ປີ 2024 ກະຊວງການຕ່າງປະເທດ ມີຄວາມສະຫງົບຮຽບຮ້ອຍ, ໂປ່ງໃສ ບໍ່ພົບການສໍ້ລາດບັງຫລວງ


ວັນທີ 04 ເມສາ 2025ນີ້ ກະຊວງການຕ່າງປະເທດ ສະຫຼຸບວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໂດຍການ ເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ມີບັນດາຄະນະພັກ-ຄະນະນໍາ, ສະມາຊິກພັກ ເຂົ້າຮ່ວມ.
ທ່ານ ນາງ ໄກມະນີ ອໍລະບູນ, ກຳມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມ ກວດກາໄດ້ເຜີຍແຜ່ 4 ເອກະສານທີ່ສຳຄັນຄື: ລະບຽບ ວ່າດ້ວຍການເກັບຮັກສາເອກະ ສານ ກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024; ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງ ຍຸດຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີການສໍ້ລາດບັງຫຼວງ, ສະບັບລົງວັນທີ 29 ມັງກອນ 2024; ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບອົງການກວດສອບແຫ່ງລັດ ສະບັບລົງວັນທີ 14 ກຸມພາ 2024 ແລະ ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ສານປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະດີສໍ້ຫຼາດບັງຫຼວງ, ສະບັບເລກທີ 14 ກຸມພາ 2024.


ທ່ານ ນາງ ວິລິບ ບົວສີສະຫວັດ, ຮອງຫົວໜ້າກົມກວດກາ ລາຍງານວ່າ: ໄລຍະຜ່ານມາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໄດ້ເປັນຢ່າງດີ; ເອົາໃຈໃສ່ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ເຊິ່ງໄດ້ຮັບການຮ່ວມມືເປັນຢ່າງດີຈາກບັນດາເປົ້າໝາຍທີ່ຖືກກວດກາ ແລະ ສາມາດຕີລາຄາໄດ້ວ່າ ສະພາບການພາຍໃນກະຊວງການຕ່າງປະເທດ ມີຄວາມສະຫງົບຮຽບຮ້ອຍ ແລະ ປະຕິບັດວຽກງານດ້ວຍຄວາມໂປ່ງໃສ, ມີຄວາມເອກະພາບ ແລະ ສາມັກຄີກັນ ເຄື່ອນໄຫວວຽກງານຢ່າງຮອບດ້ານ, ສາມາດສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.
ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ ແລະ ຖືສໍາຄັນ ວຽກງານຕິດຕາມ, ກວດກາ, ອໍານວຍຄວາມສະດວກໃຫ້ຜູ້ຮັບຜິດຊອບວຽກງານກວດກາ ໄດ້ເຄື່ອນໄຫວວຽກງານ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ; ແຕ່ລະພາກສ່ວນເອົາໃຈໃສ່ເຊື່ອມຊຶມ ກຳແຫນ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ບັນດາມະຕິ, ຄໍາສັ່ງ, ລະບຽບການຂອງພັກ, ນິຕິກຳຂອງລັດ ກ່ຽວກັບວຽກງານກວດກາ; ເຊື່ອມຊຶມ ແລະ ປະຕິບັດເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ, 2 ວາລະແຫ່ງຊາດ ໃຫ້ເຂົ້າສູ່ພາກປະຕິບັດຕົວຈິງຢ່າງມີປະສິດທິຜົນ;


ສືບຕໍ່ຕິດຕາມ, ກວດກາ ການປະຕິບັດກົດລະບຽບຂອງພັກ ສະໄໝທີ XI; ເພີ່ມທະວີການຕິດຕາມ ກວດກາການຄຸ້ມຄອງບໍລິຫານລັດ, ສຸມໃສ່ຕິດຕາມ, ກວດກາ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບລັດຖະທຳມະນູນ, ບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ, ຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວຂອງພະນັກງານ-ສະມາ ຊິກພັກ, ເຈົ້າໜ້າທີ່ລັດແຕ່ລະຂັ້ນ, ເອົາການກວດກາລັດ ຕິດພັນກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ. ນອກຈາກນັ້ນ, ພະນັກງານກວດກາ, ເຈົ້າໜ້າທີ່ຕ້ານ ການສໍ້ລາດບັງຫລວງ ຕ້ອງປະຕິບັດກົດໝາຍ ເຂັ້ມງວດກວ່າພາກສ່ວນອື່ນ.
ທີ່ມາ: ວາລະສານກວດກາ