ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ

- 489999949 9321011698020638 8896299662979227788 n - ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ
- kitchen vibe - ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ

ໂດຍ: ຜາຕຸງ

ບຸນກຸດສົງການປີໃໝ່ລາວ ຫຼື ບຸນເດືອນ 5 ຫຼື ຮ້ອງງ່າຍໆວ່າບຸນຫົດນ້ຳ ຕາມຮີດຕາມຄອງທີ່ພວກເຮົາເຄີຍປະຕິບັດສືບທອດກັນມາແຕ່ເຊັ່ນ ປູ່ຍ່າຕານາຍ ເພື່ອຫົດສົງສະສາງລ້າງສ່ວຍສິ່ງເຮິຮ້າຍໃຫ້ ເໝິດໄປ ອວຍໄຊໃຫ້ພອນອັນດີງາມແກ່ກັນແລະກັນ ລວມທັງການຫົດສົງພຣະພຸດທະຮູບຢູ່ຕາມວັດວາອາຮາມແຫ່ງຕ່າງໆເພື່ອຄວາມສະຫງົບ ແລະເປັນສິຣິມຸງຄຸນໃຫ້ຕົນເອອງແລະຄອບຄົວ.

- Visit Laos Visit SALANA BOUTIQUE HOTEL - ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ

ນອກຈາກນັ້ນແລ້ວຢູ່ຕາມເຮືອນຊານບ້ານຊ່ອງ ບຸກຄົນໃດ ຄອບຄົວໃດທີ່ມີເງື່ອນໄຂແດ່ ກໍມີການຈັດພາເຂົ້າພາຂວັນ ສູ່ຂວັນປີໃໝ່ ຂໍຂະມາລາໂທດ ເຖົ້າແກ່ອາວຸໂສ ພໍ່ແມ່ບຸບພະກາລີ ຜູ້ຫຼັກຜູ້ໃຫຍ່ໄມ້ສູງ ເພື່ອສົມບັດສົມມາ ກ່າວຄຳຂໍຂະມາລາໂທດນຳພວກເພິ່ນ ທີ່ຜ່ານມາເຄີຍໄດ້ມີການກະທຳຜິດພາດແລະ ລ່ວງເກີນພວກທ່ານເຫຼົ່ານັ້ນ ຈະເປັນການກະທຳດ້ວຍກາຍ, ວາຈາ, ໃຈ, ກໍດີ ເພື່ອໃຫ້ເພິ່ນຍົກ ໂທດອະໄພໂທດ ແລະ ອວຍພອນໃຫ້ລູກຫຼານໃຫ້ປະສົບພົບພໍ້ແຕ່ສິ່ງດີໆທີ່ເປັນມຸງຄຸນໃນຊີວິດຕະຫຼອດໄປ,

ສິ່ງໜຶ່ງທີ່ພວກເຮົາຈະເຫັນເລື້ອໆຢູ່ໃນຂໍ້ຫ້າມແຕ່ລະປີນັ້ນ ແມ່ນຫ້າມມີພຶດຕິກຳໂປ້ເປືອຍ, ການນຸ່ງສັ້ນນຸ່ງເຂີນ, ນຸ່ງຮັດນຸ່ງຫ້ຽນ ເກີນຄວາມເໝາະສົມ ໂດຍສະເພາະຍາມເຂົ້າວັດວາສາສະໜາ ເຖິງແມ່ນວ່າບຸນຫົດນ້ຳ ຫຼື ກຸດສົງການຫຼື ບຸນເດືອນຫ້າ ເປັນບຸນທາງຮີດຄອງປະເພນີ ທີ່ມີເສລີພາບໃນການນຸ່ງຖືດ້ວຍຫຼາຍຮູບແບບສີສັນແຕກຕ່າງກັນ ເພື່ອຫົດສົງນ້ຳ ທັງນ້ຳອົບ, ນ້ຳຫອມ ແລະ ນ້ຳທ່າທຳມະດາ ທັງຢູ່ໃນວັດວາອາຮາມ ແລະ ຕາມຄຸ້ມບ້ານຖະໜົນຫົນທາງ.

ການແຕ່ງໂຕທີ່ບໍ່ສຸພາບ ນອກຈາກສະແດງໃຫ້ເຫັນເຖິງແບບຍົ່ວຍຸ ຫຼືເອີ້ນຕາມພາສາຊາວບ້ານວ່າ ອ່ອຍ ນອກຈາກເປັນເປົ້າໝາຍທາງສາຍຕາຂອງຄົນໃນສັງຄົມ ບາງຄັ້ງອາດຈະນຳເອົາໄພດ້ວຍຮູບແບບຕ່າງໆ ມາເຖິງໂຕເອງໄດ້ ດັງນັ້ນຄວນລະວັງ ແລະ ບໍ່ຄວນໃຫ້ມັນເກີດບັນຫາຕາມມາກະທົບໃສ່ຕົນເອງ ຕ້ອງເຂົ້າໃຈວ່າທຸກຄົນບໍ່ໄດ້ຄິດຄືກັນ, ວັດທະນະທຳທາງໃຈບໍ່ໄດ້ຈະເລີນກັນທຸກຄົນ ດັ່ງນັ້ນ, ການປ້ອງກັນໄວ້ນັ້ນຖືວ່າເປັນວິທີທາງທີ່ດີທີ່ສຸດ.

ຈິງຢູ່ວ່າ ການແຕ່ງໂຕແຕ່ງກາຍຈະນຸ່ງຖືແນວໃດນັ້ນມັນເປັນສິດທິ ແລະ ຄວາມພໍໃຈຂອງແຕ່ລະຄົນ ຖ້າເບິ່ງຕາມຍຸກຕາມສະໄໝກໍຫາກແມ່ນແທ້ ມັນຂຶ້ນກັບຄວາມພໍໃຈຂອງໃຜລາວ, ແຕ່ກົງກັນຂ້າມຖ້າເບິ່ງຕາມກົດຮີດຄອງປະເພນີອັນດີງາມຂອງຊາດເດລະ ມັນຈະເປັນແນວໃດ ແຕ່ເຊັ່ນປູ່ສັງກະສາ ຍ່າສັງກະສີ ເຊັ່ນພໍ່ມາແມ່ເຮົາ ການແຕ່ງອົງຊົງເຄື່ອງໃນຍາມບຸນສິນກິນທານຕ່າງໆ ເພິ່ນຍັງຮັກສາໄວ້ໄດ້ຈົນມາຮອດປັດະຈຸບັນ, ແລ້ວເຮົາຜູ້ເປັນລູກເປັນຫຼານເກີດໃໝ່ໃຫຍ່ລຸນກໍຄວນຈະໄດ້ສືບຕໍ່ຮັກສາໄວ້ຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ຂອງແມ່ຍິງລາວເອົາໄວ້ໃຫ້ຍາວນານ ຢ່າໃຫ້ວັດທະນະ ທຳແນວບໍ່ດີມາກືນກິນຈົນໝົດສິ້ນຄວາມເປັນແມ່ຍິງລາວ.

- 4 - ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!