ທ່ານ ທຣໍາ ຂູ່ຂຶ້ນພາສີຈີນອີກ 50% ຖ້າບໍ່ຍົກເລີກຂຶ້ນພາສີໂຕ້ກັບ ສ່ວນຈີີນຕອບກັບ ບໍ່ຍອມຮັບແບັກເມວ ພ້ອມ “ສູ້ເຖິງທີ່ສຸດ”

- 222 4 - ທ່ານ ທຣໍາ ຂູ່ຂຶ້ນພາສີຈີນອີກ 50% ຖ້າບໍ່ຍົກເລີກຂຶ້ນພາສີໂຕ້ກັບ ສ່ວນຈີີນຕອບກັບ ບໍ່ຍອມຮັບແບັກເມວ ພ້ອມ “ສູ້ເຖິງທີ່ສຸດ”
- kitchen vibe - ທ່ານ ທຣໍາ ຂູ່ຂຶ້ນພາສີຈີນອີກ 50% ຖ້າບໍ່ຍົກເລີກຂຶ້ນພາສີໂຕ້ກັບ ສ່ວນຈີີນຕອບກັບ ບໍ່ຍອມຮັບແບັກເມວ ພ້ອມ “ສູ້ເຖິງທີ່ສຸດ”

         ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດຄໍາຂູ່ກໍານົດອັດຕາພາສີສິນຄ້ານໍາເຂົ້າຈາກຈີນເພີ່ມອີກ 50% ນັບແຕ່ວັນທີ 9 ເມສາຕາມເວລາທ້ອງຖິ່ນ ຖ້າລັດຖະບານຈີນບໍ່ຍົກເລີກການຂຶ້ນພາສີ 34% ຕໍ່ສິນຄ້າຈາກອາເມລິກາ ເພື່ອໂຕ້ກັບມາດຕະການພາສີອາກອນຕອບໂຕ້ທີ່ທ່ານ ທຣໍາ ປະກາດເມື່ອວັນທີ 2 ເມສາ.

         “ຖ້າຈີນບໍ່ຖອນການປັບຂຶ້ນພາສີນໍາເຂົ້າ 34% ຈາກທີ່ລະເມີດການຄ້າມາຢ່າງຍາວນານພາຍໃນວັນທີ 8 ເມສາ 2025 ອາເມລິກາຈະເກັບພາສີນໍາເຂົ້າຈາກຈີນເພີ່ມອີກ 50% ນັບແຕ່ວັນທີ 9 ເມສາ. ນອກຈາກນີ້ ການເຈລະຈາກັບຈີນທັງໝົດກ່ຽວກັບກອງປະຊຸມທີ່ຈີນຮ້ອງຂໍຈະສິ້ນສຸດລົງ!” ທ່ານ ທຣໍາ ໂພສຂໍ້ຄວາມຜ່ານ Truth Social ວັນທີ 7 ເມສາ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ຂູ່ຂຶ້ນພາສີຈີນອີກ 50% ຖ້າບໍ່ຍົກເລີກຂຶ້ນພາສີໂຕ້ກັບ ສ່ວນຈີີນຕອບກັບ ບໍ່ຍອມຮັບແບັກເມວ ພ້ອມ “ສູ້ເຖິງທີ່ສຸດ”

         ທັງນີ້, ທ່ານ ທຣໍາ ກໍານົດພາສີອາກອນຕອບໂຕ້ສໍາລັບຈີີນ 34% ໂດຍເພີ່ມຈາກ 20% ທີ່ບັງຄັບໃຊ້ໄປໃນເດືອນມີນາ ເຊິ່ງຈາກປະກາດຫລ້າສຸດ ຖ້າບັງຄັບໃຊ້ແທ້ ຈະສົ່ງຜົນເຮັດໃຫ້ສິນຄ້າຈາກຈີນທີ່ນໍາເຂົ້າອາເມລິກາອາດຕ້ອງເສຍພາສີສູງເຖິງ 104%.

           ຂະນະທີ່ທ່ານ ທຣໍາ ກ່າວຢູ່ທໍານຽບຂາວໃນວັນທີ 7 ເມສານີ້ ຢືນຢັນວ່າຈະບໍ່ພິຈາລະນາຢຸດການບັງຄັບໃຊ້ພາສີອາກອນຕອບໂຕ້ ເພື່ອເປີດທາງໃຫ້ມີການເຈລະຈາກັບປະເທດຕ່າງໆ.

          “ເຮົາບໍ່ໄດ້ສົນໃຈເລື່ອງນັ້ນ ເຮົາມີປະເທດຕ່າງໆທີ່ກຽມເຈລະຈາຂໍ້ຕົກລົງກັບເຮົາ ແລະ ຈະມີຂໍ້ຕົກລົງທີ່ເປັນທໍາ”.

ຈີນພ້ອມ “ສູ້ເຖິງທີ່ສຸດ”

        ກະຊວງການຄ້າຈີນ ປະກາດຈະບໍ່ຍອມຮັບການແບັກເມວຂອງອາເມລິກາໂດຍເດັດຂາດ ແລະ ໃຫ້ຄໍາໝັ້ນວ່າຈະຕໍ່ສູ້ກັບການຂຶ້ນພາສີຂອງທ່ານ ທຣໍາ “ຈົນເຖິງທີ່ສຸດ”.

        ຂະນະທີ່ຊີ້ວ່າ: ຄໍາຂູ່ຂຶ້ນພາສີສິນຄ້າຈີນເພີ່ມອີກ 50% ຂອງທ່ານ ທຣໍາ ຖືເປັນ “ຄວາມຜິດພາດທີ່ທັບຊ້ອນຄວາມຜິດພາດ” ແລະ ຮຽກຮ້ອງໃຫ້ຜູ້ນໍາອາເມລິກາຍົກເລີກແຜນຂຶ້ນພາສີນໍາເຂົ້າທັງໝົດ ແລະ ໃຫ້ແກ້ໄຂຄວາມແຕກຕ່າງລະຫວ່າງອາເມລິກາ ແລະ ຈີນຜ່ານການເຈລະຈາ.

        ປະກາດຂອງທ່ານ ທຣໍາ ສົ່ງຜົນເຮັດໃຫ້ຕະຫລາດຫຸ້ນທົ່ວໂລກຜັນຜວນຫລາຍ ເນື່ອງຈາກນັກລົງທຶນກັງວົນວ່າມາດຕະການພາສີຕອບໂຕ້ຂອງທ່ານ ທຣໍາ ອາດສົ່ງຜົນເຮັດໃຫ້ລາຄາສິນຄ້າສູງຂຶ້ນ. ຂະນະທີ່ຄວາມຕ້ອງການຊື້ຫລຸດລົງ ເຊິ່ງອາດນໍາໄປສູ່ການເກີດສະພາບເສດຖະກິດຫລຸດຖອຍທົ່ວໂລກ.

         ໂດຍມູນຄ່າຕະຫລາດຫຸ້ນອາເມລິກາຫລຸດລົງຢ່າງໜັກຫລັງເປີດຕະຫລາດວັນທີ 7 ເມສາ. ຂະນະທີ່ຕະຫລາດຫຸ້ນເອີຣົບ ລວມທັງ FTSE 100 ຂອງລອນດອນ ປິດຕະຫລາດຫລຸດລົງຫລາຍກວ່າ 4%.

         ສ່ວນດັດຊະນີຫຸ້ນອາຊີຫລຸດລົງຢ່າງໜັກ ໂດຍດັດຊະນີ Hang Seng ຂອງຮົງກົງຫລຸດລົງຫລາຍກວ່າ 13% ຖືເປັນການຫລຸດລົງໃນມື້ດຽວຄັ້ງໃຫຍ່ທີ່ສຸດນັບແຕ່ປີ 1997.

ອ້າງອີງ:

- 5 - ທ່ານ ທຣໍາ ຂູ່ຂຶ້ນພາສີຈີນອີກ 50% ຖ້າບໍ່ຍົກເລີກຂຶ້ນພາສີໂຕ້ກັບ ສ່ວນຈີີນຕອບກັບ ບໍ່ຍອມຮັບແບັກເມວ ພ້ອມ “ສູ້ເຖິງທີ່ສຸດ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!