ທ່ານ ທຣໍາ ປະກາດເດີນໜ້າເກັບພາສີນໍາເຂົ້າ ເຖິງວ່າທົ່ວໂລກກັງວົນຜົນກະທົບເສດຖະກິດ-ຫຸ້ນຕົກ

- 111 6 - ທ່ານ ທຣໍາ ປະກາດເດີນໜ້າເກັບພາສີນໍາເຂົ້າ ເຖິງວ່າທົ່ວໂລກກັງວົນຜົນກະທົບເສດຖະກິດ-ຫຸ້ນຕົກ
- kitchen vibe - ທ່ານ ທຣໍາ ປະກາດເດີນໜ້າເກັບພາສີນໍາເຂົ້າ ເຖິງວ່າທົ່ວໂລກກັງວົນຜົນກະທົບເສດຖະກິດ-ຫຸ້ນຕົກ

         ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດເດີນໜ້າເກັບພາສີນໍາເຂົ້າຢ່າງເດັດຂາດ ເຖິງວ່າທົ່ວໂລກຈະກັງວົນເຖິງຜົນກະທົບທາງເສດຖະກິດ ແລະ ຕະຫລາດຫຸ້ນຈະຫລຸດລົງ ໂດຍທ່ານ ທຣໍາ ເນັ້ນວ່າ: ການເກັບພາສີເປັນຢາຂົມທີ່ຈໍາເປັນ ເພື່ອຟື້ນຟູເສດຖະກິດ ແລະ ດຶງການລົງທຶນ-ການຈ້າງວຽກກັບຄືນສູ່ອາເມລິກາ.

         ຕະຫລາດຫຸ້ນທົ່ວໂລກຫລຸດລົງໜັກ ຫລັງປະກາດມາດຕະການຂຶ້ນພາສີນໍາເຂົ້າຮອບໃໝ່ ໂດຍ JP Morgan ຄາດວ່າ: ມີໂອກາດ 60% ທີ່ອາເມລິກາ ແລະ ໂລກຈະເຂົ້າສູ່ສະພາບເສດຖະກິດຫລຸດຖອຍ ເພາະມາດຕະການພາສີທຣໍາ 2.0.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ປະກາດເດີນໜ້າເກັບພາສີນໍາເຂົ້າ ເຖິງວ່າທົ່ວໂລກກັງວົນຜົນກະທົບເສດຖະກິດ-ຫຸ້ນຕົກ

        ຂະນະທີ່ທ່ານ ທຣໍາ ແລະ ທີມເສດຖະກິດອາເມລິກາ ປະຕິເສດຄວາມສ່ຽງທີ່ເສດຖະກິດຈະຫລຸດຖອຍ. ພ້ອມລະບຸວ່າ: ມາດຕະການທາງດ້ານພາສີຊ່ວຍສ້າງອໍານາດຕໍ່ລອງໃຫ້ອາເມລິກາ ເຊິ່ງປັດຈຸບັນມີຢ່າງໜ້ອຍ 50 ປະເທດຕິດຕໍ່ມາຂໍເຈລະຈາການຄ້າໃນໄລຍະມໍ່ໆນີ້ ໂດຍອາເມລິກາຈະຍັງເດີນໜ້າມາດຕະການພາສີຕອບໂຕ້ (Reciprocal Tariffs) ຕໍ່ບັນດາປະເທດຄູ່ຄ້າທີ່ອາເມລິກາເບິ່ງວ່າມີການປະຕິບັດທີ່ບໍ່ເປັນທໍາ ໃນວັນທີ 9 ເມສານີ້.

        ທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີກະຊວງການເງິນອາເມລິກາ ແລະ ທ່ານ ຮາວເວິດ ລັດນິກ ລັດຖະມົນຕີກະຊວງການຄ້າ ອອກມາປົກປ້ອງນະໂຍບາຍການຄ້າທີ່ເນັ້ນປົກປ້ອງອາເມລິກາຂອງທ່ານ ທຣໍາ. ພ້ອມລະບຸວ່າ: ມາດຕະການທາງດ້ານພາສີເຫລົ່ານີ້ຄືຄວາມພະຍາຍາມໃນການປ່ຽນແປງລະບົບການຄ້າໂລກ ໂດຍຢືນຢັນວ່າຈະບໍ່ມີການເລື່ອນເກັບພາສີນໍາເຂົ້າແຕ່ຢ່າງໃດ.

          ທ່າທີຂອງລັດຖະບານທຣໍາ 2.0 ເຮັດໃຫ້ແຮງກົດດັນທາງການເມືອງເພີ່ມສູງຂຶ້ນ ເລີ່ມມີຜູ້ຊຸມນຸມປະທ້ວງຕໍ່ຕ້ານແນວທາງການບໍລິຫານປະເທດຂອງທ່ານ ທຣໍາ ອອກມາເຄື່ອນໄຫວຕາມຖະໜົນ. ຂະນະທີ່ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງອາເມລິກາ (Fed) ເຕືອນວ່າ: ມາດຕະການທາງພາສີເຫລົ່ານີ້ອາດເຮັດໃຫ້ເກີດສະພາບເງິນເຟີ້ສູງຂຶ້ນ ແລະ ການເຕີບໃຫຍ່ຊ້າລົງ.

ອ້າງອີງ:

- 3 - ທ່ານ ທຣໍາ ປະກາດເດີນໜ້າເກັບພາສີນໍາເຂົ້າ ເຖິງວ່າທົ່ວໂລກກັງວົນຜົນກະທົບເສດຖະກິດ-ຫຸ້ນຕົກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!