ປີ 2024 ແຂວງໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫລວງ 3 ຄົນ ມູນຄ່າເສຍຫາຍ ເກືອບ 20 ລ້ານກີບ


ທ່ານ ຕຸ້ຍ ອ່ອນດວງພະຈັນ ຮອງປະທານອົງການກວດກາລັດ ແຂວງໄຊສົມບູນ ລາຍງານຕໍ່ ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ວັນທີ 3 ເມສາ 2025 ຜ່ານມານີ້ວ່າ: ໄລຍະ 1 ປີຜ່ານມາເຫັນວ່າ ສະມາຊິກພັກສ່ວນຫຼາຍມີຄວາມໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມການເກັບກຳຂໍ້ມູນ ຈາກ 301 ໜ່ວຍພັກ, ສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຈໍານວນ 277 ໜ່ວຍພັກ.
ໄດ້ກວດກາໂຄງການລົງທຶນຂອງລັດມູນຄ່າ 10 ຕື້ກີບລົງມາ ທັງໝົດ 12 ໂຄງການ, ມູນຄ່າ ຕາມສັນຍາ 58 ຕື້ກວ່າກີບ ພົບເຫັນໂຄງການທີ່ຍັງຄ້າງຈົດທະບຽນຊັບສິນ 1 ໂຄງການ, ມູນຄ່າ 1 ລ້ານກີບ, ໂຄງການທີ່ຍັງຄ້າງຊຳລະຄ່າຊັບພະຍາກອນທຳມະຊາດ 6 ໂຄງການ ລວມ 191.93 ລ້ານກີບ, ໂຄງການທີ່ຈະຕ້ອງຫັກລົບອອກຈາກສາລະບານງົບປະມານ ມີ 1 ໂຄງການ ມູນຄ່າຫັກລົບ 4 ແສນກີບ.
ດ້ານວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ພົບເຫັນພະນັກງານ ສໍ້ລາດບັງຫຼວງກ່ຽວກັບເງິນກອງທຶນຂອງສະຫະພັນນັກຮົບເກົ່າເມືອງທ່າໂທມ 3 ຄົນ, ຍິງ 1 ຄົນ, ມີຜົນເສຍຫາຍ 19 ລ້ານກວ່າກີບ ແລະ ແກ້ໄຂທາງດ້ານບໍລິຫານ ເກັບກູ້ຄືນໄດ້ແລ້ວ 10 ລ້ານກີບ.
ວຽກງານເກັບກຳພະນັກງານທີ່ມີເປົ້າໝາຍແຈ້ງຊັບສິນ ແລະ ລາຍຮັບ ທັງໝົດ 463 ທ່ານ, ຍິງ 118 ທ່ານ, ພະນັກງານ-ລັດຖະກອນ ຂັ້ນແຂວງຄຸ້ມຄອງ ແຈ້ງຊັບສິນ ແລະ ລາຍຮັບຂອງ 67 ທ່ານ, ຍິງ 12 ທ່ານ.