ກຳຈັດການສໍ້ລາດບັງຫລວງ ເຊື້ອມະເຮັງຮ້າຍທີ່ທຳລາຍຊາດ ແລະ ສັງຄົມ


ໂດຍ: ຜາຕຸງ
ການສໍ້ລາດບັງຫລວງເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ທົ່ວໄປ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນຈົນສ້າງຄວາມເລື່ອມລໍ້າທາງສັງຄົມ. ການສໍ້ລາດບັງຫລວງ ປຽບເໝືອນພະຍາດມະເຮັງຊໍາເຮື້ອແພ່ລາມໄປທົ່ວສັງຄົມເຊິ່ງບໍ່ຕ່າງຫຍັງກັບປວກເຈາະໄມ້ ມອດເຈາະເຮືອນປະໄວ້ດົນເທົ່າໃດຕົ້ນໄມ້ນັ້ນກໍຈະລົ້ມ ເຮືອນຫລັງນັ້ນກໍຈະເພພັງ ປະເທດຊາດປະສົບບັນຫາວິກິດດ້ານເສດຖະກິດ-ການເງິນ ເພາະເງິນຂອງລັດທຸກກີບທຸກອັດຈໍານວນບໍ່ໜ້ອຍມັນໄປເຂົ້າຖົງບຸກຄົນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
ເພື່ອກຳຈັດປັດເປົ່າເຊື້ອມະເຮັງອັນບໍ່ດີ ຈຳນວນມອດ ຈຳນວນປວກທີ່ຄອຍກັດແຫ້ນໄມ້ແຫ້ນເຮືອນ ແຫ້ນຊັບສົມບັດຂອງຊາດໃຫ້ຄ່ອຍໆໝົດໄປນັ້ນ ທາງພາກສ່ວນກ່ຽວຂ້ອງເປັນຕົ້ນແມ່ນ ອົງການກວດກາພັກ ອົງການກວດກາລັດ ໄດ້ເຮັດໜ້າທີ່ຂອງຕົນຄອຍສີດຢາກຳຈັດມອດກຳຈັດປວກໃຫ້ ຄ່ອຍໆມະຫັບມະຫາຍໄປ ເທື່ອລະເລັກເທື່ອລະໜ້ອຍ ເຖິງວ່າຈະເປັນຈຳພວກປວກເລັກມອດນ້ອຍກໍຕາມ ນັ້ນມັນກໍ່ເປັນວິທີການສຳຄັນໃນການຕ້ານ ແລະ ສະກັດກັ້ນພະຍາດ ສໍ້ລາດບັງຫລວງ ເພື່ອຈະໄດ້ສືບສາວລາວເລື່ອງນຳເອົາຫົວໂປ່ໂຕເປ້ງມາລົງໂທດຕາມກົດໝາຍ ແລ້ວນຳເອົາຊັບສິນທີ່ຖືກສໍ້ໂກງໄປນັ້ນກັບຄືນມາເປັນຊັບສົມບັດຂອງຊາດ.
ຜ່ານມາ ກວດກາກະຊວງການເງິນ ສາມາດຢຶດໄດ້ຊັບສິນ ແລະ ອາຍັດເງິນໃນບັນຊີທີ່ມີສ່ວນກ່ຽວ ຂ້ອງກັບການສໍ້ລາດບັງຫລວງ 50 ບັນຊີ ເພື່ອດໍາເນີນການສືບສວນຂະຫຍາຍຜົນຫາຄວາມເຊື່ອມໂຍງກັບຜູ້ຖືກຫາ ແລະ ສາມາດເກັບກູ້ເງິນທີ່ຕົກເຮ່ຍເສຍຫາຍຄືນໃຫ້ແກ່ລັດໄດ້ ເປັນເງິນກີບຫຼາຍກວ່າ 12 ຕື້ກີບ, 2 ແສນກວ່າໂດລາ ແລະ ເງິນບາດຫລາຍກວ່າ 24 ລ້ານບາດ. ນອກນັ້ນຍັງມີເຫດການຈັບຕົວ ແລະ ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ພ້ອມຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ເຊິ່ງເປັນໂຄງການແບບມອບເໝົາ ໂດຍແມ່ນທຶນກູ້ຢືມຈາກທະນາຄານຕ່າງປະເທດ ມີມູນຄ່າກໍ່ສ້າງໂຄງການ 89,970,000 ໂດລາສະຫະລັດ. ມາຮອດປັດຈຸບັນ ໄດ້ສໍາເລັດການສືບສວນ-ສອບສວນ ແລະ ໄດ້ສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນນະຄອນຫລວງວຽງຈັນ ເພື່ອດໍາເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ, ສ່ວນຢູ່ກະຊວງສາທາລະນະສຸກ ກໍກວດພົບການສໍ້ລາດບັງຫລວງ 3 ກໍລະນີ ເສຍຫາຍເກືອບ 2 ຕື້ກີບ ແລະ ກັກຕົວຂັ້ນຫົວໜ້າກົມ ພະແນກ ຮ່ວມກັນສໍ້ລາດບັງຫລວງຢູ່ຂັ້ນທະນາຄານກາງ ແລະທະນາຄານການຄ້າຕ່າງປະເທດ ເຖິງ 11 ຄົນ ແຕ່ບໍ່ໄດ້ລະບຸມູນຄ່າຄວາມເສຍຫາຍ.
ສ່ວນເຫດການທີ່ເກີດຂຶ້ນໃນລະດັບແຂວງຢູ່ ມີພະນັກງານຫ້ອງການແຂວງ ພະນັກງານການເງິນ ແຂວງອັດຕະປືລວມ 21 ຄົນ ຮ່ວມກັນສໍ້ໂກງ ໂດຍການສ້າງເອກະສານປອມ ເພື່ອຖອນເງິນ ຊ່ວຍ ເຫລືອຈາກພາກທຸລະກິດອອກມາໃຊ້ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17 ຕື້ກວ່າກີບ ແລະ ເງິນດົງ 1.5 ຕື້ດົງ ມາຮອດປັດຈຸບັນຄະນະສະເພາະກິດແຂວງ ແລະ ສູນກາງໄດ້ສະຫລຸບຜົນການສືບສວນ-ສອບສວນ ຄະດີສໍ້ລາດບັງຫລວງບ້ວງເງິນ 2,000,000ໂດລາສະຫະລັດ ແລະ ບ້ວງເງິນອື່ນໆຢູ່ແຂວງ.
ເຫດການຫລ້າສຸດ ວັນທີ 31 ມີນາ 2025 ຕາມການລາຍງານຂອງ ວາລະສານກວດການີ້ວ່າ: ຜ່ານມາ ພາຍຫລັງມີຂໍ້ມູນຫຼັກຖານຄົບຖ້ວນກ່ຽວກັບການກະທຳຜິດຂອງພະນັກງານຈຳນວນໜຶ່ງຄະນະກວດກາ ສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນຳໃຊ້ມາດຕະການກັກຕົວພະນັກງານຂອງອົງການກວດກາແຫ່ງລັດ 4 ຄົນ. ໃນນີ້ມີພະນັກງານຂັ້ນຫົວໜ້າກົມ 1 ຄົນ, ຂັ້ນຮອງຫົວໜ້າກົມ 1 ຄົນ ແລະ ພະນັກງານຂັ້ນຮອງພະແນກ 2 ຄົນ ນອກຈາກນັ້ນກໍໄດ້ກັກຕົວບຸກຄົນທີ່ກ່ຽວຂ້ອງອີກ 3 ຄົນ ທີ່ມີການພົວພັນກັບການໃຫ້ສິນບົນແກ່ເຈົ້າໜ້າທີ່ຂອງອົງການກວດກາແຫ່ງລັດຈຳນວນ.
ທັງໝົດນີ້ ສະແດງໃຫ້ເຫັນວ່າ ຈຸດເລີ່ມຕົ້ນຂອງການ ປາບປາມຂະບວນການ ສໍ້ລາດບັງຫລວງ ສໍ້ຫລວງບັງລາດ ເຖິງຈະເປັນປາກົດການພຽງເລັກນ້ອຍກໍຕາມ ຢ່າງໜ້ອຍມັນກໍ່ເປັນການ ຂົ່ມປ່າໃຫ້ເສືອກົວ, ແຕ່ທີ່ສຳຄັນແມ່ນດີກວ່າເຮົາຮູ້ເຮົາເຫັນແລ້ວ ບໍ່ລົງມືເຮັດບໍ່ລົງມືທຳຢ່າງໃດເລີຍ ຍັງປ່ອຍປະລະເລີຍໃຫ້ເກີດຂື້ນແລະແພ່ລາມໄປທຸກຂົງເຂດວຽກງານ ຈົນກາຍເປັນພາລະອັນໜັກໜ່ວງແລ້ວຢາກທີ່ຈະແກ້ໄຂໄດ້ ຖ້າຫາກບໍ່ກ້າຫານລົງມືເຮັດຈາກນ້ອຍໄປຫາໃຫຍ່ ເຮັດແທ້ທຳຈິງ ເຮັດແບບຕໍ່ເນື່ອງໄປເລື້ອຍໆ ໄປຄຽງຄູ່ກັບການນຳໃຊ້ກົດໝາຍໃຫ້ເຂັ້ມງວດແລະມີຜົນເດັດຂາດ ຢາກພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ກ່ອນອື່ນຕ້ອງກຳຈັດ ພະນັກງານທີ່ເສຍທາດ ຂາດຄຸນ ຂາດຈັນຍາບັນ ສໍ້ລາດບັງຫລວງ ຂາດຄວາມສາມາດອອກໄປໃຫ້ໝົດກ່ອນ ແລະ ເຊື່ອວ່າໃນຕໍ່ໜ້າບໍ່ຊ້າກໍໄວເຮົາຈະສາມາດກຳຈັດເຊື້ອພະຍາດມະເຮັງອັນຮ້າຍກາດນີ້ໄດ້ຢ່ງແນ່ນອນ.