ້ ພັນທະກອນ ມສ ລຽງເປີຍ ແຂວງອຸດົມໄຊ.
  • ອັນດັບທີ 3 ທ້າວ ເພັດສະໝອນ ພຸດທະວົງ ມສ ລາວ-ຫວຽດນາມ ແຂວງສະຫວັນນະເຂດ
  1. ວິຊາເຄມີສາດ
  • ອັນດັບທີ 1 ນາງ ອອນນະພາ ຄໍາມະນີຈັນ ມສ ພອນສະຫວັນ ແຂວງຊຽງຂວາງ.
  • ອັນດັບທີ 2 ນາງ ສຸລິຕາ ພົມມະຫາໄຊ ມສ ສິນໄຊ ນະຄອນຫຼວງວຽງຈັນ.
  • ອັນດັບທີ 3 ນາງ ນຸດຈິລາ ບຸນຍາວົງ ມສ ໂພນສະຫວັນ ແຂວງສະຫວັນນະເຂດ.
- 490343599 122147788610388511 3759381046272896844 n 1024x504 - ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025

ຜົນການສອບເສັງຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

  1. ວິຊາພາສາລາວ-ວັນນະຄະດີ
  • ອັນດັບທີ 1 ທ້າວ ດ່ອນລ້າ ພົມມະວົງສາ ມສ ຫ້ອມສະຫວັນ ນະຄອນຫຼວງວຽງຈັນ.
  • ອັນດັບທີ 2 ນາງ ສຸກສົມວາດ ຣາຊະວົງ ຮຮ ພອນສະຫວັນ ແຂວງບໍລິຄໍາໄຊ.
  • ອັນດັບທີ 3 ນາງ ປາທອງ ຊາຍທອງ ມສ ສີທ່ານາໄຊ ແຂວງ ບໍລິຄໍາໄຊ.
  1. ວິຊາຄະນິດສາດ
  • ອັນດັບທີ 1 ນາງ ສຸກພັນສາ ພົມມະລັງສີ ມສ ວຽງຈັນ ນະຄອນຫຼວງວຽງຈັນ.
  • ອັນດັບທີ 2 ທ້າວ ບົ່ງວື່ ຈູມ່າ ມສ ພອນສະຫວັນ ແຫ່ງຊາດ ນະຄອນຫຼວງວຽງຈັນ.
  • ອັນດັບທີ 3 ນາງ ປາວີນາ ສີປະເສີດ ມສ ຫົວສຽວ ແຂວງຈໍາປາສັກ.
  1. ວິຊາຟີຊິກສາດ
  • ອັນດັບທີ 1 ນາງ ນິວັນນາວາ ພົມມະວົງ ມສ ປາດຖະໜາ ນະຄອນຫຼວງວຽງຈັນ.
  • ອັນດັບທີ 2 ນາງ ອາລິສາ ວົງພູທອນ ມສ ຫົວສຽວ ແຂວງຈໍາປາສັກ.
  • ອັນດັບທີ 3 ທ້າວ ດ່າ ຊົວລືຢ່າງ ຮຮ ພອນສະຫວັນ ແຂວງບໍລິຄໍາໄຊ.
  1. ວິຊາເຄມີສາດ
  • ອັນດັບທີ 1 ທ້າວ ພິລະພົນ ພົນເສນາ ມສ ປາດຖະໜາ ນະຄອນຫຼວງວຽງຈັນ.
  • ອັນດັບທີ 2 ທ້າວ ເຢິວື ມສ ວັງເຮືອ ແຂວງວຽງຈັນ.
  • ອັນດັບທີ 3 ທ້າວ ໄຈຊົ່ງ ຈາກ ມສ ພອນສະຫວັນ ແຫ່ງຊາດ ນະຄອນຫຼວງວຽງຈັນ.
- 489964515 122147788550388511 1672834160309058337 n 1024x465 - ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025

ສໍາລັບລາງວັນ: ອັນດັບທີ 1 ໄດ້ຮັບຫຼຽນຄໍາ,ໃບຍ້ອງຍໍ ແລະ ເງິນລາງວັນ ຈຳນວນ 23,000,000 ກີບ, ອັນດັບທີ 2 ໄດ້ຮັບຫຼຽນເງິນ, ຍ້ອງຍໍ ແລະ ເງິນລາງວັນ ຈໍານວນ 18,900,000 ກີບ ແລະ ອັນດັບທີ 3 ໄດ້ຮັບຫຼຽນທອງ, ໃບຍ້ອງຍໍ ແລະ ເງິນລາງວັນ ຈໍານວນ 15,600,000ກີບ.
ສ່ວນຜົນການແຂ່ງຂັນຖາມ-ຕອບວິທະຍາສາດ ອັນດັບທີ 1 ທີມຈາກນະຄອນຫຼວງວຽງຈັນ ໄດ້ຮັບຂັນຊະນະເລີດ ແລະ ເງິນລາງວັນຈໍານວນ 11,100,000, ອັນດັບທີ 2 ທີມຈາກແຂວງອຸດົມໄຊ ໄດ້ຮັບເງິນລາງວັນຈໍານວນ 7,800,000 ກີບ ແລະ ອັນດັບທີ 3 ທີມຈາກແຂວງຈໍາປາສັກ ໄດ້ຮັບເງິນລາງວັນ ຈໍານວນ 4,600,000 ກີບ.

ທີ່ມາ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ 

- 3 - ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!