ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

- 488712777 1146484477505857 7279578157908175270 n - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ
- kitchen vibe - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ວັນທີ 7 ເມສາ 2025 ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ວັນທີ 2 ເມສາ 2025.

ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຄອບຄົວ ສີພັນດອນ ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ຟ້າມ ມິງ ຈິ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ເຊິ່ງເປັນກໍາລັງໃຈອັນລໍ້າຄ່າ ທີ່ຫາສິ່ງປຽບບໍ່ໄດ້ ຕໍ່ ພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະ ຄອບຄົວ ສີພັນດອນ ໃນການຜ່ານຜ່າຄວາມໂສກເສົ້າອາໄລອາວອນ ຕໍ່ການສູນເສຍບຸກຄົນທີ່ແສນເຄົາລົບຮັກໃນຄັ້ງນີ້; ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມວາງພວງມາລາ ແລະ ໄວ້ອາໄລ ຂອງຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ນໍາໂດຍ ສະຫາຍ ໂຕ ເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 3 ເມສານີ້, ເຊິ່ງເປັນຄະນະຕ່າງປະເທດຄະນະທໍາອິດ ທີ່ເດີນທາງມາຮ່ວມໄວ້ອາໄລ ແລະ ການໄປຮ່ວມຂຽນປຶ້ມໄວ້ອາໄລ ທີ່ ສະຖານທູດລາວ ປະຈໍາຫວຽດນາມ ຂອງສະຫາຍ ເລືອງເກືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ. ພິເສດ, ຕໍ່ການສູນເສຍຄັ້ງນີ້, ສສ ຫວຽດນາມ ກໍໄດ້ຮ່ວມໄວ້ອາໄລລະດັບຊາດເປັນເວລາ 2 ວັນ, ເຊິ່ງສິ່ງເຫຼົ່ານີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັນພິເສດຂອງສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້ ກໍຄື ຄວາມຮັກແພງຖານ ສະຫາຍອ້າຍນ້ອງໃນຄອບຄົວດຽວກັນ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ
- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ຕໍ່ຄອບຄົວ ສີພັນດອນ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ຍັງເປັນການສູນເສຍອັນໃຫຍ່ຫຼວງທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເຊັ່ນດຽວກັນ. ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຢືນຢັນວ່າ ຈະຫັນເອົາຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກຄັ້ງນີ້ ໃຫ້ກາຍເປັນຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ແລະ ຈະສືບຕໍ່ຮ່ວມກັບບັນດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອພ້ອມກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການສືບຕໍ່ປົກປັກຮັກສາ, ຖະນຸຖະ ຫນອມ ແລະ ເສີມຂະຫຍາຍສາຍພົວພັນພິເສດຂອງສອງປະເທດ ໃຫ້ນັບມື້ພັດທະນາກ້າວເຂົ້າສູ່ລວງເລິກ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜັງແກ່ນຊົ່ວກາລະນານ.

ຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຄອບຄົວ ສີພັນດອນ ທີ່ໄດ້ສູນເສຍຜູ້ນໍາທີ່ເຄົາລົບຮັກ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ກໍຄື ຄອບຄົວ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.

- 4 - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ
- 3 - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ
- 5 - ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!