ແມັກຊິກລາຍງານພົບຜູ້ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N1 ໃນມະນຸດເປັນຄັ້ງທໍາອິດ


ກະຊວງສາທາລະນະສຸກແມັກຊິກລາຍງານໃນວັນທີ 4 ເມສາວ່າ: ກວດພົບຜູ້ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N1 ໃນມະນຸດເປັນຄັ້ງທໍາອິດໃນປະເທດ ໂດຍຜູ້ຕິດເຊື້ອເປັນເດັກຜູ້ຍິງອາຍຸ 3 ປີ ຈາກລັດດູຣັງໂກ ທາງພາກເໜືອຂອງແມັກຊິກ ແລະ ປັດຈຸບັນກໍາລັງປິ່ນປົວຢູ່ໂຮງໝໍດ້ວຍອາການທີ່ຮຸນແຮງ.
ກະຊວງສາທາລະນະສຸກແມັກຊິກ ລະບຸວ່າ: ປັດຈຸບັນຍັງບໍ່ມີຫລັກຖານການແຜ່ເຊື້ອຈາກຄົນສູ່ຄົນ ແລະ ອົງການອະນາໄມໂລກ (WHO) ປະເມີນວ່າຄວາມສ່ຽງດ້ານສາທາລະນະສຸກທົ່ວໄປຈາກໄວຣັສນີ້ຍັງຢູ່ໃນລະດັບຕໍ່າ.
ທັງນີ້, ໄວຣັສສາຍພັນ H5N1 ທີ່ມີຄວາມຮຸນແຮງສູງໄດ້ແຜ່ລະບາດໃນສັດທົ່ວໂລກນັບແຕ່ປີ 2020 ເຮັດໃຫ້ເກີດການລະບາດຮ້າຍແຮງໃນສັດປີກເພື່ອການຄ້າ ແລະ ມີການຕິດເຊື້ອເປັນບາງຄັ້ງຄາວໃນສັດຊະນິດອື່ນໆເຊັ່ນ: ອັລປາກາ ແລະ ແມວບ້ານ ໂດຍໃນປີຜ່ານມາ ມີການກວດພົບເຊື້ອດັ່ງກ່າວໃນງົວເປັນຄັ້ງທໍາອິດ.
ໃນປີຜ່ານມາ WHO ລາຍງານກໍລະນີການຕິດເຊື້ອໄຂ້ຫວັດສັດປີກສາຍພັນ A (H5N2) ໃນມະນຸດເປັນຄັ້ງທໍາອິດຢູ່ແມັກຊິກ ໂດຍຜູ້ຕິດເຊື້ອບໍ່ມີປະຫວັດການສໍາຜັດກັບສັດ ແລະ ເສຍຊີວິດຈາກອາການປ່ວຍຊໍ້າເຮື້ອໃນເວລາຕໍ່ມາ.