ສ.ເກົາຫລີ ກຽມຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ 3 ມິຖຸນານີ້

- c84640d5 ef44 4cc9 aebd fedb2fc38cf2 - ສ.ເກົາຫລີ ກຽມຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ 3 ມິຖຸນານີ້
- kitchen vibe - ສ.ເກົາຫລີ ກຽມຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ 3 ມິຖຸນານີ້

        ສ.ເກົາຫລີ ຕັດສິນໃຈຈັດການເລືອກຕັ້ງປະທານາທິບໍດີໃນວັນທີ 3 ມິຖຸນານີ້ ເພື່ອເລືອກຕັ້ງຜູ້ສືບຕໍ່ຕໍາແໜ່ງຈາກທ່ານ ຢຸນຊອກຢໍ ອະດີດປະທານາທິບໍດີ ສ.ເກົາຫລີ ທີ່ສານລັດຖະທໍາມະນູນຫາກໍມີມະຕິຖອດຖອນຈາກຕໍາແໜ່ງຜູ້ນໍາປະເທດໃນທ້າຍອາທິດຜ່ານມານີ້.

        ໂດຍທ່ານ ຮັນດ໊ອກຊູ ນາຍົກລັດຖະມົນຕີ ສ.ເກົາຫລີ ທີ່ກໍາລັງຮັກສາການຕໍາແໜ່ງປະທານາທິບໍດີມີແຜນຈະຢືນຢັນກໍານົດດັ່ງກ່າວໃນກອງປະຊຸມຄະນະລັດຖະບານທີ່ມີກໍານົດຈັດຂຶ້ນໃນວັນທີ 8 ເມສານີ້.

- Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ກຽມຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ 3 ມິຖຸນານີ້

        ຕາມກົດໝາຍ ສ.ເກົາຫລີ ການເລືອກຕັ້ງປະທານາທິບໍດີຈະຕ້ອງຈັດຂຶ້ນພາຍໃນ 60 ວັນຫລັງຈາກສານລັດຖະທໍາມະນູນມີມະຕິຖອດຖອນທ່ານ ຢຸນຊອກຢໍ ອອກຈາກຕໍາແໜ່ງ ເນື່ອງຈາກຄວາມພະຍາຍາມໃນການປະກາດກົດໄອຍະການເສິກເມື່ອທ້າຍປີ 2024 ໂດຍກ່ອນໜ້ານີ້ ສ.ເກົາຫລີ ເຄີຍຈັດການເລືອກຕັ້ງຂຶ້ນພາຍໃນ 60 ວັນມາແລ້ວເຊັ່ນກັນໃນປີ 2017 ຈາກກໍລະນີທີ່ທ່ານ ນາງ ພັກກີນເຮ ໄດ້ຮັບມະຕິໃຫ້ຖືກຖອດຖອນຈາກຕໍາແໜ່ງ ເນື່ອງຈາກພົວພັນຄະດີທຸຈະລິດ ແລະ ໃຊ້ອໍານາດໂດຍບໍ່ຖືກຕ້ອງ.

       ຄະນະກໍາມະການການເລືອກຕັ້ງແຫ່ງຊາດ ສ.ເກົາຫລີ (NEC) ເລີ່ມເປີດໃຫ້ຜູ້ສະໝັກລົງທະບຽນລ່ວງໜ້າແລ້ວ ຖ້າກໍານົດດັ່ງກ່າວໄດ້ຮັບການຢືນຢັນ ຜູ້ສະໝັກຈະຕ້ອງລົງທະບຽນພາຍໃນວັນທີ 11 ພຶດສະພາ ແລະ ໄລຍະເວລາຫາສຽງຢ່າງເປັນທາງການຈະເລີ່ມຂຶ້ນໃນວັນທີ 12 ພຶດສະພາເປັນຕົ້ນໄປ. ຂະນະທີ່ລັດຖະກອນ ຫລື ເຈົ້າໜ້າທີ່ລັດຕ້ອງການລົງສະໝັກຮັບເລືອກຕັ້ງເປັນປະທານາທິບໍດີຈະຕ້ອງລາອອກຈາກຕໍາແໜ່ງເກົ່າຢ່າງໜ້ອຍ 30 ວັນກ່ອນວັນເລືອກຕັ້ງ ເຮັດໃຫ້ຈະຕ້ອງລາອອກພາຍໃນວັນທີ 4 ພຶດສະພາ.

         ປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງໃໝ່ຈະເຂົ້າຮັບຕໍາແໜ່ງທັນທີ ຫລັງຈາກປະກາດຜົນການເລືອກຕັ້ງ ໂດຍບໍ່ມີການຈັດຕັ້ງທີມຖ່າຍໂອນອໍານາດ ເພື່ອໃຫ້ ສ.ເກົາຫລີ ພົ້ນຈາກສະພາບຢຸດສະງັກທາງການເມືອງໄດ້ໂດຍໄວທີ່ສຸດ.

ອ້າງອີງ:

- 4 - ສ.ເກົາຫລີ ກຽມຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ 3 ມິຖຸນານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!