ປະທານອາຊຽນແນະນໍາໃຫ້ 10 ປະເທດສະມາຊິກຮ່ວມກັນຕອບໂຕ້ພາສີອາເມລິກາຢ່າງເປັນເອກະພາບ

- 111 7 - ປະທານອາຊຽນແນະນໍາໃຫ້ 10 ປະເທດສະມາຊິກຮ່ວມກັນຕອບໂຕ້ພາສີອາເມລິກາຢ່າງເປັນເອກະພາບ
- kitchen vibe - ປະທານອາຊຽນແນະນໍາໃຫ້ 10 ປະເທດສະມາຊິກຮ່ວມກັນຕອບໂຕ້ພາສີອາເມລິກາຢ່າງເປັນເອກະພາບ

        ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໃນຖານະປະທານອາຊຽນປີ 2025 ແນະນໍາໃຫ້ 10 ປະເທດສະມາຊິກອາຊຽນຮ່ວມກັນຕອບໂຕ້ພາສີອາເມລິກາຢ່າງເປັນເອກະພາບ ໂດຍມາເລເຊຍຈະເປັນຜູ້ນໍາໃນການປະສານການຮ່ວມມືລະດັບພາກພື້ນໃນອາຊີຕາເວັນອອກສຽງໃຕ້ ເພື່ອຕອບໂຕ້ການເກັບພາສີນໍາເຂົ້າຂອງທ່ານ ທຣໍາ.

         ທ່ານ ອິບຣາຮິມ ລະບຸວ່າ: ມາເລເຊຍຈະເປັນຜູ້ນໍາໃນການສະແດງຈຸດຢືນຮ່ວມຂອງພາກພື້ນ, ຮັກສາຕ່ອງໂສ້ອຸປະທານໃຫ້ເປີດກວ້າງ ແລະ ຢຶດຢຸ່ນ ແລະ ເຮັດໃຫ້ສຽງຂອງອາຊຽນຖືກໄດ້ຍິນຢ່າງຊັດເຈນ ແລະ ໝັ້ນຄົງໃນເວທີໂລກ ຫລັງຈາກທ່ານໄດ້ຫາລືຮ່ວມກັບຜູ້ນໍາອີກຫລາຍປະເທດສະມາຊິກອາຊຽນກ່ຽວກັບແນວທາງການຕອບໂຕ້ຮ່ວມກັນ.

- Visit Laos Visit SALANA BOUTIQUE HOTEL - ປະທານອາຊຽນແນະນໍາໃຫ້ 10 ປະເທດສະມາຊິກຮ່ວມກັນຕອບໂຕ້ພາສີອາເມລິກາຢ່າງເປັນເອກະພາບ

         ກຸ່ມປະເທດອາຊຽນເປັນໜຶ່ງໃນພາກພື້ນທີ່ໄດ້ຮັບຜົນກະທົບຈາກພາສີຂອງອາເມລິກາໜັກທີ່ສຸດ ໂດຍຫວຽດນາມ ແລະ ກໍາປູເຈຍຖືກເກັບພາສີໃນອັດຕາ 46% ແລະ 49%, ຂະນະທີ່ໄທ ແລະ ມາເລເຊຍ 36% ແລະ 24% ເຊິ່ງຫລາຍປະເທດ ລວມທັງມາເລເຊຍເລືອກຈະບໍ່ຕອບໂຕ້ອາເມລິກາດ້ວຍມາດຕະການທາງພາສີໃນທັນທີ, ແຕ່ຫັນມາໃຊ້ແນວທາງການເຈລະຈາການຄ້າແທນ.

         ເຖິງຢ່າງໃດກໍຕາມ, ທ່ານ ອິບຣາຮິມ ລະບຸວ່າ: “ເຮົາຕ້ອງຍອມຮັບວ່າ ມາດຕະການພາສີຮອບນີ້ອາດເປັນພຽງຈຸດເລີ່ມຕົ້ນຂອງຄວາມທ້າທາຍທີ່ຍິ່ງໃຫຍ່ກວ່ານີ້ຕໍ່ເສດຖະກິດພາຍນອກປະເທດ”. ພ້ອມໃຫ້ຄໍາໝັ້ນວ່າ: ມາເລເຊຍຈະບໍ່ເຂົ້າສູ່ສະພາບເສດຖະກິດຫລຸດຖອຍຈາກຜົນກະທົບຂອງພາສີເຫລົ່ານີ້, ແຕ່ລັດຖະບານອາດພິຈາລະນາທົບທວນເປົ້າໝາຍການເຕີບໃຫຍ່ຂອງ GDP ໃນປີນີ້ ຖ້າພາສີອາກອນຕອບໂຕ້ຂອງທ່ານ ທຣໍາ ເລີ່ມມີຜົນບັງຄັບໃຊ້ໃນວັນທີ 9 ເມສາ.

ອ້າງອີງ:

- 4 - ປະທານອາຊຽນແນະນໍາໃຫ້ 10 ປະເທດສະມາຊິກຮ່ວມກັນຕອບໂຕ້ພາສີອາເມລິກາຢ່າງເປັນເອກະພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!