20 ອັນດັບສິນຄ້າທີ່ໄດ້ຮັບຜົນກະທົບຈາກພາສີທ່ານ ທຣໍາ ໜັກສຸດ

- 108126764 1743783012242 gettyimages 1131322713 VIETNAM PAN PACIFIC - 20 ອັນດັບສິນຄ້າທີ່ໄດ້ຮັບຜົນກະທົບຈາກພາສີທ່ານ ທຣໍາ ໜັກສຸດ
- kitchen vibe - 20 ອັນດັບສິນຄ້າທີ່ໄດ້ຮັບຜົນກະທົບຈາກພາສີທ່ານ ທຣໍາ ໜັກສຸດ

         ສໍານັກຂ່າວ CNBC ລາຍງານວ່າ: ການປະກາດຂຶ້ນພາສີສິນຄ້ານໍາເຂົ້າຈາກທົ່ວໂລກຂອງທ່ານ ໂດນັລ ທຣໍາ ມີທ່າອ່ຽງຈະດັນໃຫ້ລາຄາສິນຄ້າຫລາຍຊະນິດປັບສູງຂຶ້ນ, ຂະນະທີ່ລາຄາສິນຄ້າບາງປະເພດເຊັ່ນ: ເຄື່ອງໜັງ ອາດຖີບຕົວສູງໜັກກວ່າສິນຄ້າອື່ນໆ.

         ນັກເສດຖະສາດຄາດຄະເນວ່າ: ຜົນກະທົບຕໍ່ພາກຄົວເຮືອນນັ້ນຈະແຕກຕ່າງກັນໄປຂຶ້ນຢູ່ກັບພຶດຕິກໍາການໃຊ້ຈ່າຍຂອງແຕ່ລະຄອບຄົວ, ແຕ່ຖ້າເບິ່ງໃນພາບໃຫຍ່ຈະເຫັນວ່າຫລາຍຄອບຄົວ ໂດຍສະເພາະກຸ່ມທີ່ມີລາຍໄດ້ໜ້ອຍຈະໄດ້ຮັບຜົນກະທົບໃນລະດັບໜຶ່ງ.

- Visit Laos Visit SALANA BOUTIQUE HOTEL - 20 ອັນດັບສິນຄ້າທີ່ໄດ້ຮັບຜົນກະທົບຈາກພາສີທ່ານ ທຣໍາ ໜັກສຸດ

        ບົດວິເຄາະຂອງ Budget Lab ຈາກ Yale University ລະບຸວ່າ: ໂດຍສະເລ່ຍແລ້ວ ແຕ່ລະຄອບຄົວຈະສູນເສຍອໍານາດຊື້ປະມານ 3,800 ໂດລາສະຫະລັດຕໍ່ປີ ອັນເປັນຜົນຈາກນະໂຍບາຍພາສີຂອງທ່ານ ທຣໍາ ແລະ ນະໂຍບາຍຕອບໂຕ້ຂອງປະເທດຕ່າງໆທີ່ອອກມາໃນໄລຍະນີ້. ພ້ອມໝາຍເຫດວ່າ: ການວິເຄາະດັ່ງກ່າວຍັງບໍ່ໄດ້ລວມພາສີຕອບໂຕ້ 34% ທີ່ຈີນຫາກໍປະກາດໃຊ້ຕໍ່ສິນຄ້າສົ່ງອອກທັງໝົດຂອງອາເມລິກາໃນອາທິດຜ່ານມາ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 10 ເມສານີ້.

        ທັງນີ້, ມູນຄ່າການສົ່ງອອກສິນຄ້າຂອງອາເມລິກາໄປຈີນໃນປີ 2024 ມີເກືອບ 1.4 ແສນລ້ານໂດລາ ໂດຍຈີນຖືເປັນຕະຫລາດສົ່ງອອກໃຫຍ່ເປັນອັນດັບ 3 ຂອງອາເມລິກາ ຮອງຈາກການາດາ ແລະ ແມັກຊິກ.

        ສິ່ງທີ່ໜ້າສົນໃຈຄືອຸດສາຫະກໍາເຄື່ອງນຸ່ງຫົ່ມເປັນໜຶ່ງໃນກຸ່ມທີ່ໄດ້ຮັບຜົນກະທົບຈາກນະໂຍບາຍພາສີສູງ ໂດຍຄາດຄະເນວ່າລາຄາເສື້ອຜ້າ, ເກີບ, ຖົງມື, ກະເປົາ, ຜ້າຂົນສັດ ແລະ ຜ້າໄໝ ຈະເພີ່ມຂຶ້ນປະມານ 10-20%. ເຖິງຢ່າງໃດກໍຕາມ, ນັກວິເຄາະບາງສ່ວນຄາດຄະເນວ່າ: ການປັບຂຶ້ນຂອງລາຄາສິນຄ້າບາງປະເພດຈະບໍ່ໄດ້ເປັນໄປແບບປຸບປັບ ອາດໃຊ້ເວລາ 5 ປີ ຫລື ຫລາຍກວ່ານັ້ນຈຶ່ງຈະເກີດຂຶ້ນ ໂດຍເສື້ອຜ້າ ແລະ ເກີບສ່ວນຫລາຍທີ່ຂາຍຢູ່ອາເມລິກາຜະລິດຂຶ້ນໃນປະເທດຈີນ, ຫວຽດນາມ, ສີລັງກາ ແລະ ບັງກະລາແດດ ທີ່ຕ່າງຖືກພາສີຕອບໂຕ້ສູງຈາກທ່ານ ທຣໍາ.

        ນອກຈາກນີ້, Budget Lab ຍັງວິເຄາະອີກວ່າ: ລາຄາຍານພາຫະນະ ແລະ ຊິ້ນສ່ວນລົດອາດເພີ່ມສູງຂຶ້ນກວ່າ 8%, ສ່ວນ Bank of Americal ປະເມີນວ່າ: ລາຄາລົດໃໝ່ອາດເພີ່ມຂຶ້ນເຖິງ 10,000 ໂດລາສະຫະລັດ ຖ້າຜູ້ຜະລິດລົດເລືອກໃຫ້ຜູ້ບໍລິໂພກຕ້ອງແບກຮັບຜົນກະທົບທັງໝົດຈາກນະໂຍບາຍພາສີຕອບໂຕ້.

        ແລະ ນີ້ຄື 20 ອັນດັບສິນຄ້າທີ່ຄາດວ່າຈະໄດ້ຮັບຜົນກະທົບສູງສຸດ ລຽງຈາກຫລາຍຫາໜ້ອຍ.

  • ຜະລິດຕະພັນເຄື່ອງໜັງ: ລາຄາເພີ່ມ 18.3%
  • ເຄື່ອງແຕ່ງກາຍ: ລາຄາເພີ່ມ 16.9%
  • ພືດຜົນ: ລາຄາເພີ່ມ 13.3%
  • ໂລຫະ: ລາຄາເພີ່ມ 12.3%
  • ຂົນສັດ/ໄໝ: ລາຄາເພີ່ມ 10.9%
  • ເຂົ້າແປຮູບ: ລາຄາເພີ່ມ 10.3%
  • ເຄື່ອງໃຊ້ໄຟຟ້າ: ລາຄາເພີ່ມ 10%
  • ເຄື່ອງຕັດຫຍິບ: ລາຄາເພີ່ມ 9.6%
  • ຍານພາຫະນະ ແລະ ສ່ວນປະກອບ: ລາຄາເພີ່ມ 8.4%
  • ເຄື່ອງຈັກ ແລະ ອຸປະກອນ: ລາຄາເພີ່ມ 6.6%
  • ໂລຫະເຫລັກ/ເຫລັກກ້າ: ລາຄາເພີ່ມ 6.5%
  • ຜະລິດຕະພັນຢາງ ແລະ ປລາສຕິກ: ລາຄາເພີ່ມ 6.4%
  • ຜະລິດຕະພັນຈາແຮ່ (ແກ້ວ, ຊີມັງ): ລາຄາເພີ່ມ 6.4%
  • ອຸປະກອນການຂົນສົ່ງ (ລົດຖີບ, ລົດຈັກ): ລາຄາເພີ່ມ 6%
  • ຜະລິດຕະພັນຈາກໂລຫະ (ບ່ວງສ້ອມ, ນັອດ, ສະກູ ແລະ ອື່ນໆ): ລາຄາເພີ່ມ 5.8%
  • ອຸດສາຫະກໍາການຜະລິດ (ເຄື່ອງປະດັບ, ອຸປະກອນກິລາ, ອຸປະກອນທາງການແພດ ແລະ ອື່ນໆ): ລາຄາເພີ່ມ 4.8%
  • ຄອມພິວເຕີ, ເອເລັກໂຕຣນິກ + ອຸປະກອນອອບຕິກ: ລາຄາເພີ່ມ 4.5%
  • ການປະມົງ: ລາຄາເພີ່ມ 4%
  • ຜັນ, ໝາກໄມ້, ຖົ່ວ: ລາຄາເພີ່ມ 4%
  • ຜະລິດຕະພັນຈາກໄມ້: ລາຄາເພີ່ມ 3.3%

ອ້າງອີງ:

https://www.cnbc.com/2025/04/04/trump-tariffs-20-items-and-goods-most-exposed-to-price-shocks.html

- 5 - 20 ອັນດັບສິນຄ້າທີ່ໄດ້ຮັບຜົນກະທົບຈາກພາສີທ່ານ ທຣໍາ ໜັກສຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!