ນະຄອນຫຼວງວຽງຈັນ ຄອງອັນດັບທີ 1 ຖາມ-ຕອບວິທະຍາສາດ ລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2024-2025


ໜັງສືພິມ ວິທະຍາສາດ ສຶກສາ ແລະ ກິລາ ລາຍງານວ່າ: ວັນທີ 8 ເມສາ ເປີດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສືກສາ ສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມແຂ່ງຂັນຕາງໜ້າ ພະແນກສຶກສາທິການ ແລະ ກິລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ພາກສ່ວນລະ 4 ຄົນ ລວມທັງໝົດ ເກືອບ 100 ຄົນ ໂດຍມີຄະນະກຳມະການລະດັບຊາດເຂົ້າຮ່ວມຕັດສິນການແຂ່ງຂັນກິດຈະກຳດັ່ງກ່າວ.
ຜ່ານການແຂ່ງຂັນຜົນປາກົດວ່າ: ຕົວແທນຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຄວ້າອັນດັບທີ 1 ສາມາດຕອບຄຳຖາມ ໄດ້ດີກວ່າ 17 ແຂວງ ຈາກ 18 ຄໍາຖາມ ໄດ້ຄະແນນລວມທັງໝົດ 17 ຄະແນນ ໃນທີມມີ 4 ຄົນຄື: ນາງ ລິນດ້າ ພົງສະຫວັດ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ, ທ້າວພິລາພົນ ພົນເສນາ ໂຮງຮຽນ ປາດຖະໜາ, ທ້າວ ແອັດລິ່ ສັນຕິສຸກ ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ແລະ ນາງ ສຸກພັນສາ ພົມມະລັງສີ ໂຮງຮຽນ ມສ ວຽງຈັນ
ອັນດັບທີ 2 ເປັນຂອງ ນັກຮຽນຈາກແຂວງອຸດົມໄຊ ປະກອບມີ ທ້າວ ບຸນສັກດາ ກິ່ງສັກດາ, ທ້າວ ພົງສະກອນ ກິນນາລີ, ນາງ ສຸນິວັນ ອຸ່ນສະຫວັນ ແລະ ນາງ ມິນນີ້ ພັນທະກອນ;
ອັນດັບທີ 3 ເປັນຂອງນັກຮຽນ ແຂວງຈຳປາສັກ ປະກອບມີ ທ້າວ ອາທິດໄຊ ຊ່ອງວິໄລ, ນາງ ປາວີນາ ສີປະເສີດ, ນາງ ອາລິສາ ວົງພູທອນ ແລະ ນາງ ມະນີຈັນ ຈັນບຸດລ້ວນ;
ອັນດັບທີ 4 ເປັນຂອງນັກຮຽນແຂວງຜົ້ງສາລີ ມີ ນາງ ກິດາພອນ ສຸລັດ, ນາງ ສຸທອນ ແກ້ວຍະສານ ແລະ ທ້າວ ສຸກສະຫວ່າງ ທອງອ່ອນປະເສີດ.